Monthly Archives: May, 2019

“ຂໍໂທດຂ້ອຍຄິດເກີນ” ເພງໃໝ່ຂອງ ຊາມິໂອ ພີ Zamio p

ເປັນກະແສແຮງຕິດຕໍ່ກັນຕະຫຼອດ ບໍ່ວ່າຈະປ່ອຍເພງໃດອອກມາກໍເປັນກະແສ ແລະ ຕິດອັນດັບສູງ, ຍອດວິວຫຼາຍທຸກເພງ ກັບຜົນງານຂອງ ໜຸ່ມ ຊາມິໂອ ພີ ຫຼື ແອັນລີ້ ປານຸວົງ ອາຍຸ 19 ປີ ຄົນນີ້. ຊາມິໂອ ພີ ເປັນນັກຮ້ອງໜຸ່ມ ແນວເພງແລັບ ທີ່ທັງຮ້ອງເພງເອງ, ແຕ່ງເພງເອງ, ແຕ່ງດົນຕີເອງ, ສ້າງຜົນງານເພງມ່ວນໆຖືກໃຈໄວໜຸ່ມມາຫຼາຍເພງແລ້ວ...

ລັດຖະບານທົ່ວໂລກສ້າງໜີ້ເພີ່ມຈຸລະດັບກວ່າ 60 ພັນຕື້ໂດລາ

ໜີ້ລັດຖະບານໂດຍລວມທົ່ວໂລກໃນໄລຍະປີ 2018 ຫຍັບເພີ່ມຂຶ້ນສ້າງສະຖິຕິໄວ້ທີ່ 66 ພັນຕື້ໂດລາ ຫຼື ຄິດເປັນອັດຕາສ່ວນ 80% ຂອງ ຈີດີພີ ໂລກເພີ່ມຂຶ້ນຈາກມູນຄ່າໜີ້ຂອງລັດໃນປີ 2017 ເຖິງ 2 ເທົ່າ. ສະຖານະການໜີ້ດັ່ງກ່າວຈະເຮັດໃຫ້ຫຼາຍປະເທດ ໂດຍສະເພາະໃນປະເທດກໍາລັງພັດທະນາຕ້ອງພົບກັບພາວະເຄັ່ງຕຶງທາງການເງິນ ຊໍ້າບໍ່ໜຳຍັງຈະຕ້ອງແບກຮັບພາລະຕົ້ນທຶນດອກເບ້ຍທີ່ສູງຂຶ້ນຈາກທ່າອ່ຽງດອກເບ້ຍຢູ່ໃນທິດທາງປັບຕົວສູງຂຶ້ນທົ່ວໂລກ, ບັນຫານີ້ຈະເປັນປັດໄຈສໍາຄັນດຶງຈ່ອງການຂະຫຍາຍຕົວທາງເສດຖະກິດຂອງຫຼາຍໆປະເທດ ເຖິງຂັ້ນເສດຖະກິດເສື່ອມໂຊມໄດ້ໃນທີ່ສຸດ. ເປັນທີ່ໜ້າສັງເກດວ່າປະເທດທີ່ແບກຮັບພາລະໜີ້ຂອງລັດຫຼາຍທີ່ສຸດໃນອັນດັບຕົ້ນໆຂອງໂລກເປັນປະເທດພັດທະນາແລ້ວ ເຊັ່ນ: ອາເມຣິກາ ແລະ ຍີ່ປຸ່ນ. ໃນບົດລາຍງານຫົວຂໍ້ໜີ້ພາກລັດທົ່ວໂລກ...

