ມື້ນີ້, ອາກາດຮ້ອນ ຫາ ຮ້ອນເອົ້າ ແຕ່ຈະມີຝົນຕົກໃນລະດັບຄ່ອຍກະຈາຍຢູ່ແຕ່ລະພາກ

190

ກົມອຸຕຸນິຍົມ ແລະ ອຸທົກະສາດ ໄດ້ພະຍາກອນອາກາດປະຈຳວັນທີ 2 ພຶດສະພາ 2019 ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກໍາລັງປານກາງ ແລະ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດ ຍັງຮ້ອນ ຫາ ຮ້ອນເອົ້າ ຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ในภาพอาจจะมี เมฆ, ท้องฟ้า, ธรรมชาติ และสถานที่กลางแจ้ง

ພາບປະກອບຂ່າວ

 

ພາກເໜືອດ້ານຕາເວັນອອກ: ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຫົວພັນ ແລະ ຊຽງຂວາງ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 19-32 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມມີລົມໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 19-39 ອົງສາ.

 

ในภาพอาจจะมี หนึ่งคนขึ้นไป, ท้องฟ้า, เมฆ และสถานที่กลางแจ้ง

ພາບປະກອບຂ່າວ

 

ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 25-40 ອົງສາ. ສຳລັບແຂວງໄຊສົມບູນ ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 17-29 ອົງສາ.

ສະເພາະນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດໃນຕອນກາງຄືນ. ອຖນຫະພູມໃນລະຫວ່າງ 27-39 ອົງສາ.

 

ในภาพอาจจะมี ท้องฟ้า, เมฆ, สถานที่กลางแจ้ง และธรรมชาติ

ພາບປະກອບຂ່າວ

 

ພາກໃຕ້: ອາກາດຮ້ອນເອົ້າ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ອັດຕະປື ແລະ ເຊກອງ. ອຸນຫະພູມໃນລະຫວ່າງ 25-40 ອົງສາ.

ສຳລັບພູພຽງບໍລິເວນ: ຍັງຈະມີຝົນຕົກກະຈາຍເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 15-29 ອົງສາ.

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