Monthly Archives: May, 2019

ຈະມີຝົນຕົກປານກາງ-ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານພະຍາກອນອາກາດປະຈໍາວັນທີ 28 ພຶດສະພາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ຍັງມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອຳນາດການປົກຄອງທຸກພາກສ່ວນຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ແລະ ຟ້າຜ່າທີຈະເກີດຂື້ນໄດ້ໃນໄລຍະນີ້.     ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກ,...

ບາດເຈັບຫຼາຍຄົນ! ຊາຍເສຍສະຕິໃຊ້ມີດໄລ່ແທງປະຊາຊົນ ໃນເມືອງຄາວາຊາກິ ຂອງຍີ່ປຸ່ນ

ເກີດເຫດຊາຍໄວກາງຄົນໃຊ້ມີດໄລ່ແທງປະຊາຊົນໃນເມືອງຄາວາຊາກິ ໃກ້ກັບນະຄອນຫຼວງໂຕກຽວ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບເກືອບ 20 ຄົນ ມີເດັກນັກຮຽນລວມຢູ່ນໍາຫຼາຍຄົນ ຂະນະທີ່ ຄົນຮ້າຍໄດ້ຮັບບາດເຈັບຈາກການແທງຕົວເອງ ແລະ ຖືກຈັບທັນທີ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຄາວາຊາກິ ປະເທດຍີ່ປຸ່ນ ເມື່ອວັນອັງຄານ ທີ 28 ພຶດສະພາ  ຈາກລາຍງານຂອງສະຖານີໂທລະທັດ NHK ວ່າ ເກີດເຫດຊາຍອາຍຸປະມານ 40-50 ປີ ໃຊ້ມີດໄລ່ແທງປະຊາຊົນທີ່ກໍາລັງສັນຈອນໄປມາບໍລິເວນສວນສາທາລະນະແຫ່ງໜຶ່ງ ໃກ້ກັບສະຖານີລົດໄຟສາຍຫຼັກໃນເຂດໃຈກາງເມືອງຄາວາຊາກິ ເມືອງເອກຂອງແຂວງຄານາງາວະ...

ການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ສຳເລັດແລ້ວ

ໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຊັນ ເມືອງໄຊພູທອງ ໄດ້ຮັບການກໍ່ສ້າງມາແຕ່ເດືອນເມສາປີ 2018 ເພື່ອສະໜອງນ້ຳເຂົ້າໃນການຜະລິດ ໃນເນື້ອທີ່ 22 ເຮັກຕາ ໂດຍມີມູນຄ່າການລົງທຶນ 3 ຕື້ກວ່າກີບ ມາຮອດປັດຈຸບັນສຳເລັດແລ້ວ 100%. ຫວ່າງບໍ່ດົນມານີ້ ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຊັນ ເມືອງໄຊພູທອງ ແຂວງສະຫວັນເຂດ ນຳໂດຍ ທ່ານ ແສງສະຫວັນ ອະນຸສິນ...

ເດັກນ້ອຍຊົນນະບົດ ສາມາດເຂົ້າເຖິງການສຶກສາໃນເກນອາຍຸມາດຕະຖານ

ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ - ລັດ ໃນການສົ່ງເສີມການສຶກສາໄປສູ່ເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ໃຫ້ລູກຫຼານສາມາດເຂົ້າເຖິງການສຶກສາໃນໄວອັນຄວນ ເພື່ອລຶບລ້າງຄວາມບໍ່ຮູ້ໜັງສື ເຊິ່ງປັດຈຸບັນຫຼາຍແຂວງໄດ້ມີການກໍ່ສ້າງໂຮງຮຽນ ແລະ ນຳໃຊ້ຄູສອນແບບເຄື່ອນທີ່ໃນການສິດສອນເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຮັດໃຫ້ອັດຕາການເຂົ້າເຖິງການສຶກສາຂອງເດັກນ້ອຍເພີ່ມຂຶ້ນ ແລະ ຢູ່ໃນເກນອາຍຸມາດຕະຖານ. ທ່ານ ສິດ ປີຕິສັກ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກີລາ ແຂວງຜົ້ງສາລີ ໃຫ້ສຳພາດວ່າ: ພວກເຮົາໄດ້ປະຕິບັດຕາມແຜນການສຶກສາຂອງແຂວງ ເພື່ອລຶບລ້າງໄພກືກໜັງສື ແລະ ເຮັດໃຫ້ລູກຫຼານຂອງພໍ່ແມ່ປະຊາຊົນໄດ້ເຂົ້າເຖິງການສຶກສາຫຼາຍຂຶ້ນ,...

