ຮຽນຮູ້ ເທັກນິກການກ້າຕົ້ນອ່ອນຜັກບົ້ງ

168

ຕົ້ນອ່ອນຜັກບົ້ງ ມີລົດຊາດຫວານ ຈຶ່ງເຮັດໃຫ້ຫຼາຍຄົນຕິດໃຈໃນລົດຊາດ ເຖິງແມ່ນວ່າຜັກບົ້ງຕົ້ນໃຫຍ່ຈະມີລົດຊາດແຊບຢູ່ແລ້ວກໍ່ຕາມ ແຕ່ຕົ້ນອ່ອນຜັກບົ້ງເມື່ອນຳມາປະກອບເຮັດອາຫານ ຈະໃຫ້ຄວາມແຊບຫຼາຍກວ່າ, ທີ່ສໍາຄັນມັນສາມາດຂາຍໄດ້ລາຄາດີ ແລະ ມີຕົ້ນທຶນໃນການປູກໜ້ອຍ.

 

 

ຕົ້ນອ່ອນຜັກບົ້ງນັ້ນເປັນພືດທີ່ປູກງ່າຍ ແລະ ໃຊ້ເວລາບໍ່ດົນກໍ່ສາມາດນຳມາໃຊ້ບໍລິໂພກໄດ້ແລ້ວ ໂດຍການນຳມາປະກອບເປັນອາຫານ ກໍ່ບໍ່ຕ່າງຈາກການບໍລິໂພກຜັກບົ້ງທີ່ໃຫຍ່ເຊັ່ນ: ສາມາດນຳໄປຂົ້ວເປັນຜັກບົ້ງໄຟແດງ, ນຳມາເຮັດຍຳຜັກບົ້ງກອບ ຫຼື ນຳໄປປະກອບອາຫານອື່ນໆໄດ້ຕາມໃຈມັກ.

 

 

ສຳລັບການກ້າຕົ້ນອ່ອນຜັກບົ້ງນັ້ນມີອຸປະກອນທີ່ຕ້ອງກະກຽມຄື: ແກ່ນຜັກບົ້ງ, ດິນທີ່ປະສົມໄຍໝາກພ້າວ ແລະ ແກບດຳ ໂດຍດິນດັ່ງກ່າວຕ້ອງບໍ່ເຄັມ ແລະ ບໍ່ສົ້ມ, ເຊິ່ງຈະໃສ່ຝຸ່ນໄສ້ເດືອນກໍ່ຍິ່ງດີ ຫຼື ຈະບໍ່ໃສ່ເລີຍກໍ່ໄດ້, ນອກຈາກນີ້ກໍ່ຍັງມີກະຕ່າ, ຟັກບົວຫົດນໍ້າ.

 

 

ວິທີການກໍບໍ່ຫຍຸ້ງຍາກ ພຽງແຕ່ນໍາເອົາແກ່ນພັນໄປແຊນໍ້າໄວ້ 1 ຄືນ ຫຼື ປະມານ 8 ຊົ່ວໂມງ. ຫຼັງຈາກນັ້ນກໍນໍາມາໃສ່ຕະແກງໃຫ້ສະເດັດນ້ຳ ໂດຍໃຊ້ເວລາ 10-20 ນາທີ ແລ້ວຈຶ່ງບົ່ມແກ່ນ ໂດຍການນຳໄປຫໍ່ໃສ່ຜ້າຂາວປະໄວ້ປະມານ 20 ຊົ່ວໂມງ ຈະສັງເກດວ່າມັນຈະມີຕຸ້ມນ້ອຍໆ ງອກອອກມາ ຕໍ່ຈາກນັ້ນໃຫ້ນຳດິນມາໃຊ້ກະຕ່າ ນຳແນວພັນມາໂຮຍໃສ່ກະຕ່າ ໃຫ້ສະໝໍ່າສະເໝີ ຢ່າໃຫ້ແໜ້ນ ຫຼື ບາງຈົນເກີນໄປ ແລະ ໂຮຍດິນຖົມບາງໆ.

 

 

ເມື່ອກ້າໃນກະຕ່າເພາະຮຽບຮ້ອຍແລ້ວໃຫ້ຫົດນ້ຳໃຫ້ຊຸ່ມ ແຕ່ຕ້ອງຫົດນ້ຳໂດຍສີດເປັນລະອອງຝອຍ ແລະ ບໍ່ຄວນໃຫ້ນ້ຳຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ແກ່ນກະເດັນຂຶ້ນມາເທິງໜ້າດິນ. ໃນໄລຍະທຳອິດຂອງການກ້າໃໝ່ໆຈະຕ້ອງເບິ່ງແຍງຢ່າງໃກ້ຊິດຢູ່ໄລຍະໜຶ່ງ ໂດຍຈະຕ້ອງບໍ່ໃຫ້ດິນປຽກ ຫຼື ແຫ້ງຈົນເກີນໄປ. ເມື່ອອາຍຸປະມານ 7 – 12 ວັນກໍ່ສາມາດນໍາໄປຂາຍ ຫຼື ບໍລິໂພກໄດ້.