“ຂໍໂທດຂ້ອຍຄິດເກີນ” ເພງໃໝ່ຂອງ ຊາມິໂອ ພີ Zamio p

149

ເປັນກະແສແຮງຕິດຕໍ່ກັນຕະຫຼອດ ບໍ່ວ່າຈະປ່ອຍເພງໃດອອກມາກໍເປັນກະແສ ແລະ ຕິດອັນດັບສູງ, ຍອດວິວຫຼາຍທຸກເພງ ກັບຜົນງານຂອງ ໜຸ່ມ ຊາມິໂອ ພີ ຫຼື ແອັນລີ້ ປານຸວົງ ອາຍຸ 19 ປີ ຄົນນີ້.

ຊາມິໂອ ພີ ເປັນນັກຮ້ອງໜຸ່ມ ແນວເພງແລັບ ທີ່ທັງຮ້ອງເພງເອງ, ແຕ່ງເພງເອງ, ແຕ່ງດົນຕີເອງ, ສ້າງຜົນງານເພງມ່ວນໆຖືກໃຈໄວໜຸ່ມມາຫຼາຍເພງແລ້ວ ພ້ອມທັງໄດ້ຮ້ອງຮ່ວມກັບ ນັກຮ້ອງທີ່ມີຊື່ສຽງຂອງປະເທດໄທຄື Legendboy ນໍາອີກ.

ປັດຈຸບັນ ຊາມິໂອ ພີ ໄດ້ປ່ອຍຜົນງານເພງໃໝ່ຫຼ້າສຸດອອກມາຄື ເພງ “ຂໍໂທດຂ້ອຍຄິດເກີນ” ໃນວັນທີ 30 ເມສາ 2019 ມີເນື້ອເພງ ເວົ້າເຖິງ “ແອບຮັກໝູ່ສະໜິດແລ້ວ ໄປບອກຄວາມໃນໃຈວ່າໂຕເອງຮັກ ແລະ ຄິດຫຼາຍກວ່າຄຳວ່າໝູ່. ແຕ່ອີກຝ່າຍບໍ່ຄິດຄືກັນ ເຮັດໃຫ້ທັງສອງ ບໍ່ຄືເກົ່າ, ອາຍຕໍ່ກັນ (ແນມຫນ້າບໍ່ຕິດ) ແລະ ຝ່າຍຜູ້ບອກກໍໄດ້ແຕ່ຂໍໂທດ ທີ່ຄິດຫຼາຍກວ່າຄໍາວ່າໝູ່”

ຊາມິໂອ ພີ ບອກກັບ ທີມຂ່າວເສດຖະກິດການຄ້າວ່າ “ເພງນີ້ແຕ່ງ ແລະ ອັດແລ້ວຕັ້ງແຕ່ ເດືອນ ກັນຍາ ປີ 2017 ແຕ່ຫາກໍໄດ້ເອົາມາປ່ອຍລົງຢູທູບ ໃນປີ 2019ນີ້ ຍ້ອນວ່າ ເກັບໄວ້ດົນແລ້ວ ກໍເລີຍຕັດສິນໃຈເອົາມາລົງ YouTube ໃນປີນີ້.

ແຕ່ງເພງນີ້ຂຶ້ນມາຕອນສຶກສາປີ 1 ຢູ່ສະຫວັນນະເຂດ ຕັ້ງໃຈຂຽນເພງນີ້ຂຶ້ນມາ ເພາະຄິດວ່າຢາກເວົ້າເຖິງຮັກໃນໄວນັ້ນຂອງໂຕເອງ ແຕ່ບໍ່ແມ່ນຊີວິດຈິງເດີ້ ຮາຮາຮາ… ແບບວ່າແຕ່ງຂຶ້ນມາຈາກອາລົມຕອນນັ້ນສື່ໆ…

ຕອນນີ້ຍອດວິວໄດ້ເກືອບ 5 ໝື່ນວິວແລ້ວ ໄປຟັງເພງ “ຂໍໂທດຂ້ອຍຄິດເກີນ” Zamio P ຫ້ອງອັດທີ່ Pen Ta Huk Studio (ເປັນຕາຮັກ ສະຕູດິໂອ).

