Monthly Archives: May, 2019

ເປີດໂຮງໝໍ ບິວຕີ້ ເຄແອລວາຍ ສໍາລັບຜູ້ທີ່ມັກຄວາມສວຍງາມ

ໂຮງໝໍ ບິວຕີ້ ເຄແອລວາຍ ຈໍາກັດ ເປັນໂຮງໝໍເອກະຊົນໄທ ທີ່ດຳເນີນທຸລະກິດໃນນະຄອນຫຼວງວຽງຈັນ ພາຍຫຼັງກະແສຕອບຮັບດີເກີນຄາດຈາກລູກຄ້າ ຈຶ່ງໄດ້ຍົກລະດັບຈາກຄລີນິກເປັນໂຮງໝໍທັນສະໄໝດ້ານການປິ່ນປົວ ແລະ ເສີມຄວາມງາມຄົບວົງຈອນ. ທ່ານ ຄຳຄິດ ພອນທິບສະຫວັດ ປະທານທີ່ປຶກສາໂຮງໝໍ ບິວຕີ້ ເຄແອລວາຍ ຈໍາກັດ ກ່າວວ່າ: ນັບແຕ່ປີ 2017 ເປັນຕົ້ນມາພວກເຮົາເປີດເປັນຄລີນິກເສີມຄວາມງາມທຳມະດາ, ແຕ່ເມື່ອມີລູກຄ້າໃຊ້ບໍລິການເພີ່ມຂຶ້ນຈຶ່ງໄດ້ປະກອບເອກະສານຂໍສ້າງຕັ້ງເປັນໂຮງໝໍເສີມຄວາມງາມ ແລະ ປິ່ນປົວພະຍາດຜິວໜັງ, ຈົນຮອດເດືອນມີນາ...

ປກສ ອອກຄຳສັ່ງ!! ຫ້າມນາຍ ແລະ ພົນຕຳຫຼວດ ນຸ່ງເຄື່ອງແບບຖ່າຍຮູບລົງສື່ອອນລາຍປະເພດຕ່າງໆ

ເພື່ອເປັນການປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ, ຄວາມສະຫງົບທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ປົກປ້ອງສິດຜົນປະໂຫຍດຂອງພັກ-ລັດ, ຂອງກົມກອງລວມໝູ່ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ ແລະ ພົນຕຳຫຼວດ.  ທັງເປັນການກຳນົດລະບຽບການ ແລະ ມາດຕະການໃນການຄຸ້ມຄອງນຳໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ, ຮັບປະກັນຄວາມສະຫງົບສຸກຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແນໃສ່ປົກປ້ອງບົດບາດກຽດສັກສີຂອງກຳລັງປ້ອງກັນຄວາມສະຫງົບ, ສະມາຊິກພັກ, ພະນັກງານ-ນັກຮົບ ໃນສະເພາະໜ້າ ແລະ ຍາວນານ. ສະນັ້ນ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ...

ເປີດໂຄງການ ແຟຣ໌ ແຟຊັນລາວ ເພື່ອສ້າງນັກອອກແບບຮຸ່ນໃໝ່

ເປີດໂຄງການ ແຟຣ໌ ແຟຊັນລາວ ເພື່ອຊອກນັກອອກແບບທີ່ນໍາໃຊ້ຜະລິດຕະພັນພາຍໃນ ຫວັງກະຕຸ້ນການຜະລິດຫັດຖະກໍາລາວ ແລະ ຍົກລະດັບສີມືນັກອອກແບບລາວໃຫ້ເດັ່ນຂຶ້ນໃນເວທີສາກົນ. ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ໂຄງການນີ້ຈະເປັນອີກໂຄງການໜຶ່ງທີ່ຊ່ວຍຊຸກຍູ້ຫັດຖະກໍາລາວໃຫ້ກວ້າງອອກໄປສູ່ສາຍຕາສາກົນ ແລະ ຍັງຊ່ວຍໃຫ້ຜູ້ທີ່ເຂົ້າຮ່ວມອອກແບບໄດ້ສ້າງສັນສີມືຢ່າງເຕັມທີ່ ພ້ອມທັງສ້າງມູນຄ່າໃຫ້ຜູ້ຜະລິດອີກດ້ວຍ. ນອກຈາກນີ້, ກໍຫວັງວ່າໂຄງການດີໆແບບນີ້ຈະມີຜູ້ສະໜັບສະໜູນໄປເລື້ອຍໆ ແລະ ເປັນປີທໍາອິດທີ່ຈັດຂຶ້ນຢູ່ປະເທດລາວ. ທ່ານ ນາງ ສິລິໄພທູນ ໄຊຍະມຸງຄຸນ ຕາງໜ້າໂຄງການນັກສຶກສາລາວ ທີ່ຈົບຈາກສະຫະລັດອາເມຣິກາໃຫ້ສໍາພາດ...

