Monthly Archives: May, 2019

ຊາວບ້ານນາກະເຈີມ ລວມພະລັງ 300 ກວ່າຄົນແປງທາງເຂົ້າບ້ານ

ພື້ນຖານໂຄງລ່າງເປັນສິ່ງສຳຄັນ ແລະ ຈຳເປັນຕໍ່ການພັດທະນາ ໂດຍສະເພາະການປັບປຸງເສັ້ນທາງໃຫ້ມີຄວາມສະດວກສະບາຍ ສ້າງເງື່ອນໄຂເອື້ອອຳນວຍຕໍ່ການດຳລົງຊີວິດຂອງປະຊາຊົນ ເປັນຕົ້ນແມ່ນ ປັບປຸງປົວແປງເສັ້ນທາງໃນເຂດຊົນນະບົດໃຫ້ສາມາດເຊື່ອມຈອດໃສ່ເສັ້ນທາງຫຼວງ ແລະ ຕົວເມືອງ ກໍ່ຈະເຮັດໃຫ້ການສັນຈອນ ຫຼື ແລກປ່ຽນສິນຄ້າຂອງປະຊາຊົນສະດວກສະບາຍ ເຮັດໃຫ້ບ້ານພັດທະນາ, ປະຊາຊົນມີລາຍຮັບ ມີຊີວິການເປັນຢູ່ດີຂຶ້ນ ແລະ ຄ່ອຍຫຼຸດອອກຈາກຄວາມທຸກຍາກເທື່ອລະກ້າວ ດັ່ງຊາວບ້ານນາກະເຈີມ ເມືອງຕຸ້ມລານ ໄດ້ລວມພະລັງ 300 ກວ່າຄົນແປງທາງເຂົ້າບ້ານຕົນເອງ.         ບ້ານນາກະເຈີມ ເມືອງ ຕຸ້ມລານ...

ຫົວເຫວີຍຮຽກຮ້ອງໃຫ້ ອາເມຣິກາ ປັບວິທີການຮັບມືກັບຄວາມປອດໄພທາງໄຊເບີ້ຢ່າງມີປະສິດທິພາບ

ຫົວເຫວີຍ ຍື່ນຄຳຮ້ອງເພື່ອສະຫຼຸບການຕັດສິນຄະດີໃນສານ ເພື່ອເລັ່ງຂະບວນການຢຸດການກະທຳຜິດກົດໝາຍຕໍ່ບໍລິສັດ. ວັນທີ 29 ພຶດສະພາ 2019 ທີ່ເມືອງ ເຊີນເຈີ້ນ ສປ ຈີນ, ບໍລິສັດຫົວເຫວີຍໄດ້ເຮັດການຍື່ນບົດສະຫຼຸບດເພື່ອພິຈາລິນາ ຄະດີເຊິ່ງເປັນສ່ວນໜຶ່ງຂອງການດຳເນີນການຕາມລັດຖະທຳມະນູນ ເພື່ອທ້າທາຍມາດຕາ 889 ກົດໝາຍວ່າດ້ວຍການອະນຸຍາດແຫ່ງຊາດຂອງ(2019 NDAA). ນອກຈາກນີ້ຍັງຮຽກຮ້ອງໃຫ້ລັດຖະບານ ສະຫະລັດອາເມຣິກາລະງັບການປະທ້ວງປາບປາມຫົວເຫວີຍ ເພາະມັນຈະບໍໍ່ສົ່ງຜົນດີຕໍ່ຄວາມປອດໄພຂອງເຄືອຂ່າຍ. ທ່ານ Song Liuping ຫົວໜ້າຝ່າຍກົດໝາຍຂອງ ບໍລິສັດຫົວເຫວີຍ ໄດ້ກ່າວວ່າການໃຊ້...

ຮ່ວມໄວ້ອາໄລ! ທ່ານ ໄຊສະຫວາດ ສິງນາມວົງ ສິລະປິນແຫ່ງຊາດ ຜູ້ຈາກໄປຢ່າງບໍ່ມີວັນຫວນຄືນ

ນັບແຕ່ກ້າວເຂົ້າສູ່ປີ 2019 ວົງການນັກປະພັນລາວ ໄດ້ສູນເສຍບຸກຄະລາກອນທີ່ສຳຄັນຂອງວົງການໄດ້ແລ້ວຫຼາຍທ່ານ ເຊິ່ງຫຼ້າສຸດ, ທ່ານ ໄຊສະຫວາດ ສິງນາມວົງ ສິລະປິນແຫ່ງຊາດ ທັງເປັນອາຈານສອນຮ້ອງເພງ ຢູ່ໂຮງຮຽນ ສິລະປະແຫ່ງຊາດ ກໍ່ໄດ້ລັບຕາລາໂລກໄປຢ່າງບໍ່ມີວັນຫວນກັບມາອີກຄົນ ໃນຕອນເຊົ້າ ວັນທີ 29 ພຶດສະພາ 2019 ດ້ວຍພະຍາດຂອງຜູ້ກ່ຽວເອງ. ບັດນີ້ ຍັງຄົງເຫຼືອໄວ້ແຕ່ພຽງຜົນງານ ແລະ ສຽງເພງທີ່ເປັນອຳມະຕະຝາກໄວ້ປະດັບເອ້ວົງການບັນເທີງລາວ ໃຫ້ຄົງຢູ່ສືບໄປ.       ອີງຕາມຂໍ້ມູນ...

