ຜູ້ອອກແຮງງານມີສິດໄດ້ຮັບການກວດສຸຂະພາບ

178

ກຳມະກອນ ແມ່ນມີຄວາມສຳຄັນໃນການພັດທະນາເສດຖະກິດ – ສັງຄົມ ເຊິ່ງຜູ້ອອກແຮງງານມີສິດໄດ້ຮັບການກວດສຸຂະພາບປີລະຄັ້ງ ໂດຍແມ່ນຜູ້ໃຊ້ແຮງງານເປັນຜູ້ຮັບຜິດຊອບ, ປັດຈຸບັນມີສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ຢູ່ທີ່ໂຮງໝໍມິດຕະພາບ.

ທ່ານ ສີມູນ ອຸ່ນລາສີ ຮອງປະທານອົງການສູນກາງກຳມະບານລາວ ໃຫ້ສຳພາດວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 133 ປີ ( ວັນທີ 1 ພຶດສະພາ 1886 ຫາ 1 ພຶດສະພາ 2019 ) ສູນກາງສະຫະພັນກໍາມະບານລາວ ກໍໄດ້ມີການຈັດກິດຈະກໍາຫຼາຍໆຢ່າງ ເຊັ່ນ: ຍ່າງເພື່ອສຸຂະພາບ, ອອກແຈ້ງການໃຫ້ບັນດາອົງກອນຕ່າງໆຈັດພິທີຫວນຄືນມູູນເຊື້ອວັນກໍາມະກອນສາກົນ, ສ້າງຂະບວນການແຂ່ງຂັນກີລາ, ສິລະປະຕ່າງໆຕາມສະຫະພັນກໍາມະບານແຕ່ລະທ້ອງຖິ່ນທີ່ມີເງື່ອນໄຂ ເພື່ອລຳລຶກເຖິງຜົນງານ ແລະ ປະຫວັດສາດຂອງກໍາມະກອນຜູ້ອອກແຮງງານ ໃນການຕໍ່ສູ້ເພື່ອທວງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາມາສູ່ຊາວກໍາມະກອນທົ່ວໂລກ. ທັງນີ້, ກໍາມະກອນ ສປປ ລາວ ກໍໄດ້ມີຜົນງານໃນການປະກອບສ່ວນເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດ ຄຽງບ່າຄຽງໄຫຼ່ກັບ ພັກປະຊາຊົນ ປະຕິວັດລາວ ແລະ ກໍາລັງປະກອບອາວຸດ ຈົນເຮັດໃຫ້ປະເທດຊາດສາມາດປະກາດເອກະລາດໄດ້.

ເນື່ອງໃນໂອກາດວັນສໍາຄັນດັ່ງກ່າວນີ້ ທີ່ໝູນວຽນມາບັນຈົບ ຄົບຮອບ 133 ປີ ກໍຂໍຮຽກຮ້ອງມາຍັງບັນດາກໍາມະກອນຊາວຜູ້ອອກແຮງງານທັງຫຼາຍໃຫ້ຖືເອົາບໍລິສັດ, ໂຮງຈັກ – ໂຮງງານ ຫຼື ບ່ອນເຮັດວຽກປຽບດັ່ງເຮືອນຫຼັງທີ 2 ຂອງຕົນ ແລະ ຖືເອົາເຈົ້າຂອງບໍລິສັດ ຫຼື ອໍານວຍການປຽບດັ່ງພໍ່ແມ່ຜູ້ທີ 2 ຂອງຕົນ ໂດຍຕັ້ງໜ້າ ຫຼື ເອົາໃຈໃສ່ ອອກແຮງງານ, ສັດຊື່, ປະຕິບັດຕາມລະບຽບທີ່ອົງກອນວາງອອກ ກໍຄືສອດຄ່ອງກັບລະບຽບກົດໝາຍແຮງງານ ສປປ ລາວ. ພ້ອມນີ້, ກໍຮຽກຮ້ອງມາຍັງບັນດານັກທຸລະກິດ, ຜູ້ປະກອບການຕາມໂຮງຈັກ – ໂຮງງານ ໃຫ້ເອົາໃຈໃສ່ເບິ່ງແຍງພະນັກງານກໍາມະກອນປຽບດັ່ງລູກຫຼານຂອງຕົນ ເພາະຕ່າງຝ່າຍຕ່າງຕ້ອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສຳພາດວ່າ: ກົມຄຸ້ມຄອງແຮງງານແມ່ນນຳໃຊ້ບັນດານິຕິກຳຕ່າງໆຕໍ່ກັບສຸຂະພາບຂອງຜູ້ອອກແຮງງານ ເຊິ່ງໄດ້ອີງໃສ່ກົດໝາຍວ່າດ້ວຍແຮງງານ ທີ່ກຳນົດໄວ້ຈະແຈ້ງວ່າ: ຜູ້ອອກແຮງງານມີສິດໄດ້ຮັບການກວດສຸຂະພາບປະຈຳປີຢ່າງໜ້ອຍ 1 ຄັ້ງຕໍ່ປີ ນີ້ແມ່ນຄວາມຮັບຜິດຊອບຂອງຜູ້ໃຊ້ແຮງງານທີ່ຕ້ອງໄດ້ນຳເອົາຜູ້ອອກແຮງງານຕົນໄປກວດສຸຂະພາບ. ໃນໄລຍະຕົ້ນປີພວກເຮົາກໍໄດ້ມີການສ້າງຕັ້ງໜ່ວຍງານ ແລະ ການບໍລິການ ຄວາມປອດໄພດ້ານສຸຂະພາບແຮງງານ ຄື: ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ຢູ່ທີ່ໂຮງໝໍມິດຕະພາບ ເຊິ່ງສູນກວດສຸຂະພາບແຮງງານນີ້ຖືວ່າເປັນໜ່ວຍບໍລິການທຳອິດໃນ ສປປ ລາວ ຈະຈັດຕັ້ງປະຕິບັດຕາມນິຕິກຳດ້ານຄວາມປອດໄພ ແລະ ສຸຂະພາບແຮງງານໃນ ສປປ ລາວ. ສະນັ້ນ, ໜ້າທີ່ຫຼັກຕາມການເຊັນບົດບັນທຶກຄວາມເຂົ້າໃຈກັບໂຮງໝໍມິດຕະພາບ ແມ່ນການນຳໃຊ້ກົດໝາຍ, ກ່ອນອື່ນພວກເຮົາຈະໄດ້ດຳເນີນການກວດກາ ຫຼື ແນະນຳຜູ້ອອກແຮງງານ ຫຼື ບໍລິສັດຕ່າງໆໃຫ້ນຳເອົາຜູ້ອອກແຮງງານຂອງຕົນມາກວດສຸຂະພາບປະຈຳປີ ທີ່ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດໄດ້, ສຳລັບບໍລິສັດໃຫຍ່ທີ່ມີຈຳນວນພະນັກງານກຳມະກອນຫຼາຍແມ່ນທາງສູນກໍສາມາດໄປກວດເຖິງສະຖານທີ່ໄດ້, ບັນດາໂຄງການຕ່າງໆພວກເຮົາກໍມີເຈົ້າໜ້າທີ່ກວດກາແຮງງານຢູ່ທົ່ວປະເທດເປັນຜູ້ເຜີຍແຜ່.