ແຈ້ງ! 2019 ຊຽງຂວາງ ກຽມເປີດສົກຮຽນໃໝ່ສາຍສາມັນວັນທີ 15 ກໍລະກົດ

ງານມະຫາກຳກິລາແຫ່ງຊາດຄັ້ງທີ XI ທີ່ຈະຈັດຂຶ້ນຢູ່ແຂວງຊຽງຂວາງ (ແຂວງຊຽງຂວາງ ເປັນເຈົ້າພາບ) ກ່ອນໜ້ານີ້ຫຼາຍໂຮງຮຽນໄດ້ມີການວາງແຜນການຮຽນ-ການສອນຄັກແນ່ ເພື່ອໃຫ້ສຳເລັດຫຼັກສູດໂດຍບໍ່ກະທົບນັກຮຽນ ແຕ່ເນື່ອງຈາກງານໄດ້ເລື່ອນອອກໄປ 2 ຄັ້ງ ກ່ອນໜ້ານີ້ແລ້ວ ສະນັ້ນຈິ່ງໄດ້ມາວາງແຜນການຄືນໃໝ່ ກຽມເປີດຢ່າງເປັນທາງການໃນລະຫວ່າງວັນທີ 22 ມີນາ ຫາ ວັນທີ 1 ເມສາ 2020 ທີ່ຈະມາເຖິງນີ້.   ພາບປະກອບຂ່າວ   ເພື່ອເຮັດໃຫ້ການກະກຽມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງ...

ເປີດໂອກາດຫາຄູ່ຮ່ວມການຄ້າແກ່ນັກທຸລະກິດ ລາວ – ຈີນ

ຈີນ ເປັນອັນດັບໜຶ່ງຂອງການລົງທຶນຕ່າງປະເທດໃນລາວ ໂດຍມີເຖິງ 800 ກວ່າໂຄງການ ໃນມູນຄ່າ 8 ຕື້ກວ່າໂດລາສະຫະລັດ. ດັ່ງນັ້ນ, ເພື່ອເປັນການສົ່ງເສີມການດໍາເນີນທຸລະກິດຮ່ວມກັນຂອງທັງສອງປະເທດ ລາວ - ຈີນ ກໍໄດ້ມີການເຊັນສັນຍາບົດບັນທຶກຄວາມເຂົ້າໃຈຮ່ວມກັນ ກ່ຽວກັບການຮ່ວມມືແລກປ່ຽນບົດຮຽນເພື່ອຊອກຫາຊ່ອງທາງໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນລາວ. ວັນທີ 27 ພຶດສະພາ 2019 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ມີພິທີເຊັນສັນຍາຮ່ວມກັນ...

ຫົວເຫວີ່ຍ ທົບທວນຄວາມຮ່ວມມືທາງທຸລະກິດກັບ ເຟດເອັກຊ໌ ບໍລິສັດຈັດສົ່ງສາຍດ່ວນລະຫວ່າງປະເທດ

ບໍລິສັດຫົວເຫວີ່ຍຂອງຈີນ ປະກາດທົບທວນຄວາມຮ່ວມມືກັບບໍລິສັດເຟດເອັກຊ໌ຂອງສະຫະລັດ ຫຼັງໄດ້ຮັບລາຍງານ ການປ່ຽນເສັ້ນທາງຂົນສົ່ງຫໍ່ຈົດໝາຍຂອງຫົວເຫວີ່ຍ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງເຊິນເຈີ້ນ ປະເທດຈີນ ເມື່ອວັນອັງຄານ ທີ 28 ພຶດສະພາ ວ່າ ທ່ານໂຈ ເຄລລີ່ ໂຄສົກຂອງບໍລິສັດຫົວເຫວີ່ຍປະຈໍາພາກພື້ນອາເມຣິກາ ກ່າວເມື່ອວັນຈັນ ທີ່ຄະນະຜູ້ບໍລິຫານຂອງຫົວເຫວີ່ຍມີມະຕິ "ທົບທວນ" ຄວາມຮ່ວມມືທາງທຸລະກິດ ແລະ ຄວາມສໍາພັນກັບບໍລິສັດເຟດເອັກຊ໌ ຜູ້ໃຫ້ບໍລິການຂົນສົ່ງ ແລະ ຈັດສົ່ງສິນຄ້າດ່ວນລະຫວ່າງປະເທດລາຍໃຫຍ່ຂອງສະຫະລັດ ເນື່ອງຈາກໄດ້ຮັບລາຍງານວ່າເຟດເອັກຊ໌ ໄດ້...

