ນະຄອນຫຼວງ ສາມາດສະໜອງນ້ຳປະປາໄດ້ເກືອບ 100%

186

ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ມີກຳລັງການຜະລິດຢູ່ 3,2 ແສນແມັດກ້ອນຕໍ່ວັນ ກວມເອົາເກືອບ 100% ໃນການສະໜອງນ້ຳໃນນະຄອນຫຼວງວຽງຈັນ ສ່ວນການຈັດເກັບລາຍຮັບປີຜ່ານມາບໍ່ບັນລຸແຜນການທີ່ຕັ້ງໄວ້.

ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການ ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ກ່າວວ່າ: ປັດຈຸບັນລັດວິສາຫະກິດ ນ້ຳປະປານະຄອນຫຼວງ ສຳເລັດຫຼາຍໂຄງການ ແລະ ມີການມອບ – ຮັບໄປແລ້ວຈຳນວນໜຶ່ງໃນປີ 2018 ເຊັ່ນ: ສຳເລັດກໍ່ສ້າງອ່າງນ້ຳສູງ 1.000 ແມັດກ້ອນ ບ້ານນາຫງ່າ ( ນໍ້າຊວງ ), ບ້ານຈະເລີນໄຊ ( ເວີນຄໍາ ) ແລະ ອ່າງນໍ້າສູງ 1.500 ແມັດກ້ອນ ບ້ານສອງຂົວກາງແສນ ເມືອງນາຊາຍທອງ ແລະ ວຽກກໍ່ສ້າງຫ້ອງການສາຂາ ແລະ ປ່ອງບໍລິການໃນເມືອງຕ່າງໆ ລວມທັງໂຄງການກໍ່ສ້າງອີກຫຼາຍແຫ່ງ ເຮັດໃຫ້ລັດວິສາຫະກິດ ນ້ຳປະປານະຄອນຫຼວງ ສາມາດມີກຳລັງການຜະລິດທັງໝົດ 320.000 ແມັດກ້ອນຕໍ່ວັນ ກວມເອົາ 95% ໃນການສະໜອງນ້ຳໃນນະຄອນຫຼວງ ຍັງເຫຼືອພຽງແຕ່ບາງບ້ານທີ່ຢູ່ຫ່າງໄກສອກຫຼີກເທົ່ານັ້ນ, ທ່ານຜູ້ອຳນວຍການ ລັດວິສາຫະກິດ ນ້ຳປະປານະຄອນຫຼວງວຽງຈັນ ກ່າວ.

ສ່ວນການຈັດເກັບລາຍຮັບໃນປີ 2018 ຜ່ານມາ ຕັ້ງເປົ້າຢູ່ທີ່ 182 ຕື້ກວ່າກີບ ແຕ່ຕົວຈິງປະຕິບັດໄດ້ພຽງ 169 ຕື້ ກວ່າກີບ ຫຼຸດແຜນການທີ່ກຳນົດໄວ້ຫຼາຍພໍສົມຄວນ ສາເຫດທີ່ເຮັດໃຫ້ລາຍຮັບບໍ່ໄປຕາມແຜນຍ້ອນມີການປັບປຸງການຂະຫຍາຍຕາໜ່າງລະບົບສາຍທໍ່, ຈຳໜ່າຍນ້ຳບໍ່ໄດ້ຕາມຄາດໝາຍ ລວມໄປເຖິງການຕິດຕັ້ງໝໍ້ແທກນ້ຳທີ່ບໍ່ໄດ້ຕາມເປົ້າໝາຍທີ່ກຳນົດ ສ່ວນບ້ວງລາຍຈ່າຍຢູ່ທີ່ປະມານ 209 ຕື້ກວ່າກີບ, ແຕ່ຈ່າຍຕົວຈິງ 189 ຕື້ກວ່າກີບ ປະຕິບັດໄດ້ 90% ຕາມແຜນການທີ່ວາງໄວ້, ແຕ່ສັງເກດເຫັນວ່າລາຍຈ່າຍໃນປີຫຼາຍກວ່າລາຍຮັບຢູ່ປະມານ 20 ຕື້ກວ່າກີບ. ທັງນີ້, ລັດວິສາຫະກິດ ນ້ຳປະປານະຄອນຫຼວງ ກໍຍັງໄດ້ມອບພັນທະເປັນຈຳນວນເງິນ 19 ຕື້ກີບ ເຂົ້າໃນງົບປະມານປະຈຳປີ.

ເຖິງແມ່ນວ່າຈະມີລາຍຮັບກັບລາຍຈ່າຍບໍ່ດຸນດ່ຽງກັນຈາກການນຳງົບປະມານໄປໃຊ້ຈ່າຍເຂົ້າໃນວຽກງານບໍລິຫານພາຍໃນ ໃນການຂະຫຍາຍກິດຈະການ ແລະ ປັບປຸງລະບົບທໍ່ ແລະ ຕິດຕັ້ງໝໍ້ແທກນ້ຳໃໝ່ 7.798 ໜ່ວຍ ແຕ່ກໍຍັງບໍ່ທັນທົ່ວເຖິງຫາກທຽບກັບຄວາມຕ້ອງການຂອງແຜນການທີ່ນອນໃນ 9 ຕົວເມືອງ.

( ຂ່າວ: ສຸລິນ, ຮູບ: ສອນໄຊ )