ຜູ້ນໍາ ເວເນຊູເອລາ ຮຽກຮ້ອງທົ່ວໂລກຢຸດສະໜັບສະໜູນ ກຸຍໂດ

144

ທ່ານ ນິໂຄລັສ ມາດູໂຣ ປະທານາທິບໍດີ ເວເນຊູເອລາ ກ່າວ: ຮຽກຮ້ອງໃຫ້ປະເທດຕ່າງໆທົ່ວໂລກຢຸດການສະໜັບສະໜູນ ທ່ານ ຮວນ ກຸຍໂດ ຜູ້ນໍາພັກຝ່າຍຄ້ານຂອງ ເວເນຊູເອລາ ເຊິ່ງປະກາດຕົວເປັນປະທານາທິບໍດີທ້າທາຍອໍານາດທັງຝ່າຍບໍລິຫານ, ນິຕິບັນຍັດ ແລະ ຕຸລາການ, ພ້ອມທັງຢືນຢັນວ່າກອງທັບຍັງຄົງຈົງຮັກພັກດີ ແລະ ໃຫ້ການສະໜັບສະໜູນຝ່າຍລັດຖະບານ.

ທ່ານ ພົນເອກ ວະລາດິເມຍ ປາດຣິໂນ ໂລເປດ ລັດຖະມົນຕີກະຊວງປ້ອງກັນປະເທດ ເວເນຊູເອລາ ກ່າວວ່າ: ກອງທັບຢູ່ຄຽງຂ້າງລັດຖະບານ ທ່ານ ມາດູໂຣ ແລະ ຈະເລັ່ງຜ່ອນຄາຍສະຖານະການນີ້ໃຫ້ເຊົາໂດຍໄວ ເຖິງວ່າມີຄວາມກັງວົນເລື່ອງການປະທ້ວງກໍຕາມ.

ນອກຈາກນີ້, ທ່ານ ມາດູໂຣ ຍັງສະແດງຄວາມຍິນດີຕໍ່ການທີ່ທາງກອງທັບ ເວເນຊູເອລາ ສາມາດໂຄ່ນລົ້ມຂະບວນການວາງແຜນເຮັດລັດຖະປະຫານ ຫຼັງຈາກ ທ່ານ ກຸຍໂດ ຮຽກຮ້ອງໃຫ້ມວນຊົນອອກມາປະທ້ວງ ແລະ ມີທະຫານຈໍານວນໜຶ່ງເຂົ້າຮ່ວມ.

ຜູ້ນໍາ ເວເນຊູເອລາ ກ່າວຕື່ມວ່າ 80% ຂອງທະຫານທີ່ເຂົ້າຮ່ວມການເຮັດລັດຖະປະຫານຫຼົງກົນອຸບາຍຕົວະຍົວະຫຼອກລວງ ໂດຍພວກເຂົາໄດ້ຮັບແຈ້ງວ່າພວກເຂົາກໍາລັງຈະຖືກສົ່ງໄປປະຕິບັດໜ້າທີ່ ແຕ່ທັນທີທີ່ຄົນເຫຼົ່ານັ້ນເຫັນ ທ່ານ ລີໂອ ໂປນໂດ ໂລເປດ ໜຶ່ງໃນການນໍາຝ່າຍຄ້ານ ແລະ ການນໍາຝ່າຍຄ້ານອື່ນໆຄົນເຫຼົ່ານີ້ກໍອອກໄປທັນທີ.