ປະທານປະເທດຢ້ຽມຢາມຈີນ ບັນລຸການເຊັນສັນຍາຮ່ວມມື 10 ສະບັບ

119

ວັນທີ 30 ເມສາ 2019 ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການໃນໂອກາດຢ້ຽມຢາມລັດຖະກິດ ສປ ຈີນ ເຊິ່ງຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການແລ້ວ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ໃນການພົບປະດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນສະໜິດສະໜົມຂອງ ທ່ານ ສີ ຈິ້ນຜິງ, ບັນດາການນໍາຂັ້ນສູງຂອງພັກ – ລັດ ສປ ຈີນ ທັງຢູ່ສູນກາງ ແລະ ແຂວງຟູຈ້ຽນ ທີ່ຄະນະໄດ້ໄປຢ້ຽມຢາມ ເຊິ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນດີງາມແຫ່ງສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ລະຫວ່າງ ສອງປະເທດ ລາວ – ຈີນ.

ພ້ອມດຽວກັນນັ້ນ, ທ່ານ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມເວທີປາໄສການຮ່ວມມືສາກົນ “ ໜຶ່ງແລວໜຶ່ງເສັ້ນທາງ ” ຄັ້ງທີ 2 ທີ່ ສປ ຈີນ ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດອັນສໍາຄັນຮອບດ້ານຂອງປະຊາຊົນຈີນ ໃນພາລະກິດສ້າງສາສັງຄົມນິຍົມຕາມສີສັນພິເສດຂອງຈີນ ໂດຍສະເພາະແມ່ນຜ່ານການຢ້ຽມຢາມຄັ້ງນີ້ໄດ້ຮັບຮູ້ຢ່າງເລິກເຊິ່ງຕໍ່ບົດຮຽນ ແລະ ຜົນສຳເລັດອັນໂດດເດັ່ນໃນການແກ້ໄຂຄວາມທຸກຍາກຂອງ ສປ ຈີນ ເຊິ່ງໄດ້ເປັນບົດຮຽນອັນປະເສີດ, ສຳຄັນໃຫ້ແກ່ຝ່າຍລາວ. ພ້ອມດຽວກັນນັ້ນ, ທ່ານກໍໄດ້ອວຍພອນໃຫ້ປະຊາຊົນຈີນ ພາຍໃຕ້ການນໍາພາອັນໜັກແໜ້ນຂອງພັກກອມມູນິດຈີນ ອັນມີ ທ່ານ ສີ ຈິ້ນຜິງ ເປັນແກນກາງ ຈະສືບຕໍ່ບັນລຸຜົນສໍາເລັດໃໝ່ອັນໃຫຍ່ຫຼວງກວ່າເກົ່າ ໃນການສ້າງສັງຄົມອີ່ມໜຳສຳລານຢ່າງຮອບດ້ານໃນປີ 2020 ກໍຄືການບັນລຸເປົ້າໝາຍ “ 100 ປີ ສອງເຫດການ ” ທີ່ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນວາງອອກ ທັງເປັນການຄໍານັບຮັບຕ້ອນວັນຄົບຮອບ 70 ປີ ແຫ່ງການສະຖາປະນາ ສປ ຈີນ ໃນເດືອນຕຸລາ 2019.

