ຮູ້ໄວ້ໄດ້ປະໂຫຍດ!! ຫວ້ານຫອມແດງ ແກ້ອາການທ້ອງອືດ ແລະ ຫ້າມເລືອດ

255

ຫວ້ານຫອມແດງ ຫຼື ມີຊື່ເອີ້ນທາງວິທະຍາສາດວ່າ Eleutherine americana Merr ສ່ວນຫຼາຍມັກປູກໄວ້ເປັນໄມ້ປະດັບ ເນື່ອງຈາກໃບຂອງມັນມີຮູບຮ່າງນ້ອຍຮຽວຍາວ ແລະ ມີສີຂຽວສວຍງາມ ລວມໄປເຖິງດອກມີສີຂາວຄ້າຍຄືດອກກ້ວຍໄມ້. ແຕ່ໃນຄວາມເປັນຈິງແລ້ວຫວ້ານຫອມແດງ ຍັງມີສັບພະຄຸນທາງຢາໂດຍສະເພາະຫົວຂອງມັນ ແມ່ນນິຍົມນຳມາປຸງແຕ່ງເປັນຢາສະໝຸນໄພປິ່ນປົວພະຍາດຕ່າງໆໄດ້.

 

 

ຫວ້ານຫອມແດງ ມີລຳຕົ້ນແຕ່ມີຫົວຢູ່ພື້ນດິນ ເຊິ່ງຫົວຂອງມັນມີລັກສະນະຄ້າຍຫົວຫອມ, ຫົວອ່າວຍາວ ແລະ ມີຮູບຊົງຄ້າຍຄືກະສວຍ ສ່ວນເຫງົ້າຫົວ ແລະ ບ່ອນປາຍຈະອ່າວນ້ອຍກວ່າສ່ວນກາງ. ສ່ວນດ້ານນອກຂອງຫົວມີແຜ່ນສີມ່ວງແດງຫຸ້ມ ມີສີຄ້າຍຄືຫົວບົວແດງ ສ່ວນເນື້ອຫົວດ້ານໃນປະກອບດ້ວຍກາບໃບທີ່ຮຽງຊ້ອນກັນ ເມື່ອຜ່າຫົວຈະມີນໍ້າສີແດງໄຫຼອອກມາໃຫ້ເຫັນເປັນວົງກົມ.

 

 

ຫວ້ານຫອມແດງ ມີສັບພະຄຸນທາງຢາ ເນື່ອງຈາກຫົວມີລົດເຜັດຮ້ອນ, ສະນັ້ນ ແພດຢາພື້ນເມືອງຈຶ່ງນຳເອົາຫວ້ານຫອມແດງມາປຸງແຕ່ງເປັນຢາ ເພື່ອມາປິ່ນປົວພະຍາດຕ່າງໆໄດ້ຫຼາຍຊະນິດເປັນຕົ້ນແມ່ນ: ນຳຫົວຫວ້ານຫອມແດງມາບົດປະສົມກັບນໍ້າເລັກນ້ອຍ ກ່ອນຈະນຳມາທາປົວພະຍາດຜິວໜັງເຊັ່ນ: ກາກ, ກ້ຽນຕ່າງໆ

 

 

ນຳຫວ້ານຫອມແດງມາບົດໃຫ້ລະອຽດ  ແລ້ວນຳມາທາບ່ອນແຜທີ່ຖືກແມງໄມ້ກັດ ຈະຊ່ວຍບັນເທົາອາການປວດບວມໄດ້, ປົວບາດແຜເຮັດໃຫ້ແຜແຫ້ງໄວ ແລະ ປ້ອງກັນການຕິດເຊື້ອ; ໃຊ້ຫວ້ານຫອມແດງບົດໃຫ້ລະອຽດ ມາທາບ່ອນເກີດແຜ ຈະຊ່ວຍຫ້າມເລືອດໄດ້.

 

ນອກນັ້ນ, ຫວ້ານຫອມແດງເມື່ອນຳມາຮັບປະທານແບບສົດ, ແບບເປັນຜົງ ແລະ ນຳມາຕົ້ມດື່ມ ຈະຊ່ວຍບັນເທົາອາການເປັນຫວັດ, ແກ້ອາການຕັນດັງ, ຊ່ວຍບັນເທົາອາການໄອ, ແກ້ອາການຄັນຄໍ, ໃຊ້ເປັນຢາຂັບປັດສະວະ, ບັນເທົາອາການເຈັບທ້ອງ, ແກ້ອາການທ້ອງອືດ, ຈຸກສຽບ ແລະ ແໜ້ນທ້ອງ, ຊ່ວຍຂັບລົມໃນລຳໄສ້, ບັນເທົາອາການຖອກທ້ອງ ແລະ ຊ່ວຍແກ້ອາການເລືອດອອກຕາມຫວ່າງແຂ້ວໄດ້ອີກ.