ລັດຖະບານທົ່ວໂລກສ້າງໜີ້ເພີ່ມຈຸລະດັບກວ່າ 60 ພັນຕື້ໂດລາ

105

ໜີ້ລັດຖະບານໂດຍລວມທົ່ວໂລກໃນໄລຍະປີ 2018 ຫຍັບເພີ່ມຂຶ້ນສ້າງສະຖິຕິໄວ້ທີ່ 66 ພັນຕື້ໂດລາ ຫຼື ຄິດເປັນອັດຕາສ່ວນ 80% ຂອງ ຈີດີພີ ໂລກເພີ່ມຂຶ້ນຈາກມູນຄ່າໜີ້ຂອງລັດໃນປີ 2017 ເຖິງ 2 ເທົ່າ.

ສະຖານະການໜີ້ດັ່ງກ່າວຈະເຮັດໃຫ້ຫຼາຍປະເທດ ໂດຍສະເພາະໃນປະເທດກໍາລັງພັດທະນາຕ້ອງພົບກັບພາວະເຄັ່ງຕຶງທາງການເງິນ ຊໍ້າບໍ່ໜຳຍັງຈະຕ້ອງແບກຮັບພາລະຕົ້ນທຶນດອກເບ້ຍທີ່ສູງຂຶ້ນຈາກທ່າອ່ຽງດອກເບ້ຍຢູ່ໃນທິດທາງປັບຕົວສູງຂຶ້ນທົ່ວໂລກ, ບັນຫານີ້ຈະເປັນປັດໄຈສໍາຄັນດຶງຈ່ອງການຂະຫຍາຍຕົວທາງເສດຖະກິດຂອງຫຼາຍໆປະເທດ ເຖິງຂັ້ນເສດຖະກິດເສື່ອມໂຊມໄດ້ໃນທີ່ສຸດ.

ເປັນທີ່ໜ້າສັງເກດວ່າປະເທດທີ່ແບກຮັບພາລະໜີ້ຂອງລັດຫຼາຍທີ່ສຸດໃນອັນດັບຕົ້ນໆຂອງໂລກເປັນປະເທດພັດທະນາແລ້ວ ເຊັ່ນ: ອາເມຣິກາ ແລະ ຍີ່ປຸ່ນ. ໃນບົດລາຍງານຫົວຂໍ້ໜີ້ພາກລັດທົ່ວໂລກ ປະຈໍາປີ 2018 ເຊິ່ງເຮັດໂດຍ ບໍລິສັດ ຟິດ ເຣດຕິງ ເມື່ອບໍ່ດົນມານີ້ຊີ້ວ່າ: ພາລະໜີ້ຂອງລັດທີ່ເພີ່ມຂຶ້ນເຮັດໃຫ້ຫຼາຍປະເທດຫຍຸ້ງຍາກລໍາບາກໃນການບໍລິຫານຈັດການນະໂຍບາຍການເງິນ ເນື່ອງຈາກປະສົບພາວະເງິນເຄັ່ງຕຶງໃນພາວະທີ່ດອກເບ້ຍໂລກກໍກໍາລັງຫຍັບໃນທິດທາງສູງຂຶ້ນ.

ໜີ້ຂອງລັດໃນສ່ວນຂອງປະເທດອຸດສາຫະກໍາພັດທະນາແລ້ວນັ້ນມີມູນຄ່າລວມກັນຢູ່ທີ່ 50 ພັນຕື້ໂດລາ ( ຂໍ້ມູນປີ 2018 ) ໂດຍເປັນໜີ້ພາກລັດຂອງ ອາເມຣິກາ ເຖິງ 21,9 ພັນຕື້ໂດລາ ເຊິ່ງເພີ່ມຂຶ້ນ 44% ເມື່ອປຽບທຽບກັບສະຖິຕິໃນປີ 2012 ( ທີ່ໜີ້ຢູ່ໃນລະດັບພຽງ 15,2 ພັນຕື້ໂດລາ ) ເມື່ອປຽບທຽບກັບໜີ້ຂອງປະເທດພັດທະນາແລ້ວປະເທດອື່ນໆພົບວ່າໜີ້ພາກລັດຂອງ ອາເມຣິກາ ໃນຂະນະນີ້ມີມູນຄ່າເກືອບ 10 ເທົ່າ ຂອງໜີ້ພາກລັດ 4 ປະເທດເອີຣົບ ລວມກັນປະກອບມີ ຝຣັ່ງ, ເຢຍລະມັນ, ອິຕາລີ ແລະ ອັງກິດ.