ທ່ານ ໄຊບັນດິດ ຣາຊະພົນ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ມີຄຳເຫັນວ່າ: ທາງໂຮງງານກໍຄືຜູ້ປະກອບການ ຫຼື ເຈົ້າຂອງກິດຈະການທີ່ເປັນສະມາຊິກຂອງສະມາຄົມອຸດສາຫະກຳຕັດຫຍິບລາວ ແມ່ນໄດ້ປະຕິບັດຕາມລະບຽບກົດໝາຍ, ຖືກຕ້ອງທຸກຢ່າງ ແລະ ໄດ້ເອົາໃຈໃສ່ແທ້ໆ ເພາະກຳມະກອນ ຫຼື ຜູ້ອອກແຮງງານແມ່ນເປັນແຮງງານສຳຄັນຂອງໂຮງງານ ແລະ ປະຕິບັດໄດ້ດີ ເຊິ່ງຄວາມຈິງແລ້ວສ່ວນຫຼາຍກຳມະກອນ ຫຼື ຜູ້ອອກແຮງງານມີລາຍຮັບສູງກວ່າເງິນເດືອນຂັ້ນຕ່ຳ ເນື່ອງຈາກວ່າແຕ່ລະໂຮງງານໄດ້ມີນະໂຍບາຍ ແລະ ເງິນລ່ວງເວລາທີ່ສ້າງແຮງຈູງໃຈໃຫ້ພະນັກງານມີລາຍຮັບເພີ່ມຂຶ້ນ.

ນອກຈາກນັ້ນ, ບາງໂຮງງານທີ່ຜະລິດສົ່ງອອກໄດ້ມີນະໂຍບາຍດ້ານທີ່ພັກອາໄສ, ອາຫານການກິນ ແລະ ອື່ນໆ ໃຫ້ພະນັກງານທີ່ມາຈາກຕ່າງແຂວງ ເຊິ່ງໃນປັດຈຸບັນທາງສະມາຄົມອຸດສາຫະກຳຕັດຫຍິບລາວ ຕ້ອງການແຮງງານຈຳນວນຫຼາຍເພື່ອຕອບສະໜອງ ຄວາມຮຽກຕ້ອງການຂອງການຜະລິດ ເນື່ອງຈາກບາງໂຮງງານພະນັກງານຍັງບໍ່ພໍ, ສ່ວນກິດຈະກຳຕ່າງໆບັນດາໂຮງງານທີ່ມີເງື່ອນໄຂກໍຈັດກິດຈະກຳຕ້ອນຮັບ ເປັນຕົ້ນການຫຼິ້ນກີລາ ແລະ ອື່ນໆ, ສ່ວນການປາຖະກະຖາແມ່ນທາງພາກລັດ ຫຼື ກຳມະບານຈະເປັນຜູ້ປະຕິບັດ.

( ຂ່າວ: ສົມລົດ + ຄຳນ້ອຍ )