ທົ່ວປະເທດມີຜູ້ໃຊ້ສື່ສັງຄົມອອນລາຍ 2,4 ລ້ານຄົນ

ສື່ສັງຄົມອອນລາຍຖ້າໃຊ້ໃນທາງທີ່ຖືກຕ້ອງຈະເປັນຜົນດີໃນການດໍາລົງຊີວິດ, ໃນທາງກົງກັນຂ້າມຖ້ານໍາໃຊ້ບໍ່ຖືກຈະເປັນຜົນລົບ ເຊິ່ງພົນລະເມືອງລາວ 2,4 ລ້ານຄົນ ແມ່ນນໍາໃຊ້ສື່ດັ່ງກ່າວ, ໃນນັ້ນເກືອບ 60% ແມ່ນເພດຊາຍ. ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ລາຍງານຕໍ່ກອງປະຊຸມສຳມະນາ ກ່ຽວກັບການນຳໃຊ້ພາສາລາວ, ການຄຸ້ມຄອງ ແລະ...

ງານວາງສະແດງສິນຄ້າໂອດ໊ອບ ມີ 123 ຫົວໜ່ວຍເຂົ້າຮ່ວມ

ງານວາງສະແດງສິນຄ້າໂອດ໊ອບ ນະຄອນຫຼວງວຽງຈັນ ເປີດຂຶ້ນຢ່າງເປັນທາງການທີ່ສູນການຄ້າ ລາວ - ໄອເຕັກ ໂດຍມີຜູ້ປະກອບການນໍາສິນຄ້າເຂົ້າຮ່ວມ 123 ຫົວໜ່ວຍ ລວມມູນຄ່າເກືອບ 4 ຕື້ກີບ ຄາດຍອດຂາຍໃນງານ 654 ລ້ານກີບ. ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການຊຸກຍູ້ສົ່ງເສີມດ້ານການຕະຫຼາດຂອງຜະລິດຕະພັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ...

ຜູ້ອອກແຮງງານມີສິດໄດ້ຮັບການກວດສຸຂະພາບ

ກຳມະກອນ ແມ່ນມີຄວາມສຳຄັນໃນການພັດທະນາເສດຖະກິດ - ສັງຄົມ ເຊິ່ງຜູ້ອອກແຮງງານມີສິດໄດ້ຮັບການກວດສຸຂະພາບປີລະຄັ້ງ ໂດຍແມ່ນຜູ້ໃຊ້ແຮງງານເປັນຜູ້ຮັບຜິດຊອບ, ປັດຈຸບັນມີສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ຢູ່ທີ່ໂຮງໝໍມິດຕະພາບ. ທ່ານ ສີມູນ ອຸ່ນລາສີ ຮອງປະທານອົງການສູນກາງກຳມະບານລາວ ໃຫ້ສຳພາດວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 133 ປີ ( ວັນທີ 1 ພຶດສະພາ 1886 ຫາ...

ລາວ-ຈີນ ບັນລຸການລົງນາມໃນ ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ຕາມຂ່າວຈາກຊີອາໄອໃຫ້ຮູ້ວ່າ: ວັນ​ທີ 30 ເມ​ສາ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະກັບ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ​ໂດຍ​ສອງ​ຝ່າຍເປັນ​ເອ​ກະສັນ​ກັນ​ກ່າວ​ວ່າ​ຍິນ​ດີ​ຊຸກ​ຍູ້​ຄູ່​ຮ່ວມ​ຊາ​ຕາ​ກຳຈີນ-​ລາວ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ເປີດ​ຍຸກ​ໃໝ່​ຂອງ​ສາຍ​ພົວ​ພັນ​ຈີນ​-ລາວ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາ​ມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ ແລະ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2. ທ່ານ​ກ່າວ​ວ່າ, ປີ​ນີ້​ແມ່ນ​​ປີ​ທີ່ຈີນ ແລະ ລາວ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 10...

