ເປີດໂຄງການ ແຟຣ໌ ແຟຊັນລາວ ເພື່ອສ້າງນັກອອກແບບຮຸ່ນໃໝ່

160

ເປີດໂຄງການ ແຟຣ໌ ແຟຊັນລາວ ເພື່ອຊອກນັກອອກແບບທີ່ນໍາໃຊ້ຜະລິດຕະພັນພາຍໃນ ຫວັງກະຕຸ້ນການຜະລິດຫັດຖະກໍາລາວ ແລະ ຍົກລະດັບສີມືນັກອອກແບບລາວໃຫ້ເດັ່ນຂຶ້ນໃນເວທີສາກົນ.

ທ່ານ ຫານຊະນະ ສີສານ ປະທານສະມາຄົມຫັດຖະກຳລາວ ກ່າວວ່າ: ໂຄງການນີ້ຈະເປັນອີກໂຄງການໜຶ່ງທີ່ຊ່ວຍຊຸກຍູ້ຫັດຖະກໍາລາວໃຫ້ກວ້າງອອກໄປສູ່ສາຍຕາສາກົນ ແລະ ຍັງຊ່ວຍໃຫ້ຜູ້ທີ່ເຂົ້າຮ່ວມອອກແບບໄດ້ສ້າງສັນສີມືຢ່າງເຕັມທີ່ ພ້ອມທັງສ້າງມູນຄ່າໃຫ້ຜູ້ຜະລິດອີກດ້ວຍ. ນອກຈາກນີ້, ກໍຫວັງວ່າໂຄງການດີໆແບບນີ້ຈະມີຜູ້ສະໜັບສະໜູນໄປເລື້ອຍໆ ແລະ ເປັນປີທໍາອິດທີ່ຈັດຂຶ້ນຢູ່ປະເທດລາວ.

ທ່ານ ນາງ ສິລິໄພທູນ ໄຊຍະມຸງຄຸນ ຕາງໜ້າໂຄງການນັກສຶກສາລາວ ທີ່ຈົບຈາກສະຫະລັດອາເມຣິກາໃຫ້ສໍາພາດ ວ່າ: ໂຄງການນີ້ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າ. ດັ່ງນັ້ນ, ນັກອອກແບບຮຸ່ນໃໝ່ທີ່ຊະນະເລີດໃນການອອກແບບເຄື່ອງນຸ່ງຈະບໍ່ໄດ້ຮັບລາງວັນເປັນເງິນສົດ ແຕ່ຈະເປັນການສະໜັບສະໜູນອຸປະກອນໃນການໃຊ້ຕັດຫຍິບ ຫຼື ອອກແບບ ເພາະພວກເຮົາຢາກໃຫ້ເຫັນວ່າເປັນການສ້າງດ້ວຍໃຈ ແລະ ມັກຮັກໃນອາຊີບນີ້ແທ້ໆ. ນອກຈາກຈະອອກແບບໄດ້ແລ້ວຕ້ອງຫຍິບເອງ ໂດຍກໍານົດຜູ້ລະ 2 ຊຸດ ໂດຍຜະລິດຈາກແພຝ້າຍລາວ ໃນການແຂ່ງຂັນ ຜູ້ອອກແບບຕ້ອງຜະລິດເຄື່ອງນຸ່ງທີ່ພ້ອມຈະສວມໃສ່ໄດ້ ແລະ ລາຄາສາມາດຈັບຕ້ອງໄດ້, ພ້ອມທັງເປັນການສົ່ງເສີມໃຫ້ນັກອອກແບບຮຸ່ນໃໝ່ໄດ້ຊອກຫາຕະຫຼາດໃຫ້ຜູ້ຜະລິດ ແລະ ຜູ້ຂາຍຫຼາຍຂຶ້ນ.

ໂດຍຄັດເລືອກນ້ອງໆທີ່ມັກອອກແບບຈາກ 24 ຄົນ ເຫຼືອ 10 ຄົນ ເຊິ່ງບໍ່ແມ່ນນັກອອກແບບມືອາຊີບ ຫຼື ຜ່ານການປະກວດມາແລ້ວ, ຕັ້ງແຕ່ວັນທີ 2 ພຶດສະພາເປັນຕົ້ນໄປ ຜູ້ເຂົ້າແຂ່ງຂັນຈະໄດ້ເກັບຕົວເຂົ້າສູນເພື່ອຕັດຫຍິບ ໂດຍທ່ານສາມາດຮ່ວມໃຫ້ຄະແນນ ຫຼື ຕິດຕາມໄດ້ທາງແຟນເພຈ໌ Fair Fashion Laos 2019 ຈົນຮອດວັນທີ 11 – 12 ພຶດສະພາ 2019 ຈະເປັນຮອບຕັດສິນ ແລະ ມີການເດີນສະແດງຊຸດທີ່ຫໍວັດທະນະທໍາແຫ່ງຊາດ.

ໂຄງການ ແຟຣ໌ ແຟຊັນລາວ  ( ​Fair Fashion Laos ) ໄດ້ເປີດຂຶ້ນໃນວັນທີ 26 ເມສາ 2019 ຮ່ວມເປີດງານໂດຍ ທ່ານ ຫານຊະນະ     ສີສານ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ທ່ານ ນາງ ອາເມເລຍ ຊໍ ຕາງໜ້າເອກອັກຄະລາຊະທູດ ສະຫະລັດອາເມຣິກາ ພ້ອມດ້ວຍບັນດານັກອອກແບບຮຸ່ນໃໝ່ທີ່ຖືກຄັດເລືອກ.

[ ຂ່າວ: ນຸ້ມນິ້ມ; ຮູບ: ສຸກສະຫວັນ ]