ຜູ້ນໍາ ເວເນຊູເອລາ ຮຽກຮ້ອງທົ່ວໂລກຢຸດສະໜັບສະໜູນ ກຸຍໂດ

ທ່ານ ນິໂຄລັສ ມາດູໂຣ ປະທານາທິບໍດີ ເວເນຊູເອລາ ກ່າວ: ຮຽກຮ້ອງໃຫ້ປະເທດຕ່າງໆທົ່ວໂລກຢຸດການສະໜັບສະໜູນ ທ່ານ ຮວນ ກຸຍໂດ ຜູ້ນໍາພັກຝ່າຍຄ້ານຂອງ ເວເນຊູເອລາ ເຊິ່ງປະກາດຕົວເປັນປະທານາທິບໍດີທ້າທາຍອໍານາດທັງຝ່າຍບໍລິຫານ, ນິຕິບັນຍັດ ແລະ ຕຸລາການ, ພ້ອມທັງຢືນຢັນວ່າກອງທັບຍັງຄົງຈົງຮັກພັກດີ ແລະ ໃຫ້ການສະໜັບສະໜູນຝ່າຍລັດຖະບານ. ທ່ານ ພົນເອກ ວະລາດິເມຍ ປາດຣິໂນ ໂລເປດ ລັດຖະມົນຕີກະຊວງປ້ອງກັນປະເທດ...

ຮູ້ໄວ້ໄດ້ປະໂຫຍດ!! ຫວ້ານຫອມແດງ ແກ້ອາການທ້ອງອືດ ແລະ ຫ້າມເລືອດ

ຫວ້ານຫອມແດງ ຫຼື ມີຊື່ເອີ້ນທາງວິທະຍາສາດວ່າ Eleutherine americana Merr ສ່ວນຫຼາຍມັກປູກໄວ້ເປັນໄມ້ປະດັບ ເນື່ອງຈາກໃບຂອງມັນມີຮູບຮ່າງນ້ອຍຮຽວຍາວ ແລະ ມີສີຂຽວສວຍງາມ ລວມໄປເຖິງດອກມີສີຂາວຄ້າຍຄືດອກກ້ວຍໄມ້. ແຕ່ໃນຄວາມເປັນຈິງແລ້ວຫວ້ານຫອມແດງ ຍັງມີສັບພະຄຸນທາງຢາໂດຍສະເພາະຫົວຂອງມັນ ແມ່ນນິຍົມນຳມາປຸງແຕ່ງເປັນຢາສະໝຸນໄພປິ່ນປົວພະຍາດຕ່າງໆໄດ້.     ຫວ້ານຫອມແດງ ມີລຳຕົ້ນແຕ່ມີຫົວຢູ່ພື້ນດິນ ເຊິ່ງຫົວຂອງມັນມີລັກສະນະຄ້າຍຫົວຫອມ, ຫົວອ່າວຍາວ ແລະ ມີຮູບຊົງຄ້າຍຄືກະສວຍ ສ່ວນເຫງົ້າຫົວ ແລະ ບ່ອນປາຍຈະອ່າວນ້ອຍກວ່າສ່ວນກາງ. ສ່ວນດ້ານນອກຂອງຫົວມີແຜ່ນສີມ່ວງແດງຫຸ້ມ ມີສີຄ້າຍຄືຫົວບົວແດງ...

ຕີລາຄາຄືນການຈັດຕັ້ງປະຕິບັດຜົນການຮ່ວມມື 4 ປະເທດ 9 ຝ່າຍຊາຍແດນ VIII

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຜົນການຮ່ວມມື 4 ປະເທດ 9 ຝ່າຍຊາຍແດນຄັ້ງທີ VIII ທີ່ແຂວງ ອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2019 ທີ່ຫ້ອງປະຊຸມນໍ້າກັດຢໍລະປາ ໂດຍການເປັນປະທານຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງອຸດົມໄຊ. ໃນໄລຍະໜຶ່ງປີຜ່ານມາບັນດາແຂວງພາກເໜືອຂອງ ສປປ ລາວ ໂດຍສະເພາະແຂວງ ອຸດົມໄຊ, ຫຼວງພະບາງ,...