ນອກຈາກນີ້, ທ່ານປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍໃນການເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ ລາວ – ຈີນ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ທີ່ພວມນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນທັງສອງປະເທດ, ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄືພາລະກິດສ້າງສາພັດທະນາະເທດຊາດໃນປັດຈຸບັນຂອງປະຊາຊົນລາວ, ສະແດງຄວາມເປັນເອກະພາບຕໍ່ທິດທາງການຮ່ວມມືໃນຂະແໜງການຕ່າງໆໃນຕໍ່ໜ້າໃຫ້ນັບມື້ມີປະສິດທິຜົນ, ພ້ອມກັນຈັດຕັ້ງປະຕິບັດເນື້ອໃນຈິດໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ລາວ – ຈີນ ທີ່ສອງຝ່າຍໄດ້ລົງນາມກັນໃນຄັ້ງນີ້ໃຫ້ເປັນຮູບປະທໍາ, ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຍິນດີຊຸກຍູ້ເຮັດໃຫ້ຍຸດທະສາດ “ ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ ” ຂອງລາວເຊື່ອມຈອດເຂົ້າກັບຂໍ້ລິເລີ່ມ “ ໜຶ່ງແລວໜຶ່ງເສັ້ນທາງ ” ຂອງ ສປ ຈີນ. ພ້ອມນັ້ນ, ທ່ານກໍໄດ້ເຊື້ອເຊີນໃຫ້ ທ່ານ ສີ ຈິ້ນຜິງ ມາຢ້ຽມຢາມ ສປປ ລາວ.

ໃນໂອກາດດຽວກັນ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມລັດຖະກິດຢູ່ ສປ ຈີນ ແລະ ສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືສາກົນ “ ໜຶ່ງແລວໜຶ່ງເສັ້ນທາງ ” ຄັ້ງທີ 2; ຕີລາຄາສູງຕໍ່ຜົນຂອງການພົບປະກັບການນໍາຂັ້ນສູງຂອງຈີນ ແລະ ຜົນການຢ້ຽມຢາມ ແຂວງຟູຈ້ຽນ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເຊິ່ງແຂວງຟູຈ້ຽນ ເປັນແຂວງທີ່ ທ່ານ ສີ ຈິ້ນຜິງ ເຄີຍຊີ້ນໍາ – ນໍາພາຢູ່ແຂວງດັ່ງກ່າວເປັນເວລາເກືອບ 18 ປີ. ນອກຈາກນີ້, ທ່ານ  ສີ ຈິ້ນຜິງ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ການກໍ່ສ້າງສັງຄົມນິຍົມກໍຄືບົດຮຽນ ຂອງ ສປ ຈີນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ເນັ້ນໜັກເຖິງ ຄວາມສໍາຄັນຂອງການນໍາພາຂອງພັກໃນພາລະກິດກໍ່ສ້າງສັງຄົມນິຍົມ. ສອງປະເທດ ລາວ – ຈີນ ຕ້ອງຮ່ວມມືກັນໃຫ້ແໜ້ນແຟ້ນກວ່າເກົ່າ, ມີການແລກປ່ຽນບົດຮຽນໃນດ້ານທິດສະດີ, ວຽກງານກໍ່ສ້າງພັກ – ພະນັກງານ, ການປົກຄອງລັດ – ບໍລິຫານປະເທດ, ວຽກງານສຶກສາຄົນຮຸ່ນໜຸ່ມໃຫ້ເປັນຜູ້ສືບທອດມິດຕະພາບ ລາວ – ຈີນ ຕໍ່ໄປ ພ້ອມທັງໄດ້ສະແດງ ຄວາມຂອບໃຈ ແລະ ຕອບຮັບການເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ຂອງ ທ່ານ ບຸນຍັງ ວໍລະຈິດ ໃນເວລາທີ່ເໝາະສົມ.

ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່ຂອງສອງພັກກໍໄດ້ຮ່ວມກັນລົງນາມແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ – ຈີນ ເຊິ່ງເປັນເອກະສານທີ່ເປັນທິດທາງໃຫ້ແກ່ການຮ່ວມມືສອງຝ່າຍໃນຕໍ່ໜ້າ ພ້ອມທັງຮ່ວມກັນເປັນສັກຂີພິຍານໃນພິທີເຊັນເອກະສານສັນຍາການຮ່ວມມືສອງຝ່າຍໃນຂະແໜງເສດຖະກິດ, ການຄ້າ, ການລົງທຶນ, ໄຟຟ້າ, ດ້ານກະສິກຳ ແລະ ອື່ນໆ ອີກຈຳນວນ 10 ສະບັບ.

( ຂ່າວ: ເອຢິບ )