ອັດຕະປື ສ້າງກໍາມະກອນອາຊີບໄດ້ 1. 800 ກວ່າຄົນ

90

ປັດຈຸບັນໃນທົ່ວແຂວງອັດຕະປື ມີກໍາມະກອນຜູ້ອອກແຮງງານທັງໝົດ 11.759 ຄົນ, ຍິງ 4.385 ຄົນ,ໃນນັ້ນ ເປັນກໍາມະກອນອາຊີບມີ 1.838 ຄົນ, ຍິງ 381 ຄົນ, ກໍາມະກອນຜູ້ອອກແຮງງານນອກລະບົບມີ 9.921 ຄົນ, ຍິງ 3.155 ຄົນ,ແຮງງານເຄື່ອນຍ້າຍມີ 1 ພັນກວ່າຄົນ, ຍິງ 400 ກວ່າຄົນ.

ທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງອັດຕະປື ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫານຊົນຂັ້ນແຂວງ ໄດ້ກ່າວໃນໂອກາດທີ່ແຂວງອັດຕະປື ຫວນຄືນວັນກໍາມະກອນສາກົນ ເມື່ອບໍ່ດົນຜ່ານມານີ້ວ່າ: ແຂວງອັດຕະປື ໄດ້ຖືສໍາຄັນຕໍ່ວຽກງານປົກປ້ອງແຮງງານເປັນວຽກໃຈກາງຂອງວຽກງານກໍາມະບານ, ເຊິ່ງຕະຫຼອດໄລຍະຜ່ານມາຄະນະພັກອໍານາດການປົກຄອງແຂວງ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງໄດ້ເຄື່ອນໄຫວປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະຊາວຜູ້ອອກແຮງງານດ້ວຍການເຂົ້າຮ່ວມປະກອບຄໍາຄິດຄໍາເຫັນຕໍ່ບັນດານິຕິກໍາຕ່າງໆທີ່ພົວພັນເຖິງສິດ ແລະຜົນປະໂຫຍດຂອງຜູ້ອອກແຮງງານ.

ໄດ້ລົງເຄື່ອນໄຫວຕິດຕາມ ກວດກາ ເກັບກໍາສະຖິຕິ ຈໍານວນກໍາມະກອນຢູ່ຕາມຫົວໜ່ວຍແຮງງານຕ່າງໆໃນທົ່ວແຂວງ, ເຊິ່ງທົ່ວແຂວງມີຫົວໜ່ວຍແຮງງານທັງໝົດ 110 ແຫ່ງ, ຫົວໜ່ວຍແຮງງານຂະໜາດໃຫຍ່ມີ 3 ແຫ່ງ,ຂະໜາດກາງ 5 ແຫ່ງ, ຂະໜາດນ້ອຍ 39 ແຫ່ງ ແລະແຮງງານທີ່ເປັນຫົວໜ່ວຍຄອບຄົວມີ 63 ແຫ່ງ.

ນອກນັ້ນຍັງໄດ້ເອົາໃຈໃສ່ເກັບກໍາຈໍານວນສະຖິຕິກໍາມະກອນຜູ້ອອກແຮງງານ ເພື່ອສ້າງໃຫ້ກາຍເປັນກໍາມະກອນອາຊີບ, ມີລະບຽບວິໄນໃນການອອກແຮງງານ, ມີຄວາມຮູ້ຄວາມສາມາດໃນການອອກແຮງງານ,ເຊິ່ງໃນທົ່ວແຂວງມີກໍາມະກອນຜູ້ອອກແຮງງານທັງໝົດ 11.759 ຄົນ, ຍິງ 4.385 ຄົນ,ໃນນັ້ນ ເປັນກໍາມະກອນອາຊີບມີ 1.838 ຄົນ, ຍິງ 381 ຄົນ, ກໍາມະກອນຜູ້ອອກແຮງງານນອກລະບົບມີ 9.921 ຄົນ, ຍິງ 3.155 ຄົນ, ແຮງງານເຄື່ອນຍ້າຍມີ 1 ພັນກວ່າຄົນ,ຍິງ 400 ກວ່າຄົນ. ໃນ ເຄິ່ງສະໄໝຜ່ານມາອອກທະບຽນໃຫ້ກໍາມະກອນລາວໄດ້ທັງໝົດ 1.269 ຄົນ, ຍິງ 187 ຄົນ.

ນອກນັ້ນຍັງໄດ້ເຊັນສັນຍາແຮງງານລວມໝູ່ຢູ່ບັນດາຫົວໜ່ວຍລັດວິສາຫະກິດ, ວິສະຫະກິດເອກະຊົນໄດ້ທັງໝົດ 9 ຫົວໜ່ວຍ,ໄດ້ແຕ່ງຕັ້ງຕາງໜ້າຜູ້ອອກແຮງງານໄດ້ 19 ແຫ່ງ, ມີຜູ້ຕາງໜ້າແຮງງານລາວ 45 ຄົນ,ໄດ້ແກ້ໄຂຂໍ້ຂັດແຍ່ງດ້ານແຮງງານລະຫວ່າງຜູ້ໃຊ້ແຮງງານກັບກໍາມະກອນຜູ້ອອກແຮງງານ ເພື່ອທວງເອົາເງິນນໍານາຍໜ້າມາໃຫ້ກໍາມະກອນເປັນຈໍານວນເງິນ 400 ກວ່າລ້ານກີບ.