ການປະຕິບັດປັບຄ່າແຮງງານຂັ້ນຕໍ່າຍັງບໍ່ບັນລຸແຜນ

103

ມາຮອດປັດຈຸບັນການແຈ້ງປັບຄ່າແຮງງານຂັ້ນຕໍ່າ ຈາກ 900.000 ກີບມາເປັນ 1.100.000 ກີບຕໍ່ຄົນຕໍ່ເດືອນ ໃນ ສປປ ລາວ ຄັ້ງຫຼ້າສຸດຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄົບຮອບ 1 ປີພໍດີ ແຕ່ພາກປະຕິບັດເຮັດໄດ້ພຽງ 80% ເພາະຍັງມີຫົວໜ່ວຍທຸລະກິດອີກຈຳນວນໜຶ່ງຍັງບໍ່ມີການປັບຂຶ້ນຄ່າແຮງງານຂັ້ນຕ່ຳດັ່ງກ່າວ.

ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງກຳມະບານລາວ ໄດ້ໃຫ້ສຳພາດວ່າ: ສຳລັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ກໍຄືກຳມະກອນຕາມພາລະບົດບາດໄດ້ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍກຳມະບານລາວ ສະບັບປັບປຸງ, ສຶກສາອົບຮົມພະນັກງານກຳມະກອນໃຫ້ມີລະບຽບວິໄນໃນການອອກແຮງງານ, ເຂັ້ມງວດນໍ້າໃຈຮັກຊາດມີຄວາມສາມັກຄີປອງດອງກັນ; ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ, ເຮັດແນວໃດບໍ່ໃຫ້ຖືກເອົາລັດເອົາປຽບ, ບໍ່ໃຫ້ຖືກກົດຂີ່ຂູດຮີດ, ປະຕິບັດຖືກຕ້ອງຕາມກົດໝາຍຕ່າງໆທີ່ໄດ້ວາງອອກ, ທັງກົດໝາຍແຮງງານກໍໄດ້ລະບຸທີ່ພົວພັນເຖິງການປົກປ້ອງຜູ້ອອກແຮງງານ ລວມເຖິງທາງດ້ານນະໂຍບາຍ ແລະ ສະຫວັດດີການສັງຄົມຕ່າງໆຕໍ່ກຳມະກອນ ວ່າບັນດາໂຮງຈັກ – ໂຮງງານ ຫຼື ຜູ້ໃຊ້ແຮງງານປະຕິບັດຖືກ ຫຼື ບໍ່ ເຊິ່ງກຳມະບານກໍມີໜ້າທີ່ໄປໄກ່ເກ່ຍໃຫ້ ແລະ ມີການຍົກລະດັບຄ່າແຮງງານໃຫ້ແກ່ກຳມະກອນ ເຊິ່ງປັດຈຸບັນກໍກຳລັງປະຕິບັດການປັບຄ່າແຮງງານຂັ້ນຕໍ່າ ຄື ຕໍ່າສຸດບໍ່ໃຫ້ຫຼຸດ 1.100.000 ກີບ ທີ່ໄດ້ປະກາດໃຊ້ມາແຕ່ວັນທີ 1 ພຶດສະພາ ປີ 2018 ເປັນຕົ້ນມາ.

ທ່ານກ່າວຕື່ມວ່າ: ຜ່ານການປະຕິບັດເບື້ອງຕົ້ນກໍເຫັນວ່າມີຄວາມຫຍຸ້ງຍາກ ແລະ ປະຕິບັດບໍ່ທັນໄດ້ ຍ້ອນວ່າວັນທີ 20 ເມສາ 2018 ແຈ້ງການທີ່ຫ້ອງວ່າການສຳນັກງານນາຍົກ ແຈ້ງອອກມາໃຫ້ປັບຄ່າແຮງງານເງິນເດືອນຂັ້ນຕໍ່າ ຈາກ 900.000 ກີບ ເປັນ 1.100.000 ກີບ ເພາະເວລາ 10 ວັນ ບັນດາບໍລິສັດກໍຂໍເວລາປັບປຸງລະບົບດ້ານການເງິນຕ່າງໆ ໂດຍທາງພາກລັດກໍກຳນົດຮອດເດືອນກັນຍາ 2018 ໃຫ້ເລີ່ມປະຕິບັດ, ແຕ່ເງິນເດືອນຕ້ອງໄດ້ໄລ່ຢ້ອນຫຼັງໃຫ້, ແຕ່ມາຮອດປັດຈຸບັນກໍມີຫຼາຍຫົວໜ່ວຍທຸລະກິດສາມາດຈັດຕັ້ງປະຕິບັດໄດ້ ແລະ ຍັງມີບາງຫົວໜ່ວຍທຸລະກິດບໍ່ສາມາດປະຕິບັດໄດ້ ຄ່າແຮງງານຂັ້ນຕໍ່າຍັງ 900.000 ກີບຢູ່ ເຊິ່ງພວກເຮົາກໍຈະສືບຕໍ່ປຶກສາຫາລືກັບອົງການ 3 ຝ່າຍ ກໍຄື: ສະພາອຸດສາຫະກຳ ແລະ ການຄ້າ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງໄປຕິດຕາມກວດກາວ່າຫົວໜ່ວຍທຸລະກິດໃດທີ່ຍັງບໍ່ສາມາດປະຕິບັດ ພ້ອມທັງຊຸກຍູ້ແກ້ໄຂໃຫ້ຫົວໜ່ວຍທຸລະກິດປະຕິບັດຕາມແຈ້ງການຂອງລັດຖະບານ. ສັງລວມແລ້ວຜ່ານການອອກແຈ້ງການມາຮອດປັດຈຸບັນແມ່ນມີຫົວໜ່ວຍທຸລະກິດສາມາດປະຕິບັດການປັບຄ່າແຮງງານຂັ້ນຕໍ່າໄດ້ແລ້ວ 80% ມີພຽງ 20% ຍັງບໍ່ທັນສາມາດຈັດຕັ້ງປະຕິບັດໄດ້ຈາກບັນດາຫົວໜ່ວຍທຸລະກິດຕາມຕົວເມືອງໃນຂອບເຂດທົ່ວປະເທດ.

( ຂ່າວ: ຄຳນ້ອຍ; ຮູບ: ສຸກສະຫວັນ )