ດາວວັນ ອິນທະວົງ ຈົບຄູພາສາອັງກິດ ແຕ່ມີຄວາມຝັນເປັນນັກອອກແບບ

117

ດາວວັນ ອິນທະວົງ ຫຼື ດາວ ໜຶ່ງໃນຜູ້ເຂົ້າປະກວດ ຈາກ 10 ຄົນ ໃນໂຄງການ fair fashion Laos 2019 ເປັນໂຄງການອອກແບບຊຸດຜະລິດຕະພັນລາວປີທໍາອິດໃນລາວ ທີ່ລັດຖະບານ ອາເມລິກາໃຫ້ທຶນ ໂດຍຜ່ານໂຄງການ 2019 Alumni Engagement Innovation Fund ຫຼື AEF ຈາກ 15 ໂຄງການໃນທົ່ວໂລກ.

ດາວ ອາຍຸ 26 ປີ ປັດຈຸບັນອາໄສຢູ່ ນະຄອນຫລວງວຽງຈັນ ເປັນນັກອອກແບບໃນຮ້ານຕັດເຄື່ອງແຫ່ງຫນຶ່ງໃນນະຄອນຫລວງວຽງຈັນ, ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດສາຂາຄູພາສາອັງກິດ.

ດາວໄດ້ໃຫ້ສໍາພາດກັບທີມຂ່າວ ເສດຖະກິດ ການຄ້າວ່າ: ຈຸດເລີ່ມຕົ້ນທີ່ມາປະກວດໃນໂຄງການນີ້ແມ່ນເຫັນເຜີຍແຜ່ຢູ່ໃນເພສບຸກ fair fashion Laos 2019 ແລະ ຕົນເອງເປັນຄົນທີ່ມັກທາງດ້ານການອອກແບບຊຸດຕ່າງໆ ແລະ ແຜ່ນແພຂອງລາວຢູ່ແລ້ວ ຈຶ່ງຕັດສິນໃຈສົ່ງແບບຟອມລົງແຂ່ງຂັນ ເພາະຫົວຂໍ້ຂອງເພິ່ນແມ່ນເນັ້ນການສົ່ງເສີມຜ້າລາວຂອງເຮົານັ້ນເອງ.

ສຳລັບເລື່ອງພອນສະຫວັນ ຕົນເອງຮູ້ສຶກວ່າເປັນຄົນມັກແຕ້ມຮູບມາແຕ່ນ້ອຍໆແລ້ວ ແລະ ແຮງບັນດານໃຈທີ່ຢາກໃຫ້ໂຕເອງເປັນນັກອອກແບບກໍຄືຕົນເອງເປັນຄົນມັກການແຕ່ງໂຕ ແລະ ເວລາເຫັນຄົນສວມໃສ່ເຄື່ອງນຸ່ງທີ່ແປກໃຫມ່ກໍຮູ້ສຶກວ່າມັນເປັນສິ່ງທີ່ຫນ້າຕື່ນເຕັ້ນ.
ການແຂ່ງຂັນໃນຄັ້ງນີ້ ດາວ ບໍ່ໄດ້ຄາດຫວັງວ່າຈະໄດ້ເປັນຜູ້ຊະນະ ແຕ່ກໍຄາດຫວັງທີ່ຈະແຂ່ງຂັນກັບຄວາມສາມາດຂອງໂຕເອງ. ເພື່ອໃນອະນາຄົດ ຫວັງໄວ້ວ່າ ຢາກມີຮ້ານເປັນຂອງຕົວເອງ ແລະ ຕັດເສື້ອໃຫ້ກັບລູກຄ້າທີ່ມັກໃນຜົນງານຂອງເຮົາ.

ນອກຈາກການອອກແບບແລ້ວ ດາວ ຢາກເປັນອາຈານສອນວິທີຕັດຫຍິບເຄື່ອງໃຫ້ແກ່ຄົນຮຸ່ນຕໍ່ໄປໄດ້ມີໂອກາດໄດ້ຕັດຫຍິບເຄື່ອງ ໄດ້ອອກແບບຄືກັບດາວ.

ແຕ່ ຖ້າ ດາວ ເປັນຜູ້ຊະນະໃນການແຂ່ງຂັນຄັ້ງນີ້ ດາວຈະຕໍ່ຍອດການຮໍ່າຮຽນຄື ຂໍທຶນສຶກສາເພີ່ມຕື່ມໃນການຮຽນສ້າງແບບ ລວດລາຍຕ່າງໆ ທີ່ເໝາະກັບທຸກເພດທຸກໄວ ເໝາະກັບທຸກເທດສະການໃຫ້ເກັ່ງໆ ເພາະຢາກເປີດຮ້ານຕັດເຄື່ອງຂອງຕົນເອງ ແລະ ຢາກເປັນທີ່ປຶກສາ ເປັນອາຈານສິດສອນຖ່າຍທອດໃຫ້ຄົນຮຸ່ນຕໍ່ໄປໄດ້ຮຽນຮູ້ນໍາ.

ທ່ານສາມາດຕິດຕາມຜົນງານ ຂອງ ດາວ ແລະ ຄົນອື່ນໆໄດ້ ນັບຕັ້ງແຕ່ວັນທີ 2 ພຶດສະພາ 2019 ເປັນຕົ້ນໄປ ຜູ້ເຂົ້າແຂ່ງຂັນທັງໝົດຈະໄດ້ເກັບໂຕເຂົ້າສູ່ສູນເພື່ອຕັດຫຍິບ ເພື່ອອອກແບບຊຸດ ແລ້ວຈະສະແດງຜົນງານ ການເຄື່ອນໄຫວ ທາງເພຈ໌ Fair Fashion Laos 2019 ໃຫ້ເຮົາໄດ້ເຫັນ, ຈົນຮອດ ວັນທີ 11-12 ພຶດສະພາ 2019 ຮອບຕັດສິນ ທີ່ ຫໍວັດທະນະທໍາແຫ່ງຊາດ.

ມວນຊົນສາມາດເຂົ້າຊົມໄດ້ໂດຍບໍ່ເສຍຄ່າຜ່ານປະຕູ, ທ່ານຍັງສາມາດເປັນສ່ວນໜຶ່ງໃນການໃຫ້ຄະແນນຊຸດ ແລະ ນັກອອກແບບທີ່ທ່ານມັກຮັກໄດ້ ໃນຮອບຕັດສິນ.

ຈາກ: Dao Inthavong