ເປີດໂອກາດຫາຄູ່ຮ່ວມການຄ້າແກ່ນັກທຸລະກິດ ລາວ – ຈີນ

118

ຈີນ ເປັນອັນດັບໜຶ່ງຂອງການລົງທຶນຕ່າງປະເທດໃນລາວ ໂດຍມີເຖິງ 800 ກວ່າໂຄງການ ໃນມູນຄ່າ 8 ຕື້ກວ່າໂດລາສະຫະລັດ. ດັ່ງນັ້ນ, ເພື່ອເປັນການສົ່ງເສີມການດໍາເນີນທຸລະກິດຮ່ວມກັນຂອງທັງສອງປະເທດ ລາວ – ຈີນ ກໍໄດ້ມີການເຊັນສັນຍາບົດບັນທຶກຄວາມເຂົ້າໃຈຮ່ວມກັນ ກ່ຽວກັບການຮ່ວມມືແລກປ່ຽນບົດຮຽນເພື່ອຊອກຫາຊ່ອງທາງໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນລາວ.

ວັນທີ 27 ພຶດສະພາ 2019 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ມີພິທີເຊັນສັນຍາຮ່ວມກັນ ກ່ຽວກັບການຮ່ວມມືແລກປ່ຽນບົດຮຽນ ເພື່ອຊອກຫາຊ່ອງທາງໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນລາວ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກັບ ສະຫະພັນອຸດສາຫະກໍາ ແລະ ການຄ້າທົ່ວປະເທດຈີນ, ຕາງໜ້າຝ່າຍລາວໂດຍ ທ່ານ ອຸເດດ     ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ຕາງໜ້າ ສປ ຈີນ ທ່ານ Xu Lijiang ຮອງປະທານສະຫະພັນ ອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດຈີນ. ນອກຈາກນີ້, ກໍມີຕົວແທນບັນດາຫົວໜ່ວຍທຸລະກິດຫຼາຍຂະແໜງການຈາກສອງປະເທດເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ໃນປັດຈຸບັນນັກລົງທຶນຂອງ ສປ ຈີນ ໄດ້ເຂົ້າມາລົງທຶນຢູ່ລາວນັບມື້ຫຼາຍຂຶ້ນ ໂດຍສະເພາະແມ່ນໂຄງການສ້າງເສັ້ນທາງລົດໄຟ ລາວ – ຈີນ ແລະ ອີກຫຼາຍໆໂຄງການທີ່ມີມູນຄ່າຫຼາຍຕື້ໂດລາ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງມີຄວາມຕ້ອງການຢາກສືບຕໍ່ຮ່ວມມືເຮັດໂຄງການກໍ່ສ້າງພື້ນຖານໂຄງລ່າງໃນດ້ານຕ່າງໆອີກໃນຕໍ່ໜ້າ ເມື່ອເວົ້າເຖິງການລົງທຶນແລ້ວນັບໄດ້ວ່າປະເທດຈີນເປັນອັນດັບໜຶ່ງທີ່ເຂົ້າມາລົງທຶນໃນລາວຫຼາຍທີ່ສຸດ ໂດຍສະເລ່ຍມີປະມານ 800 ກວ່າໂຄງການ ຄິດເປັນມູນຄ່າ 8 ຕື້ກວ່າໂດລາສະຫະລັດ.

ທ່ານກ່າວຕື່ມວ່າ: ສໍາລັບການເຊັນບົດບັນທຶກ ຄວາມເຂົ້າໃຈຄັ້ງນີ້ ເປັນນິມິດໝາຍອັນໃໝ່ທີ່ຈະເຮັດໃຫ້ການຄ້າຂອງລາວມີບາດກ້າວໃໝ່ ໂດຍສະເພາະກໍແມ່ນພາກທຸລະກິດ, ບໍລິສັດເອກະຊົນຕ່າງໆ ເຊິ່ງມັນເປັນການເປີດໂອກາດໃຫ້ນັກທຸລະກິດຂອງສອງປະເທດໄດ້ແລກປ່ຽນຂໍ້ມູນ – ຂ່າວສານທາງດ້ານການຄ້າ – ການລົງທຶນຮ່ວມກັນຂອງທັງສອງປະເທດ. ນອກຈາກນີ້, ເພື່ອໃຫ້ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈດັ່ງກ່າວດໍາເນີນໄປຢ່າງສະດວກ ກໍຈະມີການຈັດຕັ້ງຄະນະກໍາມະການເຮັດວຽກຮ່ວມກັບ ສປ ຈີນ ເພື່ອໃຫ້ໄດ້ຮັບໝາກຜົນອັນສູງສຸດ.

ທ່ານ Xu Lijiang ໃຫ້ຮູ້ວ່າ: ປະເທດລາວ ແລະ ສປ ຈີນ ມີສໍາພັນອັນດີຮ່ວມກັນມາແຕ່ດົນນານ ເຊິ່ງມັນເປັນສິ່ງທີ່ດີໃນການຮ່ວມມືທຸລະກິດລະຫວ່າງສອງປະເທດ ໂດຍສະເພາະແມ່ນການສ້າງເສັ້ນທາງລົດໄຟທີ່ໃກ້ຈະສໍາເລັດໃນອະນາຄົດອັນໃກ້ນີ້ ມັນເປັນສິ່ງທີ່ຈະສ້າງປະໂຫຍດໃຫ້ກັບປະຊາຊົນທັງສອງປະເທດ. ດັ່ງນັ້ນ, ການເຊັນບົດບັນທຶກ ຄວາມເຂົ້າໃຈໃນຄັ້ງນີ້ແມ່ນເປັນການແລກປ່ຽນຂໍ້ມູນ – ຂ່າວສານທາງດ້ານການຄ້າ – ການລົງທຶນ ໃນຂະແໜງການຕ່າງໆ ເປັນຕົ້ນແມ່ນ: ດ້ານກະສິກໍາ, ພະລັງງານ, ອຸດສາຫະກໍາການຢາ ລວມໄປເຖິງການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂອງທັງສອງປະເທດ ກໍຄືສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກັບ ສະຫະພັນອຸດສາຫະກໍາ ແລະ ການຄ້າ ທົ່ວປະເທດຈີນ.

[ ຂ່າວ: ເອຢິບ; ຮູບ: ສຸກສະຫວັນ ]