ແມ່ນຫຍັງຄືແຮງຈູງໃຈ! ເຈົ້າໜ້າທີ່ຍີ່ປຸ່ນ ເຂົ້າຄົ້ນເຮືອນຜູ້ກໍ່ເຫດແທງຄົນໃນຄາວາຊາກິ

ພະນັກງານສືບສວນຂອງຍີ່ປຸ່ນກວດຄົ້ນເຮືອນຂອງ ຊາຍອາຍຸ 51 ປີ ເຊິ່ງກໍ່ເຫດໃຊ້ມີດໄລ່ແທງປະຊາຊົນໃນເຂດໃຈກາງເມືອງຄາວາຊາກິ ໃກ້ກັບນະຄອນຫຼວງໂຕກຽວເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 2 ຄົນ ແລະ ໄດ້ຮັບບາດເຈັບອີກ 17 ຄົນ ກ່ອນທີ່ຄົນຮ້າຍປາດຄໍຕົວເອງຕາຍເພື່ອໜີຄວາມຜິດ. ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຄາວາຊາກິ ປະເທດຍີ່ປຸ່ນ ເມື່ອວັນພຸດ ທີ 29 ພຶດສະພາ ກ່ຽວກັບຄວາມຄືບໜ້າ ຫຼັງເກີດເຫດຊາຍໄວກາງຄົນໃຊ້ມີດໄລ່ແທງປະຊາຊົນທີ່ກໍາລັງສັນຈອນໄປມາບໍລິເວນສວນສາທາລະນະແຫ່ງໜຶ່ງ ໃກ້ກັບສະຖານີລົດໄຟສາຍຫຼັກໃນເຂດໃຈກາງເມືອງຄາວາຊາກິ ເມືອງເອກຂອງແຂວງຄານາງາວະ ຫ່າງຈາກນະຄອນຫຼວງໂຕກຽວລົງມາທາງຕາເວັນອອກສຽງໃຕ້ ເມື່ອໄລຍະເຊົ້າຂອງວັນອັງຄານ...

ຍິ່ງກິນຍິ່ງດີ! ຜັກບົວຫົວໃຫຍ່ ຊ່ວຍປ້ອງກັນມະເຮັງ ແລະ ໂຣກຜິວໜັງ

ຜັກບົວຫົວໃຫຍ່ (Onion) ເປັນພືດທີ່ມີແຫຼ່ງກຳເນີດໃນທະວີບອາຊີກາງ ຕັ້ງແຕ່ອິນເດຍໄປຮອດແຖວເປີເຊຍ ຈໍ່ມາຄ່ອຍເລີ່ມແຜ່ກະຈາຍເຂົ້າສູ່ທະວີບເອີຣົບແຖວປະເທດເອຢິບ ແລະ ຕວກກີ ເຊິ່ງເລີ່ມປູກຫຼາຍໃນເອີຣົບໃນຊ່ວງສະຕະວັດທີ 13-14 ແລະ ຄ່ອຍແຜ່ເຂົ້າສະຫາລັດອາເມລິກາ, ຫຼັງຈາກນັ້ນ, ປະມານສະຕະວັດທີ 16-17 ຈຶ່ງມີການພັດທະນາສາຍພັນຜັກບົວຫົວໃຫຍ່ ໃຫ້ມີຂະໜາດໃຫຍ່ຂຶ້ນ ແລະ ເລີ່ມປູກໃນປະເທດສະຫະລັດອາເມລິກາເມື່ອຊ່ວງປີ ຄ.ສ 1629 ແຖວລັດເທັກຊັສ ແລະ ແຄລິຟໍເນຍ.   ຜັກບົວຫົວໃຫຍ່ (Onion)...

ຄວາມເຫັນແຕກຕ່າງ! ທິດທາງຂອງທຣໍາ ແລະ ທີມງານ ຕໍ່ເກົາຫຼີເໜືອທົດລອງຂີປະນາວຸດ

ປະທານາທິບໍດີໂດນັລ ທຣໍາ ແລະ ທີມງານຍັງຄົງມີຄວາມເຫັນທີ່ແຕກຕ່າງກັນ ໃນການສະແດງ "ຈຸດຢືນຢ່າງຊັດເຈນ" ຂອງສະຫະລັດຕໍ່ການທີ່ເກົາຫຼີເໜືອຍິງຂີປະນາວຸດ 2 ຄັ້ງ ເມື່ອຕົ້ນເດືອນນີ້. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 28 ພຶດສະພາ ວ່າ ທ່ານນາງມໍແກນ ອໍເທກັສ ໂຄສົກຍິງຂອງກະຊວງການຕ່າງປະເທດສະຫະລັດ ກ່າວເມື່ອວັນອັງຄານ ວ່າ ໂຄງການດ້ານອາວຸດຂອງເກົາຫຼີເໜືອທັງໝົດຖືເປັນໂຄງການພັດທະນາ "ອາວຸດອານຸພາບທໍາລາຍສູງ...

