Monthly Archives: May, 2019

ປະທານປະເທດຢ້ຽມຢາມຈີນ ບັນລຸການເຊັນສັນຍາຮ່ວມມື 10 ສະບັບ

ວັນທີ 30 ເມສາ 2019 ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການໃນໂອກາດຢ້ຽມຢາມລັດຖະກິດ ສປ ຈີນ ເຊິ່ງຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ. ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການແລ້ວ ທ່ານ...

ລັດແຈ້ງການ!!! ຫ້າມໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ທຸກປະເພດ

ເພື່ອຄວາມເປັນເອກະພາບ, ສະເໝີພາບໃນການປະຕິບັດກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ລະບຽບການຕ່າງໆທີ່ວາງອອກ. ສະນັ້ນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 196/ຖວທ ລົງວັນທີ 24 ເມສາ 2019 ເຖິງ ບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ...

ນະຄອນຫຼວງ ສາມາດສະໜອງນ້ຳປະປາໄດ້ເກືອບ 100%

ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ມີກຳລັງການຜະລິດຢູ່ 3,2 ແສນແມັດກ້ອນຕໍ່ວັນ ກວມເອົາເກືອບ 100% ໃນການສະໜອງນ້ຳໃນນະຄອນຫຼວງວຽງຈັນ ສ່ວນການຈັດເກັບລາຍຮັບປີຜ່ານມາບໍ່ບັນລຸແຜນການທີ່ຕັ້ງໄວ້. ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການ ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ກ່າວວ່າ: ປັດຈຸບັນລັດວິສາຫະກິດ ນ້ຳປະປານະຄອນຫຼວງ ສຳເລັດຫຼາຍໂຄງການ ແລະ ມີການມອບ - ຮັບໄປແລ້ວຈຳນວນໜຶ່ງໃນປີ 2018 ເຊັ່ນ:...

ປັບລາຄານໍ້າມັນຂຶ້ນອີກ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ 0462/ອຄ.ກຄພນ ລົງວັນທີ 2 ພຶດສະພາ 2019  ເຖິງສະມາຄົມມໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ເລື່ອງການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ການປັບຄັ້ງນີ້ແມ່ນໄດ້ຫຼຸດຄັງແຮແອັດຊັງພິເສດ ແລະ ນໍ້າມັນແອັດຊັງທໍາມະດາລົງ 250 ກີບຕໍ່ລິດ, ສ່ວນຄັງແຮນໍ້າມັນກາຊວນ ຫຼຸດລົງ 50 ກີບຕໍ່ລິດ, ປັບຂຶ້ນລາຄານໍ້າມັນແອັດຊັງພິເສດ...

ການປະຕິບັດປັບຄ່າແຮງງານຂັ້ນຕໍ່າຍັງບໍ່ບັນລຸແຜນ

ມາຮອດປັດຈຸບັນການແຈ້ງປັບຄ່າແຮງງານຂັ້ນຕໍ່າ ຈາກ 900.000 ກີບມາເປັນ 1.100.000 ກີບຕໍ່ຄົນຕໍ່ເດືອນ ໃນ ສປປ ລາວ ຄັ້ງຫຼ້າສຸດຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄົບຮອບ 1 ປີພໍດີ ແຕ່ພາກປະຕິບັດເຮັດໄດ້ພຽງ 80% ເພາະຍັງມີຫົວໜ່ວຍທຸລະກິດອີກຈຳນວນໜຶ່ງຍັງບໍ່ມີການປັບຂຶ້ນຄ່າແຮງງານຂັ້ນຕ່ຳດັ່ງກ່າວ. ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງກຳມະບານລາວ ໄດ້ໃຫ້ສຳພາດວ່າ: ສຳລັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ກໍຄືກຳມະກອນຕາມພາລະບົດບາດໄດ້ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍກຳມະບານລາວ...

