ທາງການ ນະຄອນນິວຢອກ ຫ້າມໂຄສະນາກ່ຽວກັບແອລກໍຮອລ ໃນພື້ນທີ່ສາທາລະນະ

148

ເທສະບານນະຄອນນິວຢອກ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງສະຫະລັດ ອອກຄໍາສັ່ງຫ້າມການຕິດແຜ່ນປ້າຍໂຄສະນາ “ທຸກປະເພດ” ທີ່ກ່ຽວຂ້ອງກັບເຄື່ອງດື່ມແອລກໍຮອລ ຕາມສະຖານທີ່ສາທາລະນະ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດ ອາເມຣິກາ ເມື່ອວັນອັງຄານ ທີ 30 ເມສາ ວ່າ ທ່ານບິລ ເດີ ບລາຊິໂອ ນາຍົກເທສະມົນຕີນະຄອນນິວຢອກລົງນາມໃນກົດໝາຍຄຸ້ມຄອງເຂດ ໃຫ້ມີຜົນບັງຄັບໃຊ້ ຕັ້ງແຕ່ເມື່ອວັນອັງຄານ ຫ້າມຕິດແຜ່ນປ້າຍໂຄສະນາ “ທຸກປະເພດ” ທີ່ກ່ຽວຂ້ອງກັບເຄື່ອງດື່ມແອລກໍຮອລ ບໍ່ວ່າຈະເປັນການໂຄສະນາຜະລິດພັນໂດຍກົງ ຫຼື ການໂຄສະນາທາງອ້ອມທີ່ສື່ເຖິງການເຊີນຊວນໃຫ້ດື່ມສິ່ງມືນເມົາ ຕາມສະຖານທີ່ສາທາລະນະ ຕາມການຈໍາກັດຄວາມໃນຄໍາສັ່ງຂອງນາຍົກເທສະມົນຕີນະຄອນນິວຢອກ ລວມເຖິງປ້າຍລົດປະຈຳທາງ, ແຜງຂາຍໜັງສືພິມ ແລະ ຈຸດທີ່ໃຫ້ບໍລິການສັນຍານໄວໄຟສາທາລະນະ.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

ຢ່າງໃດກໍ່ຕາມ ທາງການນະຄອນນິວຢອກ ຍັງຍົກເວັ້ນໃຫ້ກັບແຜ່ນປ້າຍທີ່ຕິດຢູ່ໃນປັດຈຸບັນ ໃຫ້ສາມາດຕິດຕໍ່ໄປໄດ້ຈົນກວ່າຈະຄົບສັນຍາກັບສຳນັກງານເທສະບານ  ທັງນີ້ ລາຍງານຂອງສຳນັກງານສາທາລະນະສຸກນະຄອນນິວຢອກ ລະບຸວ່າ ສະຖິຕິຜູ້ເສຍຊີວິດໃນພື້ນທີ່ ຈາກສາເຫດທີ່ກ່ຽວຂ້ອງກັບແອລກໍຮອລ ມີເກືອບ 2.000 ຄົນ ແລະ ໄດ້ເຂົ້າຮັບການປິ່ນປົວສຸກເສີນຈາກອາການເຈັບປ່ວຍ ເຊິ່ງກ່ຽວຂ້ອງກັບສິ່ງມືນເມົາ ສູງເຖິງ 110.000 ຄົນ ສະເພາະເມື່ອປີ 2016.

ในภาพอาจจะมี เครื่องดื่ม/>

ຂະນະດຽວກັນ ຜົນການວິໄຈ ໂດຍສໍານັກງານເລຂານຸການນາຍົກເທສະມົນຕີນະຄອນນິວຢອກ ເມື່ອປີ 2017 ພົບວ່າ ການຕິດຕັ້ງປ້າຍໂຄສະນາກ່ຽວກັບແອລກໍຮອລ ໃນສະຖານທີ່ສາທາລະນະ “ມີອິດທິພົນຕໍ່ສະພາບຈິດໃຈ” ແລະ ເພິ່ມຄວາມເປັນໄປໄດ້ໃຫ້ແກ່ບຸກຄົນໃນການບໍລິໂພກເຄື່ອງດື່ມແອລກໍຮອລ ລວມເຖິງປະລິມານໃນການດື່ມດ້ວຍ ໂດຍຄວາມເຄື່ອນໄຫວດັ່ງກ່າວຂອງ ທ່ານ ເດີ ບລາຊິໂອ ເກີດຂຶ້ນຫຼັງຄໍາສັ່ງຫ້າມແບບດຽວກັນ ເມື່ອປີທີ່ຜ່ານມາ ແຕ່ໃນໄລຍະນັ້ນມີຜົນບັງຄັບກັບສະເພາະປ້າຍຂ້າງລົດປະຈຳທາງ ແລະ ຂະບວນລົດໄຟໃຕ້ດິນ.

ในภาพอาจจะมี เครื่องดื่ม/>