ສົງຄາມການຄ້າ ຈີນ – ອາເມຣິກາ ຈະຍູ້ອາຊຽນເປັນຕະຫຼາດໃໝ່

ຈີນ - ສະຫະລັດອາເມຣິກາ ໄດ້ເລີ່ມເປີດສົງຄາມການຄ້ານໍາກັນຍືດເຍື້ອຍາວນານພໍສົມຄວນ ເລີ່ມຈາກສົງຄາມການຄ້າລະຫວ່າງສິນຄ້າຈົນລຸກລາມໄປເຖິງສົງຄາມທາງດ້ານເຕັກໂນໂລຊີ. ມື້ນີ້ເຮົາຈະມານໍາສະເໜີທັດສະນະຂອງ ທ່ານ ລາວຮົວ ເຈີຈິງ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຕໍ່ບັນຫາສົງຄາມການຄ້າ ຈີນ - ສະຫະລັດອາເມຣິກາ ຈະມີຜົນຕໍ່ເສດຖະກິດລາວ ໂດຍສະເພາະແມ່ນການລົງທຶນຂອງຈີນໃນລາວ ແລະ ບັນດາປະເທດໃນອາຊຽນຄືແນວໃດ?. ຖາມ: ສົງຄາມການຄ້າຈີນ -...

ຄ່າຄອງຊີບຢູ່ວຽງຈັນ ສູງກວ່າຮາໂນ້ຍ ແລະ ບາງກອກ

ຄ່າຄອງຊີບໃນນະຄອນຫຼວງວຽງຈັນ ຂອງ ສປປ ລາວ ສູງກວ່າຢູ່ນະຄອນຫຼວງຮາໂນ້ຍ ຂອງ ສສ ຫວຽດນາມ 42% ແລະ ສູງກວ່າຢູ່ນະຄອນຫຼວງບາງກອກຂອງໄທ 16%. ຄ່າຄອງຊີບທີ່ສູງຈະຢູ່ໃນໝວດອາຫານ, ທີ່ພັກອາໄສ, ເຄື່ອງນຸ່ງຫົ່ມ, ການຂົນສົ່ງ ແລະ ອື່ນໆ. ຈາກບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍຂອງສະຖາບັນຄົ້ນຄວ້າເສດຖະກິດ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນຫົວຂໍ້: ຄ່າຄອງຊີບຂອງຄົນໃນນະຄອນຫຼວງວຽງຈັນສູງແທ້ບໍ່?,...

ປະໂຫຍດ ຈາກການກິນເນຍຖົ່ວ

ເນີຍຖົ່ວ ເປັນອາຫານທີ່ມີຄຸນຄ່າ ທາງໂພຊະນາການຈຳນວນຫຼາຍ ເຊິ່ງຈັດໃຫ້ເປັນອາຫານທີ່ສາມາດຊ່ວຍເສີມສ້າງກ້າມຊີ້ນ ເນື່ອງຈາກວ່າໃນເນີຍຖົ່ວເປັນແຫຼ່ງໂປຣຕີນຊັ້ນດີ ແລະ ມີໄຂມັນອີ່ມຕົວທີ່ຊ່ວຍໃຫ້ສຸຂະພາບຂອງຫົວໃຈແຂງແຮງພ້ອມທັງຊ່ວຍເພີ່ມພະລັງງານ.       ນອກຈາກນີ້, ກໍ່ຍັງມີໂພແທສຊ້ຽມທີ່ສາມາດຕໍ່ຕ້ານອັນຕະລາຍຈາກໂຊດ້ຽມ, ມີໄຟເບີ້ທີ່ຊ່ວຍເສີມສ້າງການເຮັດວຽກຂອງລະບົບໃນຮ່າງກາຍໄດ້ເປັນຢ່າງດີ, ມີແມັກນີຊ້ຽມ ແລະ ມີສານຕ້ານອະນຸມູນອິດສະຫຼະຈາກວິຕາມິນ E ດ້ວຍ.     ຂໍ້ແນະນຳ: ເນີຍຖົ່ວສາມາດໃຫ້ຄຸນປະໂຫຍດຕໍ່ສຸຂະພາບຫຼາຍຢ່າງກໍ່ຕາມ ແຕ່ບໍ່ໄດ້ໝາຍຄວາມວ່າຈະກິນເນີຍຖົ່ວໃນປະລິມານຫຼາຍໆໄດ້ທຸກມື້ ເຊິ່ງຄວນກິນໃນປະລິມານທີ່ເໝາະສົມ ແລະ ສະຫຼັບສັບປ່ຽນກັບອາຫານປະເພດອື່ນດ້ວຍ. ໂດຍແນະນຳໃຫ້ກິນບໍ່ກາຍ 2 ບ່ວງແກງຕໍ່ມື້ ຖ້າຫຼາຍກວ່ານັ້ນອາດຈະເຮັດໃຫ້ນ້ຳໜັກຂຶ້ນງ່າຍ ແລະ...
- Advertisment -
Slide
Slide

Most Read

error: Content is protected !!