ຕີລາຄາຄືນການຈັດຕັ້ງປະຕິບັດຜົນການຮ່ວມມື 4 ປະເທດ 9 ຝ່າຍຊາຍແດນ VIII

117

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຜົນການຮ່ວມມື 4 ປະເທດ 9 ຝ່າຍຊາຍແດນຄັ້ງທີ VIII ທີ່ແຂວງ ອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2019 ທີ່ຫ້ອງປະຊຸມນໍ້າກັດຢໍລະປາ ໂດຍການເປັນປະທານຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງອຸດົມໄຊ.

ໃນໄລຍະໜຶ່ງປີຜ່ານມາບັນດາແຂວງພາກເໜືອຂອງ ສປປ ລາວ ໂດຍສະເພາະແຂວງ ອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ ແລະ ບໍ່ແກ້ວ ໄດ້ໃຫ້ຄວາມສຳຄັນຕໍ່ບົດບັນທຶກຄວາມເຂົ້າໃຈຂອງກອງປະຊຸມ 4 ປະເທດ 9 ຝ່າຍ ທີ່ໄດ້ລົງນາມຮ່ວມກັນ ດ້ວຍການຊຸກຍູ້ໃຫ້ບັນດາພະແນກການ,ອົງການທີ່ກ່ຽວຂ້ອງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນບົດບັນທຶກເຂົ້າໃນວຽກງານຕົວຈິງ ແລະ ເປັນຮູບປະທຳ, ໂດຍມີການພົບປະແລກປ່ຽນກັບຄະນະຜູ້ແທນຂັ້ນສູງ, ຂັ້ນວິຊາການທັງພາກລັດ ແລະ ນັກທຸລະກິດພາກເອກະຊົນ.

ໃນນີ້ເມືອງ ນາໝໍ້ ແຂວງ ອຸດົມໄຊ ໄດ້ສ້າງເມືອງແຮກສ່ຽວກັບເມືອງ ລ້າ ກິ່ງແຂວງສິບສອງພັນນາ, ແຂວງຢູນນານ ສປຈີນ.ນະຄອນຫຼວງພະບາງໄດ້ສ້າງບົດບັນທຶກສ້າງສາຍພົວພັນມິດຕະພາບກັບນະຄອນຊຽງຮຸ່ງ ສປຈີນ; ສ່ວນແຂວງ ບໍ່ແກ້ວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບຈັງຫວັດຊຽງຣາຍ ຣາຊະອານາຈັກໄທ ວ່າດ້ວຍການການຮ່ວມມືໃນການຈັດຕະຫຼາດນັດໃນ 3 ຕົວເມືອງ ລະຫວ່າງ ເມືອງຫ້ວຍຊາຍ-ເມືອງຊຽງຂອງ, ເມືອງຕົ້ນເຜິງ-ເມືອງຊຽງແສນ ແລະ ເມືອງປາກທາ-ເມືອງຊຽງແກ່ນ.

ພ້ອມນີ້ໃນກອງປະຊຸມຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕີລາຄາຄືນໝາກຜົນຂອງການຈັດຕັ້ງປະຕິບັດການຮ່ວມມືໃນໄລຍະຜ່ານມາໂດຍຂົງເຂດການຄ້າ-ການລົງທຶນ,ການທ່ອງທ່ຽວ,ດ້ານການຄົມມະນາຄົມ-ຂົນສົ່ງ ແລະ ດ້ານການສຶກສາ-ວັດທະນະທຳ ເພື່ອແນໃສ່ແກ້ບັນຫາຊອກຈຸດອ່ອນຂໍ້ຄົງຄ້າງທີ່ຈະພ້ອມກັນສືບຕໍ່ແກ້ໄຂ ແລະ ເສີມຂະຫຍາຍຈຸດດີທີ່ຈະຕ້ອງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດການພົວພັນຮ່ວມມືລະຫວ່າງແຂວງພາກເໜືອ ສປປ ລາວ,ໄທ,ມຽນມາ ແລະ ຈີນ ໃນຕໍ່ໜ້າໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຄະນະຜູ້ແທນຈາກອົງການປົກຄອງແຂວງ, ພະແນກການ, ອົງການທີ່ກ່ຽວຂ້ອງພ້ອມດ້ວຍນັກທຸລະກິດທັງພາກລັດ ແລະ ເອກະຊົນ ຈາກແຂວງ ອຸດົມໄຊ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ ສປປ ລາວ; ຈັງຫວັດຊຽງຣາຍ, ຊຽງໃໝ່ ຣາຊະອານາຈັກໄທ ແລະ ກິ່ງແຂວງສິບສອງພັນນາ ສປ ຈີນ ເຂົ້າຮ່ວມ.

ຂ່າວ: ສຸວັນທອງ ປັນຍາຂັນ