ປັບລາຄານໍ້າມັນຂຶ້ນອີກ! ແອັດຊັງພິເສດ 300 ກີບ, ແອັດຊັງທຳມະດາ 230 ກີບ ແລະ ກາຊວນ 110 ກີບ

268

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ 0462 ລົງວັນທີ2 ພຶດສະພາ 2019 ເລື່ອງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ເລີ່ມຈັດຕັ້ງປະຕິບັດແຕ່ເວລາ 6:00 ໂມງ ຂອງວັນທີ 3 ພຶດສະພາ 2019

 

ในภาพอาจจะมี บ้าน และสถานที่กลางแจ้ง

 

ການປັບຂຶ້ນລາຄາໃນຄັ້ງນີ້ ແມ່ນປັບຂຶ້ນລາຄານໍ້າມັນແອັດຊັງພິເສດ 300 ກີບ/ລິດ, ນໍ້າມັນແອັດຊັງທຳມະດາ 230 ກີບ/ລິດ ແລະ ນໍ້າມັນກາຊວນ 110 ກີບ/ລິດ. ໃນນີ້, ໄດ້ຫຼຸດຄັງແຮນໍ້າມັນແອັດຊັງພິເສດ ແລະ ນໍ້າມັນແອັດຊັງທຳມະດາລົງ 250 ກີບ, ສ່ວນຄັງແຮນໍ້າມັນກາຊວນຫຼຸດລົງ 50 ກີບ/ລິດ