3 ເດືອນຕົ້ນປີ ແຂວງອັດຕະປື ສົ່ງອອກໄດ້ຫຼາຍກວ່າ 25 ລ້ານໂດລາ

ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 10 ເມື່ອບໍ່ດົນຜ່ານມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 3 ເດືອນຜ່ານມາ ແຂວງອັດຕະປື ຍາດໄດ້ຜົນງານໃນຫຼາຍດ້ານເປັນຕົ້ນ: ດ້ານງົບປະມານເກັບລາຍຮັບງົບປະມານໄດ້ 15 ຕື້ກວ່າກີບເທົ່າກັບ 12,88%ຂອງແຜນການປີ, ລາຍຮັບພາຍໃນແຂວງປະຕິບັດໄດ້ 11 ຕື້ກວ່າກີບ ເທົ່າກັບ 13,73%ຂອງແຜນການປີ. ໃນນີ້ລາຍຮັບຈາກສວຍສາອາກອນປະຕິບັດໄດ້...

ຊົງຜົມໃໝ່ ຕ່າຍ ອໍລະໄທ ໃນບົດເພງ “ກົດແຫ່ງຊໍ້າ”

ປ່ອຍອອກມາເລື້ອຍໆ ຜົນງານເພງ ພ້ອມກັບຮູບແບບການແຕ່ງໂຕ ແລະ ແນວເພງທີ່ແຟນໆຕ້ອງໄດ້ຕິດຕາມຕະຫຼອດ ກັບ ສາວ ຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຂວັນໃຈມວນຊົນຈາກປະເທດເພື່ອນບ້ານ (ໄທ). ຫຼ້າສຸດກັບຜົນງານເພງໃໝ່ ສາວຕ່າຍ ມາໃນແບບຜົມສັ້ນ ແບບໃໝ່ຈາກທີ່ເຕໍຄີຍເຫັນຜົມຍາວມາຕະຫຼອດ ສາວຕ່າຍໄດ້ກ່າວວ່າ “ຕ່າຍຂໍຟາກເພງ ກົດແຫ່ງຊໍ້າແນ່ເດີ້ ເພງນີ້ ຕ່າຍ ລອງປ່ຽນຊົງຜົມ ຢາກໃຫ້ແຟນໆເຫັນ ໃນອີກມຸມໜຶ່ງຂອງຕ່າຍ” ແລະ ແຟນໆຕ່າງໃຫ້ຄໍາຄິດເຫັນ...

ມື້ນີ້, ອາກາດຮ້ອນ ຫາ ຮ້ອນເອົ້າ ແຕ່ຈະມີຝົນຕົກໃນລະດັບຄ່ອຍກະຈາຍຢູ່ແຕ່ລະພາກ

ກົມອຸຕຸນິຍົມ ແລະ ອຸທົກະສາດ ໄດ້ພະຍາກອນອາກາດປະຈຳວັນທີ 2 ພຶດສະພາ 2019 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກໍາລັງປານກາງ ແລະ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດ ຍັງຮ້ອນ ຫາ ຮ້ອນເອົ້າ ຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ພາບປະກອບຂ່າວ   ພາກເໜືອດ້ານຕາເວັນອອກ: ອາກາດຮ້ອນໃນຕອນບ່າຍ ແລະ...

ສະຫະພັນແມ່ຍິງ ກະຊວງ ກປ ຊຸກຍູ້ການສ້າງເສດຖະກິດຄອບຄົວຂອງພະນັກງານ

ຄະນະສະຫະພັນແມ່ຍິງ ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ລົງຢ້ຽມຢາມຄອບຄົວຕົວແບບ ທ່ານ ນາງ ສາລາວົງ ທໍາມະເຈດີ ເພື່ອຊຸກຍູ້ ແລະ ໃຫ້ກໍາລັງໃຈໃນການສືບຕໍ່ອະນຸຮັກ ແລະ ຮັກສາມູນເຊື້ອດຸໝັ່ນຂອງແມ່ຍິງລາວ, ແນໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ. ນາງ ສາລາວົງ ທໍາມະເຈດີ ໃຫ້ຮູ້ວ່າ:...

ອຸຕຸແຈ້ງ!! ອາທິດນີ້ ອາກາດຍັງສືບຕໍ່ຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 2 ຫາ 5 ພຶດສະພາ 2019 ວ່າ: ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຍັງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ.   ພາບປະກອບຂ່າວ   ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 2 ຫາ...
- Advertisment -
Slide
Slide

Most Read

error: Content is protected !!