ສະຫະພັນແມ່ຍິງ ກະຊວງ ກປ ຊຸກຍູ້ການສ້າງເສດຖະກິດຄອບຄົວຂອງພະນັກງານ

148

ຄະນະສະຫະພັນແມ່ຍິງ ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ລົງຢ້ຽມຢາມຄອບຄົວຕົວແບບ ທ່ານ ນາງ ສາລາວົງ ທໍາມະເຈດີ ເພື່ອຊຸກຍູ້ ແລະ ໃຫ້ກໍາລັງໃຈໃນການສືບຕໍ່ອະນຸຮັກ ແລະ ຮັກສາມູນເຊື້ອດຸໝັ່ນຂອງແມ່ຍິງລາວ, ແນໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ.

ນາງ ສາລາວົງ ທໍາມະເຈດີ ໃຫ້ຮູ້ວ່າ: ຕົນເອງໄດ້ເລີ່ມຜະລິດລູກກົບຂາຍມາແຕ່ປີ 2006 ເຮັດເປັນອາຊີບເສີມໃນເວລານອກໂມງການ ໂດຍອີງໃສ່ພື້ນຖານ ແລະ ໄດ້ບົດຮຽນຈາກການຮຽນຮູ້ ແລະ ຝຶກອົບຮົມຈາກບ່ອນທີ່ຕົນເຮັດວຽກ, ນໍາເອົາບົດຮຽນຈາກການຫາຮຽນຮູ້ມາປະດິດໃຊ້ໃນການລ້ຽງກົບ ແລະ ອີງໃສ່ຄວາມຢາກພັດທະນາຊີວິດຄອບຄົວຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ ຕົນເອງ ແລະ ຄອບຄົວຈຶ່ງຕັດສິນໃຈປະກອບອາຊີບເພາະພັນລູກກົບຂາຍ ເນື່ອງຈາກໃຊ້ຕົ້ນທຶນຕໍ່າໃຫ້ຜົນຕອບແທນສູງ ເຊິ່ງໃນເບື້ອງຕົ້ນລົງທຶນພຽງ 10 ລ້ານກີບ ໃນການສ້າງອ່າງ ແລະ ຊື້ພໍ່ແມ່ພັນ 200 ໂຕ, ໃນປີທໍາອິດໄດ້ກໍາໄລ 15 ລ້ານກີບ ແລະ ເພີ່ມຂຶ້ນເລື້ອຍໆຈົນຮອດປັດຈຸບັນສາມາດສ້າງລາຍຮັບໃຫ້ຄອບຄົວສູງເຖິງ 30 ລ້ານກີບຕໍ່ປີ.

ສໍາລັບການຜະລິດລູກກົບແມ່ນຜະລິດແບບເຄິ່ງທໍາມະຊາດ, ປີໜຶ່ງຜະລິດໄດ້ 5 ຫາ 6 ຊຸດ, ໃນຊຸດໜຶ່ງໃຊ້ພໍ່ແມ່ພັນ 15 ຄູ່, ໄດ້ລູກກົບທັງໝົດ 15 ພັນໂຕ, ລູກຄ້າຫຼັກທີ່ມາຊື້ແມ່ນປະຊາຊົນທົ່ວໄປ.

ປັດຈຸບັນຕົນເອງ ແລະ ຄອບຄົວກໍາລັງບຸກເບີກເນື້ອທີ່ໃນການເພາະພັນລູກປານ້ອຍອີກຈໍານວນ 11 ໜອງ ແລະ ລ້ຽງໝູຈໍານວນໜຶ່ງ ຄາດວ່າໃນປີຕໍ່ໄປຈະສາມາດສ້າງລາຍຮັບອີກທາງໜຶ່ງໃຫ້ກັບຄອບຄົວ.

ໃນໂອກາດດັ່ງກ່າວ ທ່ານປະທານສະຫະພັນແມ່ຍິງ ກະຊວງ ກປ ກໍໄດ້ເນັ້ນໜັກໃຫ້ຄອບຄົວດັ່ງກ່າວຕັ້ງໜ້າໃນການສ້າງເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ ແລະ ຮ່ວມກັນຂະຫຍາຍຄອບຄົວຕົວແບບໃຫ້ເພີ່ມຂຶ້ນອີກ, ສ້າງທຸກເງື່ອນໄຂອໍານວຍ ຄວາມສະດວກໃຫ້ສະມາຊິກຄອບຄົວ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດ, ແນໃສ່ປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງແມ່ຍິງລາວ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ.

ການລົງຢ້ຽມຢາມມີຂຶ້ນໃນວັນທີ 25 ເມສາ 2019 ນໍາໂດຍ ທ່ານ ນາງ ບຸນທຽນ     ວົງໄກສອນ ປະທານສະຫະພັນແມ່ຍິງ ກະຊວງ ກປ ພ້ອມດ້ວຍຄະນະ ຢູ່ບ້ານໜອງສະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.