3 ເດືອນຕົ້ນປີ ແຂວງອັດຕະປື ສົ່ງອອກໄດ້ຫຼາຍກວ່າ 25 ລ້ານໂດລາ

94

ທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 10 ສະໄໝທີ 10 ເມື່ອບໍ່ດົນຜ່ານມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 3 ເດືອນຜ່ານມາ ແຂວງອັດຕະປື ຍາດໄດ້ຜົນງານໃນຫຼາຍດ້ານເປັນຕົ້ນ: ດ້ານງົບປະມານເກັບລາຍຮັບງົບປະມານໄດ້ 15 ຕື້ກວ່າກີບເທົ່າກັບ 12,88%ຂອງແຜນການປີ, ລາຍຮັບພາຍໃນແຂວງປະຕິບັດໄດ້ 11 ຕື້ກວ່າກີບ ເທົ່າກັບ 13,73%ຂອງແຜນການປີ.

ໃນນີ້ລາຍຮັບຈາກສວຍສາອາກອນປະຕິບັດໄດ້ 9 ຕື້ກວ່າກີບ ເທົ່າກັບ 13,48%ຂອງແຜນການປີ,ຮັບຈາກການຄຸ້ມຄອງຊັບສິນຂອງລັດໄດ້ 1 ຕື້ກວ່າກີບ ເທົ່າກັບ 15,52%ຂອງແຜນການປີ,ສ່ວນດ້ານລາຍຈ່າຍປະຕິບັດໄດ້ 47 ຕື້ກວ່າກີບ ເທົ່າກັບ 13,27%ຂອງແຜນການປີ.
ດ້ານການສົ່ງອອກ ແລະນໍາເຂົ້າມີມູນຄ່າຫຼາຍກວ່າ 26 ລ້ານກວ່າໂດລາເທົ່າກັບ 22,07%ຂອງແຜນການປີ. ໃນນັ້ນການສົ່ງອອກປະຕິບັດໄດ້ 25 ລ້ານກວ່າໂດລາ ເທົ່າກັບ 22,26%ຂອງແຜນການປີ. ປະເພດສິນຄ້າສົ່ງອອກຕົ້ນຕໍແມ່ນກະແສໄຟຟ້າ,ນໍ້າຕານຊາຍ, ກ້ອນຢາງພາລາ, ໝາກກ້ວຍ,ໝາກມັງກອນ ແລະເຄື່ອງປ່າຂອງດົງ.

ສ່ວນການນໍາເຂົ້າປະຕິບັດໄດ້ 8 ແສນກວ່າໂດລາເທົ່າກັບ 17,94%ຂອງແຜນການປີ. ປະເພດສິນຄ້ານໍາເຂົ້າຕົ້ນຕໍແມ່ນ ພາຫະນະຮັບໃຊ້ໂຄງການ, ເຄື່ອງກົນຈັກ, ເຄື່ອງຮັບໃຊ້ ແລະອຸປະກອນອື່ນໆ. ດ້ານການລົງທຶນໄລຍະສາມເດືອນຜ່ານມາ ໄດ້ອອກໃບຢັ້ງຢືນຕິດຕາມການຊໍາລະທຶນທັງໝົດ 9 ໂຄງການ,ມູນຄ່າ 1,8 ຕື້ກີບ ເທົ່າກັບ 6,8% ຂອງແຜນການປີ. ການປ່ອຍສິນເຊື່ອຂອງທະນາຄານ ໄລຍະສາມເດືອນຕົ້ນປີສາມາດລະດົມເງິນຝາກໄດ້ທັງໝົດ 125 ຕື້ກີບ ເທົ່າກັບ 45%ຂອງແຜນການ,ປ່ອຍສິນເຊື່ອໄດ້ທັງໝົດ 65 ຕື້ກີບ.

ຂ່າວ: ຂ. ອັດຕະປື ວັດທະນາ ຫຼວງອາໄພ.