ປັບລາຄານໍ້າມັນຂຶ້ນອີກ

169

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ເລກທີ 0462/ອຄ.ກຄພນ ລົງວັນທີ 2 ພຶດສະພາ 2019  ເຖິງສະມາຄົມມໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ເລື່ອງການປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ.

ການປັບຄັ້ງນີ້ແມ່ນໄດ້ຫຼຸດຄັງແຮແອັດຊັງພິເສດ ແລະ ນໍ້າມັນແອັດຊັງທໍາມະດາລົງ 250 ກີບຕໍ່ລິດ, ສ່ວນຄັງແຮນໍ້າມັນກາຊວນ ຫຼຸດລົງ 50 ກີບຕໍ່ລິດ, ປັບຂຶ້ນລາຄານໍ້າມັນແອັດຊັງພິເສດ 300 ກີບຕໍ່ລິດ, ນໍ້າມັນແອັດຊັງທໍາມະດາ 230 ກີບຕໍ່ລິດ ແລະ ນໍ້າມັນກາຊວນ 110 ກີບຕໍ່ລິດ.

ຄ່າທໍານຽມຕ່າງໆແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0461/ກຄພນ.ຄສລ ລົງວັນທີ 2 ພຶດສະພາ 2019 ຈົນກວ່າຈະມີການປ່ຽນແປງ.

ປັດຈຸບັນລາຄານ້ຳມັນເຊື້ອໄຟຕະຫຼາດໂລກເວົ້າລວມ, ເວົ້າສະເພາະນ້ຳມັນສຳເລັດຮູບຕະຫຼາດສິງກະໂປ ໂດຍສະເລ່ຍຕະຫຼາດສິງກະໂປ ແຕ່ວັນທີ 4 ຫາ 18 ເມສາ 2019 ( 15 ວັນ ) ບວກຄ່າຂົນສົ່ງ, ປະກັນໄພ ແລະ ອື່ນໆ ຮອດລາວສົມທຽບກັບລາຄານຳເຂົ້າປະຕິບັດ ຄັ້ງວັນທີ 10 ເມສາ 2019 ຜ່ານມາ ເຫັນວ່າ: ລາຄານ້ຳມັນແອັດຊັງພິເສດ ສຳເລັດຮູບຕະຫຼາດສິງກະໂປ ເພີ່ມຂຶ້ນຄິດເປັນ 6,32%, ນ້ຳມັນແອັດຊັງທຳມະດາ ເພີ່ມຂຶ້ນຄິດເປັນ 6,06% ແລະ ນ້ຳມັນກາຊວນ ເພີ່ມຂຶ້ນຄິດເປັນ 2,05%.

ທັງນີ້, ດັ່ງທີ່ກ່າວມາຂ້າງເທິງນັ້ນ ເຫັນວ່າ: ຖ້າລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ກໍຄືລາຄານ້ຳມັນສຳເລັດຮູບຕະຫຼາດສິງກະໂປ ຍັງສືບຕໍ່ເໜັງຕີງ ແຕ່ 4.862 ຫາ 5.062 ກີບຕໍ່ລິດ ຈະເຮັດໃຫ້ລາຄານ້ຳມັນເຊື້ອໄຟພາຍໃນປະເທດ ປະຕິບັດຄັ້ງວັນທີ 3 ພຶດສະພາ 2019 ຕ້ອງປັບນ້ຳມັນແອັດຊັງພິເສດ ຂຶ້ນ 580 ກີບຕໍ່ລິດ ຫຼື ຄິດເປັນ 5,5%, ນ້ຳມັນແອັດຊັງທຳມະດາ ຂຶ້ນ 500 ກີບຕໍ່ລິດ ຫຼື ຄິດເປັນ 5,4% ແລະ ກາຊວນ ຂຶ້ນ 170 ກີບຕໍ່ລິດ ຫຼື ຄິດເປັນ 2,0%. ສະນັ້ນ, ກົມການຄ້າພາຍໃນໄດ້ປະສານສົມທົບກັບກົມພາສີ, ກົມສ່ວຍສາອາກອນ ກະຊວງການເງິນ ແລະ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ ຄົ້ນຄວ້າ ແລະ ລາຍງານຂໍທິດຊີ້ນຳຈາກຂັ້ນເທິງ, ໃນຄັ້ງວັນທີ 30 ເມສາ 2019 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ມີທິດຊີ້ນຳເຫັນດີໃຫ້ຫຼຸດການເກັບຄັງແຮນ້ຳມັນແອັດຊັງພິເສດ ແລະ ແອັດຊັງທຳມະດາ ລົງ 250 ກີບຕໍ່ລິດ, ສ່ວນຄັງແຮກາຊວນ ໃຫ້ຫຼຸດລົງ 50 ກີບຕໍ່ລິດ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດກໍຄືຜູ້ຊົມໃຊ້ຫຼາຍເກີນໄປ, ເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ເວົ້າສະເພາະຈຸດນະຄອນຫຼວງວຽງຈັນ ທີ່ຈະປັບໃໝ່ຄັ້ງວັນທີ 3 ພຶດສະພາ 2019 ດັ່ງນີ້:

ລາຄາຂາຍຍ່ອຍນ້ຳມັນແອັດຊັງພິເສດ ຈາກ 10.520 ກີບຕໍ່ລິດ ເພີ່ມຂຶ້ນເປັນ 10.820 ກີບຕໍ່ລິດ ( ເພີ່ມຂຶ້ນ 300 ກີບຕໍ່ລິດ ຫຼື ຄິດເປັນ 2,85% ).

ລາຄານ້ຳມັນແອັດຊັງທຳມະດາ ຈາກ 9.310 ເພີ່ມຂຶ້ນເປັນ 9.540 ກີບຕໍ່ລິດ ( ເພີ່ມຂຶ້ນ 230 ກີບຕໍ່ລິດ ຫຼື ຄິດເປັນ 2,47% ).

ລາຄານ້ຳມັນກາຊວນ ຈາກ 8.600 ເພີ່ມຂຶ້ນເປັນ 8.710 ກີບຕໍ່ລິດ ( ເພີ່ມຂຶ້ນ 110 ກີບຕໍ່ລິດ ຫຼື ຄິດເປັນ 1,27% ).

ຕໍ່ກັບສະພາບການເໜັງຕີງລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ ກໍຄືການເໜັງຕີງເພີ່ມຂຶ້ນຂອງລາຄານ້ຳມັນເຊື້ອໄຟພາຍໃນປະເທດທີ່ກ່າວມາຂ້າງເທິງ ເຊິ່ງເປັນໄລຍະທີ່ທົ່ວປວງຊົນລາວບັນດາເຜົ່າ ກຳລັງກະກຽມສະເຫຼີມສະຫຼອງວັນກຳມະກອນດ້ວຍຄວາມຟົດຟື້ນ, ເບີກບານມ່ວນຊື່ນ ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງມີສະຕິປະຢັດມັດທະຍັດ, ໃຊ້ຈ່າຍໃນສິ່ງທີ່ຈຳເປັນ ໂດຍສະເພາະແມ່ນການຊົມໃຊ້ຍານພາຫະນະ ແລະ ຮຽກຮ້ອງມາຍັງບັນດາຜູ້ປະກອບການຕ່າງໆ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ ແລະ ກັກຕຸນສິນຄ້າ ກໍຄືໃນໄລຍະລາຄານ້ຳມັນເຊື້ອໄຟເໜັງຕີງຂຶ້ນ ຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ແມ່ນຈະໄດ້ໃຊ້ມາດຕະການລະບຽບກົດໝາຍ. ຖ້າຫາກພົບເຫັນການສວຍໂອກາດຂຶ້ນລາຄາສິນຄ້າ ສາມາດແຈ້ງໄດ້ທີ່ສາຍດ່ວນ 1510 ປົກປ້ອງຜູ້ຊົມໃຊ້.