ເນື້ອເພງ: ຂໍໂທດທີ່ຄິດເກີນ

ໂອະໂອ ເຈົ້າຢ່າໄປ ໂອະໂອ you and I ຂໍໃຫ້ເປັນເໝືອນເກົ່າ ກະຂໍໃຫ້ເຮົາໄດ້ຮັກກັນ
ເພາະຄຳຮັກທີ່ຂ້ອຍໄດ້ບອກ ທຸກຢ່າງໃນນັ້ນທີ່ໄດ້ເວົ້າອອກ
ທຸກຄຳມັນ ຄືຄວາມໃນ ທີ່ຂ້ອຍໄດ້ ກັ່ນຕອງຈາກໃຈ

ເພາະຄຳວ່າຮັກ ທີ່ຂ້ອຍເວົ້າໄປ ບໍ່ຄິດບໍ່ຝັນເລີຍວ່າຈະຕ້ອງເສຍໃຈ ເພາະຄຳວ່າຮັກຄຳດຽວ
ຂ້ອຍ ກໍຄົງຕ້ອງເສຍໃຈ ຖ້າຫາກບໍ່ມີເຮົາໃນມື້ນີ້ເຈົ້າປ່ຽນໄປ I’m feeling sad. Friend only me bad
ເຈົ້າບອກ ຢາກເປັນ ແຄ່ຫມູ່ I’m not your Boyfriend
ໂອະໂອ ເຈົ້າຢ່າໄປ ໂອະໂອ you and I ຂໍໃຫ້ເປັນເຫມືອນເກົ່າ ກະຂໍໃຫ້ເຮົາໄດ້ຮັກກັນ

ນໍ້າຕາທີ່ມັນລິນໄຫລ ມັນອອກມາຈາກຫົວໃຈ ສິ່ງທີ່ເວົ້າອອກມາ ມັນອອກມາຈາກຄວາມຮູ້ສຶກຂ້າງໃນ
ຂໍໃຫ້ເຈົ້າຢ່າໄປຂອໃຫ້ເຈົ້າກັບມາ ຂໍໃຫ້ເຈົ້າຄິດເຖິງວັນທີ່ເຄີຍຜ່ານມາ
ໂອະໂອ ເຈົ້າຢ່າໄປ ໂອະໂອ you and I ຂໍໃຫ້ເປັນເຫມືອນເກົ່າ ກະຂໍໃຫ້ເຮົາໄດ້ຮັກກັນ

ຂ້ອຍຢາກຈະຂໍໂທດໃນສິ່ງທີ່ຂ້ອຍໄດ້ເວົ້າໄປ ໃນສິ່ງທີ່ຂ້ອຍໄດ້ເຮັດໃຫ້ເຈົ້າຕ້ອງຍ່າງຫນີໄປ
ກໍເພາະມັນບໍ່ແມ່ນ ເຮົານັ້ນເປັນພຽງຫມູ່ (ເຈົ້າ)ບໍ່ທັນເຄີຍຄິດຮອດເຖິງຄຳວ່າແຟນ
ເພາະຄຳຮັກທີ່ຂ້ອຍໄດ້ບອກ ທຸກຢ່າງໃນນັ້ນທີ່ໄດ້ເວົ້າອອກ ທຸກຄຳມັນ ຄືຄວາມໃນ ທີ່ຂ້ອຍໄດ້ ກັ້ນ ຕອງຈາກໃຈ ຂ້ອຍ ກໍຄົງຕ້ອງເສຍໃຈ ຖ້າຫາກບໍ່ມີເຮົາໃນມື້ນີ້ເຈົ້າປ່ຽນໄປ I’m feeling sad. Friend only me bad
ເຈົ້າບອກ ຢາກເປັນ ແຄ່ຫມູ່ I’m not your Boyfriend
ໂອະໂອ ເຈົ້າຢ່າໄປ ໂອະໂອ you and I ຂໍໃຫ້ເປັນເຫມືອນເກົ່າ ກະຂໍໃຫ້ເຮົາໄດ້ຮັກກັນ (ກະຂໍໃຫ້ເຮົາໄດ້ຮັກກັນ)

ຈາກ: ຊາມິໂອ ພີ, Zamio Panouvong.