ການກະກຽມທາງເລືອກອາຊີບເພື່ອຄວາມສຳເລັດ “ສຳລັບໄວໜຸ່ມກຽມວຽກ”

ຂຽນໂດຍ: ປອ. ສະແຫວງກິດ ພົມມະຮັກ ( ທີ່ປຶກສາດ້ານພັດທະນາ ຂີດຄວາມສາມາດ ) ສືບຕໍ່ຈາກຕອນທີ 1 ເຊິ່ງພິມລົງໃນໜັງສືພິມເສດຖະກິດ - ການຄ້າ ສະບັບລົງວັນທີ 3 ແລະ 4 ເມສາ 2019 ເຊິ່ງເວົ້າເຖິງ “ ການກະກຽມທາງເລືອກອາຊີບເພື່ອຄວາມສຳເລັດ ສຳລັບໄວເດັກເຖິງໄວໜຸ່ມຕອນຕົ້ນ ” ສຳລັບໄວໜຸ່ມກຽມເຮັດວຽກຖ້າວ່າການກະກຽມໃນຕອນໄວເດັກ...

ແຈກສູດນໍ້າແຈ່ວສຸດແຊບ ສໍາລັບຈີ່ຫອຍ, ອາຫານທະເລ

ໃຜແດ່ທີ່ມັກອາຫານປະເພດຈີ່ຫອຍ, ອາຫານທະເລ ແນວປິ້ງໆ ມື້ນີ້ແອັດມາແຈກສູດການເຮັດແຈ່ວໝາກເຜັດ ເອີ້ນວ່າລົດຊາດສຸດຂົ້ວເລີຍ ສຳລັບຜູ້ມັກດອກຫວາ!!! ເລີ່ມຈາກກຽມ: ຜັກຫອມປ້ອມ ຫຼື ຜັກຊີ, ຫົວກະທຽມ , ໜາກເຜັດ, ນໍ້າຕານ, ເກືອ, ໝາກນາວ, ນໍ້າຮ້ອນ, ແປ້ງນົວ. ເມື່ອກຽມແລ້ວ ກໍເລີ່ມເລີຍ : ຕົ້ມນໍ້າຮ້ອນກ່ອນ, ລ້າງຜັກຫອມປ້ອມ, ໝາກເຜັດ, ໝາກນາວກ່ອນ ປະໄວ້ໃຫ້ສະເດັດນໍ້າ ຊອຍຜັກຫອມປ້ອມ,...

ມາເລເຊຍ ກຽມສົ່ງຄືນຂີ້ເຫຍື້ອ 3 ພັນໂຕນ ໃຫ້ກຸ່ມປະເທດພັດທະນາແລ້ວ

ລັດຖະບານມາເລເຊຍ ປະກາດການສົ່ງຄືນ ຂີ້ເຫຍື້ອປະມານ 3 ພັນໂຕນ ທີ່ສ່ວນຫຼາຍເປັນພລາສຕິກ ແລະ ຂີ້ເຫຍື້ອທີ່ບໍ່ສາມາດນໍາມາຣິໄຊເຄິລໄດ້ ກັບຄືນປະເທດຕົ້ນທາງ ເຊິ່ງສ່ວນໃຫຍ່ເປັນປະເທດທີ່ພັດທະນາແລ້ວ ຖືເປັນປະເທດຫຼ້າສຸດ ທີ່ເພິ່ມຄວາມຈິງຈັງໃນການຈັດການບັນຫາສິ່ງແວດລ້ອມລັກສະນະນີ້. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນພຸດ ທີ 29 ພຶດສະພາ ວ່າ ທ່ານນາງເຫຍົາບີ ຫຍິນ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ສິ່ງແວດລ້ອມຂອງມາເລເຊຍ ກ່າວເມື່ອວັນອັງຄານ...

ອຸຕຸແຈ້ງ!! ກຽມຮັບມືກັບຝົນຕົກໜັກໃນວັນທີ 30 ພຶດສະພາ ຫາ 02 ມິຖຸນານີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ລົມພັດແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ທີ່ຈະເຖິງນີ້ ພ້ອມທັງແນະນຳໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າໄດ້.       ເນື່ອງຈາກມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ໃນໄລຍະວັນທີ 30...
- Advertisment -
Slide
Slide

Most Read

error: Content is protected !!