ພາສີມົງໂກລີໃນ ເຜີຍຄະດີລັກລອບນໍາເຂົ້າໜັງໝາປ່າ ກວ່າ 205 ລາຍການ

ສຳນັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນພຸດ ທີ 1 ພຶດສະພາ ວ່າ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ພາສີອາກອນຂອງເມືອງຮູເຫີເຮົ່າເທີ່ ເມືອງເອກຂອງເຂດປົກຄອງຕົນເອງມົງໂກລີໃນ ທາງພາກເໜືອຂອງຈີນ ໄດ້ເປີດເຜີຍການກວດຢຶດສິນຄ້າທີ່ເຮັດຈາກໜັງໝາປ່າ ຈໍານວນ 205 ລາຍການ. ທັງນີ້ ເຈົ້າໜ້າທີ່ໄດ້ຮັບການແຈ້ງໃຫ້ເຂົ້າໄປກວດຄົ້ນລົດບັນທຸກຖ່ານຫິນຄັນໜຶ່ງທີ່ເຂົ້າມາປະເທດມົງໂກລີໃນ ແລະ ພົບສິນຄ້າດັ່ງກ່າວໃນລົດຄັນນີ້ ຄົນຂັບລົດເປັນຊາວມົງໂກລີໃນ ຍອມຮັບສາລະພາບກັບເຈົ້າໜ້າທີ່ ວ່າ ຕົນໄດ້ຮັບເງິນ 2.000 ຢວນ (ປະມານ...

ໄໝ 28 ຕື້ກີບ! ສານຈີນ ຕັດສິນພວກວາງຢາ – ຄ້ານົກປ່າ ໂທດຖານເຮັດລະບົບນິເວດເສຍຫາຍ

ສຳນັກຂ່າວຊິນຫົວຂອງຈີນ ໄດ້ລາຍງານເມື່ອວັນອັງຄານ ທີ 30 ເມສາ ວ່າ ສຳນັກງານໄອຍະການປະຊາຊົນສູງສຸດ ໃນເມືອງໄທ່ໂຈວ ມົນທົນຈຽງຊູ ທາງພາກຕາເວັນອອກຂອງຈີນ ສັ່ງລົງໂທດພວກລັກລອບວາງຢາພິດ ແລະ ຄ້ານົກປ່າ ຊາວຈີນຈໍານວນ 17 ຄົນ ໃຫ້ຊົດເຊີຍຄ່າເສີຍຫາຍເປັນຈໍານວນເງິນ ກວ່າ 22 ລ້ານຢວນ (ປະມານ 28 ຕື້ກີບ) ໂດຍຖືເປັນຄະດີທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງສາທາລະນະ. ສໍານັກງານໄອຍະການປະຊາຊົນສູງສຸດ...

ທາງການ ນະຄອນນິວຢອກ ຫ້າມໂຄສະນາກ່ຽວກັບແອລກໍຮອລ ໃນພື້ນທີ່ສາທາລະນະ

ເທສະບານນະຄອນນິວຢອກ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງສະຫະລັດ ອອກຄໍາສັ່ງຫ້າມການຕິດແຜ່ນປ້າຍໂຄສະນາ "ທຸກປະເພດ" ທີ່ກ່ຽວຂ້ອງກັບເຄື່ອງດື່ມແອລກໍຮອລ ຕາມສະຖານທີ່ສາທາລະນະ. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 30 ເມສາ ວ່າ ທ່ານບິລ ເດີ ບລາຊິໂອ ນາຍົກເທສະມົນຕີນະຄອນນິວຢອກລົງນາມໃນກົດໝາຍຄຸ້ມຄອງເຂດ ໃຫ້ມີຜົນບັງຄັບໃຊ້ ຕັ້ງແຕ່ເມື່ອວັນອັງຄານ ຫ້າມຕິດແຜ່ນປ້າຍໂຄສະນາ "ທຸກປະເພດ" ທີ່ກ່ຽວຂ້ອງກັບເຄື່ອງດື່ມແອລກໍຮອລ ບໍ່ວ່າຈະເປັນການໂຄສະນາຜະລິດພັນໂດຍກົງ ຫຼື...
- Advertisment -
Slide
Slide

Most Read

error: Content is protected !!