ອຸຕຸແຈ້ງ!! ອາທິດນີ້ ອາກາດຍັງສືບຕໍ່ຮ້ອນ ຫາ ຮ້ອນເອົ້າໃນແຕ່ລະພາກ

161

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 2 ຫາ 5 ພຶດສະພາ 2019 ວ່າ: ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ເຊິ່ງຍັງຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນເອົ້າຢູ່ທົ່ວໄປ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຄ່ຳຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ในภาพอาจจะมี ท้องฟ้า, เมฆ, ธรรมชาติ และสถานที่กลางแจ้ง

ພາບປະກອບຂ່າວ

 

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດຍັງສືບຕໍ່ຮ້ອນໃນຕອນບ່າຍ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 17-19 ອົງສາ ແລະ ສູງສຸດ 31-33 ອົງສາ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 38-40 ອົງສາ.

ในภาพอาจจะมี เมฆ, ท้องฟ้า, สถานที่กลางแจ้ง และธรรมชาติ

ພາບປະກອບຂ່າວ

 

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດຍັງສືບຕໍ່ຮ້ອນ ຫາ ຮ້ອນເອົ້າຫຼາຍພ້ອມມີແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດໃນທ້າຍຕອນບ່າຍ ຫາ ຕອນກາງຄືນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 39-41 ອົງສາ.

ພາກກາງ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າຫຼາຍພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼືອມ ໃນລະດັບຄ່ອຍ ຫາ ປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 38-40 ອົງສາ.

 

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ພາບປະກອບຂ່າວ

 

ສະເພາະແຂວງໄຊສົມບູນ, ຫຼັກ 20, ເມືອງວຽງທອງ, ແລະ ເມືອງນາກາຍ: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ອາກາດຮ້ອນໃນຕອນບ່າຍ, ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 18-20 ອົງສາ ແລະ ສູງສຸດ 30-32 ອົງສາ.

ພາກໃຕ້: ໃນໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫຼາຍ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີລົມພັດແຮງໃນຕອນບ່າຍ ຫາ ຕອນຄໍ່າຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 39-41 ອົງສາ.

ສະເພາະເຂດພູພຽງບໍລະເວນ: ໄລຍະວັນທີ 2 ຫາ 5 ພຶດສະພາ ອາກາດຍັງຈະເຢັນໃນຕອນເຊົ້າ ແລ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 14-16 ອົງສາ ແລະ ສູງສຸດ 28-30 ອົງສາ.