ຊົງຜົມໃໝ່ ຕ່າຍ ອໍລະໄທ ໃນບົດເພງ “ກົດແຫ່ງຊໍ້າ”

250

ປ່ອຍອອກມາເລື້ອຍໆ ຜົນງານເພງ ພ້ອມກັບຮູບແບບການແຕ່ງໂຕ ແລະ ແນວເພງທີ່ແຟນໆຕ້ອງໄດ້ຕິດຕາມຕະຫຼອດ ກັບ ສາວ ຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຂວັນໃຈມວນຊົນຈາກປະເທດເພື່ອນບ້ານ (ໄທ).

ຫຼ້າສຸດກັບຜົນງານເພງໃໝ່ ສາວຕ່າຍ ມາໃນແບບຜົມສັ້ນ ແບບໃໝ່ຈາກທີ່ເຕໍຄີຍເຫັນຜົມຍາວມາຕະຫຼອດ ສາວຕ່າຍໄດ້ກ່າວວ່າ “ຕ່າຍຂໍຟາກເພງ ກົດແຫ່ງຊໍ້າແນ່ເດີ້ ເພງນີ້ ຕ່າຍ ລອງປ່ຽນຊົງຜົມ ຢາກໃຫ້ແຟນໆເຫັນ ໃນອີກມຸມໜຶ່ງຂອງຕ່າຍ” ແລະ ແຟນໆຕ່າງໃຫ້ຄໍາຄິດເຫັນ ວ່າບົດເພງມ່ວນຫຼາຍ ເທື່ອໃດກະເຮັດໃຫ້ປະທັບໃຈຕະຫຼອດທັງບົດເພງ ແລະ ການແຕ່ງໂຕ ໜ້າຮັກໆ….

ສໍາລັບເພງນີ້ ເປັນເພງໜຶ່ງທີ່ມີເນື້ອເພງທີ່ເວົ້າເຖິງຄົນອົກຮັກ ເຈັບປວດກັບຄວາມຮັກ ເຊິ່ງມັນເປັນກົດທີ່ກໍານົດໄວ້ແລ້ວວ່າຄົນ ຄົນທີ່ເຈັບຈາກຄົນຮັກ ເຮັດຫຍັງບໍ່ໄດ້ນອກຈາກຕ້ອງທົນໃຫ້ໄຫວ ຢູ່ໃຫ້ໄດ້ທັ້ງໆທີ່ເຈັບປວດຫຼາຍເທົ່າໃດກໍຕາມ.

ຈາກ: Tai Orathai