ລັດແຈ້ງການ!!! ຫ້າມໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ ທຸກປະເພດ

171

ເພື່ອຄວາມເປັນເອກະພາບ, ສະເໝີພາບໃນການປະຕິບັດກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ລະບຽບການຕ່າງໆທີ່ວາງອອກ. ສະນັ້ນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 196/ຖວທ ລົງວັນທີ 24 ເມສາ 2019 ເຖິງ ບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ເລື່ອງ: ການຢຸດຕິ ການຜະລິດສື່ໂຄສະນາ ແລະ ໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າ.

 

ພາບປະກອບຂ່າວ

 

ໂດຍເນື້ອໃນແຈ້ງການລະບຸໄວ້ວ່າ: ໃຫ້ບັນດາບໍລິສັດ ລັດວິສາຫະກິດ, ບໍລິສັດເອກະຊົນ, ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ບໍລິສັດປະກອບການໂຄສະນາ, ອອກແບບ ຜະລິດ ແລະ ຕິດຕັ້ງປ້າຍ ໃຫ້ຢຸດຕິການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດເປັນຕົ້ນແມ່ນ: ຜະລິດ, ຕິດຕັ້ງປ້າຍໂຄສະນາຢູ່ຕາມສາຍທາງ ແລະ ສະຖານທີ່ຕ່າງໆ, ການໂຄສະນາທາງສື່ມວນຊົນທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆ ທີ່ເປັນການຊັກຊວນໃຫ້ມີການດື່ມ.

 

ພາບປະກອບຂ່າວ

 

ໃຫ້ຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວປະເທດ ເປັນເຈົ້າການຕິດຕາມກວດກາ, ຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາປ້າຍໂຄສະນາ ແລະ ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າໃນສື່ປະເພດຕ່າງໆໃຫ້ເປັນເອກະພາບ.

 

ພາບປະກອບຂ່າວ