ຢ່າງໃດກໍຕາມ, ນັກວິເຄາະຂອງ ຟິດ ເຣດຕິງ ໃຫ້ຮູ້ວ່າ: ຫາກບໍ່ລວມ ອາເມຣິກາ ທີ່ຖືເປັນກໍລະນີແຕກຕ່າງກັນເປັນພິເສດໄລຍະລະຫວ່າງປີ 2012 – 2018 ໜີ້ພາກລັດຂອງປະເທດພັດທະນາແລ້ວຖືວ່າຄົງທີ່ ຫຼື ຂະຫຍາຍຕົວເຖິງ 50% ຫຼື ເພີ່ມຂຶ້ນຈາກ 10 ພັນຕື້ ເປັນ 15 ພັນຕື້ ໂດຍມີປະເທດໃນຕາເວັນອອກກາງ ແລະ ອາຟຣິກກາເໜືອ ເປັນພາກພື້ນກໍາລັງພັດທະນາທີ່ມີຍອດໜີ້ຂອງລັດເພີ່ມຂຶ້ນຫຼາຍທີ່ສຸດຄື 104%.

ຈໍານວນໜີ້ຂອງລັດພາກພື້ນດັ່ງກ່າວ 1 ພັນຕື້ໂດລາ ເຊິ່ງເປັນໜີ້ລະດັບພາກພື້ນກໍຖືວ່າເປັນພຽງເລັກໜ້ອຍຂອງຈໍານວນໜີ້ຂອງລັດໃນກຸ່ມປະເທດພັດທະນາແລ້ວ ຕົວຢ່າງ ເຊັ່ນ: ອາເມຣິກາ ພຽງປະເທດດຽວກໍມີໜີ້ຂອງລັດສູງເຖິງ 21,9 ພັນຕື້ໂດລາ ໂດຍເປັນທີ່ສັງເກດວ່າໜີ້ຂອງ ອາເມຣິກາ ເລີ່ມເພີ່ມຂຶ້ນໃນສະໄໝ ທ່ານ ຈ໊ອດ ດັບເບິລຢູບຸດ ປະທານາບໍດີ. ຈາກນັ້ນ, ເພີ່ມຂຶ້ນ 88% ເປັນ 19,9 ພັນຕື້ໂດລາ ໃນສະໄໝຂອງ ທ່ານ ບາຣັກ ໂອບາມາ ເປັນປະທານາທິບໍດີ. ຫຼັງຈາກນັ້ນ, ກໍເພີ່ມຂຶ້ນອີກເປັນປະມານ 10% ໃນໄລຍະ 2 ປີ ທໍາອິດຂອງລັດຖະບານອາເມຣິກາ ພາຍໃຕ້ການບໍລິຫານປະເທດຂອງ ທ່ານ ໂດນັນ ທຣໍາ.

ກຸ່ມປະເທດທີ່ ຟິດ ເຣດຕິງ ຈັດອັນດັບຄວາມໜ້າເຊື່ອຖືໃນການຊໍາລະໜີ້ວ່າຢູ່ໃນຂັ້ນດີຫຼາຍລະດັບ AAA ນັ້ນມີ 11 ປະເທດ ເຊິ່ງມູນຄ່າໜີ້ຂອງລັດລວມກັນຄິດເປັນອັດຕາສ່ວນ 40% ຂອງໜີ້ພາກລັດທັງໝົດທົ່ວໂລກ, ສ່ວນກຸ່ມທີ່ໄດ້ຮັບການຈັດອັນດັບ B ນັ້ນມີອັດຕາສ່ວນຈໍານວນໜີ້ປະມານ 3% ຂອງຈໍານວນໜີ້ທັງໝົດ.

ສ່ວນກຸ່ມປະເທດກໍາລັງພັດທະນາທີ່ບໍ່ລວມ ຈີນ ນັ້ນໄດ້ຮັບການຈັດອັນດັບຄວາມໜ້າເຊື່ອຖືໂດຍສະເລ່ຍຕໍ່າກວ່າ BB+ ເລັກໜ້ອຍ ເຊິ່ງຄາດຄະເນວ່າທ່າອ່ຽງຈະເປັນເຊັ່ນນີ້ຈົນເຖິງປີ 2019 ນໍາອີກ.

ປັດໄຈສໍາຄັນທີ່ຈະມີຜົນຕໍ່ອັນດັບ ຄວາມໜ້າເຊື່ອຖືໃນການຊໍາລະໜີ້ຂອງປະເທດຕ່າງໆນັ້ນກໍຈະຍັງເປັນປັດໄຈເກົ່າໆ ເຊັ່ນ: ບັນຫາທາງການເງິນ, ການຂຶ້ນ ຫຼື ລົງຂອງລາຄາສິນຄ້າ, ສະຖານະການທາງການເມືອງ ແລະ ພູມສາດເປັນຕົ້ນ.

ບົດລາຍງານຂອງ ຟິດ ເຣດຕິງ ຊີ້ວ່າ: ອັດຕາການຂະຫຍາຍຕົວທາງເສດຖະກິດທີ່ຫຼຸດໜ້ອຍຖອຍລົງໃນບາງປະເທດອາດຈະກາຍເປັນບັນຫາໃຫຍ່ທາງການເງິນຂຶ້ນມາໄດ້ ໂດຍສະເພາະໃນປະເທດທີ່ມີບັນຫາໜີ້ຂອງລັດສູງຢູ່ແລ້ວ.