ຮ້ອນກາຍ 50 ອົງສາ! ອິນເດຍ ເສຍຊີວິດຍ້ອນລົມແດດແລ້ວຫຼາຍຄົນ

49

ຄື້ນຄວາມຮ້ອນແຜ່ປົກຄຸມພາກເໜືອຂອງອິນເດຍ ອຸນຫະພູມທະລຸກາຍ 50 ອົງສາ ໃນລັດຣາຊາສະຖານ ແລະ ມີລາຍງານປະຊາຊົນທົນອາກາດຮ້ອນບໍ່ໄຫວເສຍຊີວິດຈາກລົມແດດແລ້ວຫຼາຍຄົນ.

ສໍານັກຂ່າວເອເອັຟພີລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນອາທິດ ທີ 2 ມິຖຸນາ ວ່າ ສໍານັກງານອຸຕຸນິຍົມວິທະຍາແຫ່ງຊາດອິນເດຍ (IMD: India Meteorological Department) ອອກຖະແຫຼງການວ່າ ອຸນຫະພູມໃນພື້ນທີ່ເມືອງຊູຣູ ເຂດທະເລຊາຍໃນລັດຣາຊາສະຖານ ທາງພາກເໜືອຂອງອິນເດຍ ໂດຍວັດແທກອຸນຫະພູມໄດ້ 50,6 ອົງສາ ເມື່ອວັນເສົາ ທີ 1 ມິຖຸນາ ແລະ ທົ່ວລັດຣາຊາສະຖານກໍາລັງປະເຊີນກັບອາກາດຮ້ອນອົບເອົ້າຢ່າງສາຫັດ ຫຼາຍເມືອງອຸນຫະພູມສູງເກີນ 47 ອົງສາ.

ในภาพอาจจะมี 2 คน, เด็ก และสถานที่กลางแจ้ง

ในภาพอาจจะมี 3 คน, ผู้คนกำลังยืน และสถานที่กลางแจ้ง

ເມື່ອເດືອນເມສາ 2016 ເມືອງພາໂລດີ ໃນລັດຣາຊາສະຖານ ເຄີຍເຮັດສະຖິຕິອາກາດຮ້ອນສູງສຸດເທົ່າທີ່ເຄີຍປະກົດມາດ້ວຍອຸນຫະພູມ 51 ອົງສາ.

ໂຄສົກຂອງ ໄອເອັມດີ ກ່າວວ່າ ອາກາດຮ້ອນຮຸນແຮງອາດປົກຄຸມຢູ່ອີກປະມານ 1 ອາທິດ ໃນເຂດລັດຣາຊາສະຖານ, ລັດມະຫາຣາດ, ລັດມັດທະຍະປະເທດ, ລັດປັນຈາບ, ລັດຫໍຣະຍານາ ແລະ ລັດອຸດຕະຣະປະເທດ ເຊິ່ງຫຼ້າສຸດມີລາຍງານຜູ້ເສຍຊີວິດຈາກລົມແດດແລ້ວຫຼາຍຄົນ.

ในภาพอาจจะมี หนึ่งคนขึ้นไป, เด็ก, รองเท้า และสถานที่กลางแจ้ง

ในภาพอาจจะมี 2 คน, ผู้คนกำลังนั่ง, รถมอเตอร์ไซค์ และสถานที่กลางแจ้ง

ທາງການອິນເດຍປະກາດເຕືອນໄພ ພາວະອາກາດຮ້ອນຮຸນແຮງ ລະດັບສີແດງ ໃນເຂດນະຄອນຫຼວງນິວເດລີ ຫຼັງຈາກອຸນຫະພູມເພິ່ມສູງຂຶ້ນກາຍ 46 ອົງສາ ເຈົ້າໜ້າທີ່ປະກາດແນະນໍາປະຊາຊົນຄວນຫຼີກລ່ຽງການອອກນອກບ້ານ ເປັນໄລຍະຫຼາຍຊົ່ວໂມງຂອງມື້ທີ່ອາກາດຮ້ອນອົບເອົ້າຮຸນແຮງ.

ຂະນະທີ່ ລັດທີ່ຕັ້ງເທິງພູເຊັ່ນລັດຫິມາຈັລປະເທດ ເຊິ່ງເປັນເຂດຊາວອິນເດຍທີ່ມີຖານລໍ່າລວຍຈໍານວນຫຼາຍມີບ້ານພັກຜ່ອນໃນໄລຍະລະດູຮ້ອນ ອຸນຫະພູມໃນເມືອງຢູນາ ວັດແທກໄດ້ 44,9 ອົງສາ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, จักรยาน, สถานที่กลางแจ้ง และอาหาร

ຫຼາຍເມືອງໃຫຍ່ນໍາໂດຍເມືອງເຈນໄນ ຫຼື ຊື່ເກົ່າ ເມືອງມັດຣາສ  ກໍາລັງວິຕົກກັບພາວະການຂາດແຄນນ້ໍາ ເມື່ອລະດັບນ້ໍາໃນທະເລສາບ ແລະ ແມ່ນ້ໍາສາຍຕ່າງໆກໍາລັງແຫ້ງລົງເລື່ອຍໆ.