ຮຽນຮູ້ ເທັກນິກການກ້າຕົ້ນອ່ອນຜັກບົ້ງ

ຕົ້ນອ່ອນຜັກບົ້ງ ມີລົດຊາດຫວານ ຈຶ່ງເຮັດໃຫ້ຫຼາຍຄົນຕິດໃຈໃນລົດຊາດ ເຖິງແມ່ນວ່າຜັກບົ້ງຕົ້ນໃຫຍ່ຈະມີລົດຊາດແຊບຢູ່ແລ້ວກໍ່ຕາມ ແຕ່ຕົ້ນອ່ອນຜັກບົ້ງເມື່ອນຳມາປະກອບເຮັດອາຫານ ຈະໃຫ້ຄວາມແຊບຫຼາຍກວ່າ, ທີ່ສໍາຄັນມັນສາມາດຂາຍໄດ້ລາຄາດີ ແລະ ມີຕົ້ນທຶນໃນການປູກໜ້ອຍ.     ຕົ້ນອ່ອນຜັກບົ້ງນັ້ນເປັນພືດທີ່ປູກງ່າຍ ແລະ ໃຊ້ເວລາບໍ່ດົນກໍ່ສາມາດນຳມາໃຊ້ບໍລິໂພກໄດ້ແລ້ວ ໂດຍການນຳມາປະກອບເປັນອາຫານ ກໍ່ບໍ່ຕ່າງຈາກການບໍລິໂພກຜັກບົ້ງທີ່ໃຫຍ່ເຊັ່ນ: ສາມາດນຳໄປຂົ້ວເປັນຜັກບົ້ງໄຟແດງ, ນຳມາເຮັດຍຳຜັກບົ້ງກອບ ຫຼື ນຳໄປປະກອບອາຫານອື່ນໆໄດ້ຕາມໃຈມັກ.     ສຳລັບການກ້າຕົ້ນອ່ອນຜັກບົ້ງນັ້ນມີອຸປະກອນທີ່ຕ້ອງກະກຽມຄື: ແກ່ນຜັກບົ້ງ, ດິນທີ່ປະສົມໄຍໝາກພ້າວ ແລະ ແກບດຳ ໂດຍດິນດັ່ງກ່າວຕ້ອງບໍ່ເຄັມ ແລະ ບໍ່ສົ້ມ,...

ດາວວັນ ອິນທະວົງ ຈົບຄູພາສາອັງກິດ ແຕ່ມີຄວາມຝັນເປັນນັກອອກແບບ

ດາວວັນ ອິນທະວົງ ຫຼື ດາວ ໜຶ່ງໃນຜູ້ເຂົ້າປະກວດ ຈາກ 10 ຄົນ ໃນໂຄງການ fair fashion Laos 2019 ເປັນໂຄງການອອກແບບຊຸດຜະລິດຕະພັນລາວປີທໍາອິດໃນລາວ ທີ່ລັດຖະບານ ອາເມລິກາໃຫ້ທຶນ ໂດຍຜ່ານໂຄງການ 2019 Alumni Engagement Innovation Fund ຫຼື AEF...

ອັດຕະປື ສ້າງກໍາມະກອນອາຊີບໄດ້ 1. 800 ກວ່າຄົນ

ປັດຈຸບັນໃນທົ່ວແຂວງອັດຕະປື ມີກໍາມະກອນຜູ້ອອກແຮງງານທັງໝົດ 11.759 ຄົນ, ຍິງ 4.385 ຄົນ,ໃນນັ້ນ ເປັນກໍາມະກອນອາຊີບມີ 1.838 ຄົນ, ຍິງ 381 ຄົນ, ກໍາມະກອນຜູ້ອອກແຮງງານນອກລະບົບມີ 9.921 ຄົນ, ຍິງ 3.155 ຄົນ,ແຮງງານເຄື່ອນຍ້າຍມີ 1 ພັນກວ່າຄົນ, ຍິງ 400 ກວ່າຄົນ. ທ່ານນາງ...

ປັບລາຄານໍ້າມັນຂຶ້ນອີກ! ແອັດຊັງພິເສດ 300 ກີບ, ແອັດຊັງທຳມະດາ 230 ກີບ ແລະ ກາຊວນ 110 ກີບ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ 0462 ລົງວັນທີ2 ພຶດສະພາ 2019 ເລື່ອງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ເລີ່ມຈັດຕັ້ງປະຕິບັດແຕ່ເວລາ 6:00 ໂມງ ຂອງວັນທີ 3 ພຶດສະພາ 2019     ການປັບຂຶ້ນລາຄາໃນຄັ້ງນີ້ ແມ່ນປັບຂຶ້ນລາຄານໍ້າມັນແອັດຊັງພິເສດ 300 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ 230 ກີບ/ລິດ ແລະ...

ອາເມຣິກາ – ຈີນ ໃຊ້ງົບທາງທະຫານຫຼາຍທີ່ສຸດໃນໂລກ

ງົບປະມານທາງທະຫານ ອາເມຣິກາ ປີ 2018 ເພີ່ມຂຶ້ນຄັ້ງທໍາອິດ ໃນຮອບ 7 ປີ ສືບເນື່ອງມາຈາກນະໂຍບາຍລັດຖະບານຂອງ ທ່ານ ໂດນັນ ທຣໍາ ປະທານາທິບໍດີ, ຂະນະທີີ່ ຈີນ ນໍາມາເປັນອັນດັບສອງ; ສ່ວນງົບປະມານທະຫານທົ່ວໂລກ ໃນປີ 2018 ເພີ່ມຂຶ້ນ 2,6% ມາຢູ່ທີ່ 1,8 ພັນຕຶື້ໂດລາ...
- Advertisment -
Slide
Slide

Most Read

error: Content is protected !!