ງານວາງສະແດງສິນຄ້າໂອດ໊ອບ ມີ 123 ຫົວໜ່ວຍເຂົ້າຮ່ວມ

146

ງານວາງສະແດງສິນຄ້າໂອດ໊ອບ ນະຄອນຫຼວງວຽງຈັນ ເປີດຂຶ້ນຢ່າງເປັນທາງການທີ່ສູນການຄ້າ ລາວ – ໄອເຕັກ ໂດຍມີຜູ້ປະກອບການນໍາສິນຄ້າເຂົ້າຮ່ວມ 123 ຫົວໜ່ວຍ ລວມມູນຄ່າເກືອບ 4 ຕື້ກີບ ຄາດຍອດຂາຍໃນງານ 654 ລ້ານກີບ.

ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການຊຸກຍູ້ສົ່ງເສີມດ້ານການຕະຫຼາດຂອງຜະລິດຕະພັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງນະຄອນຫຼວງວຽງຈັນ ທັງເປັນການປະກອບສ່ວນສົ່ງເສີມປີທ່ອງທ່ຽວ ລາວ – ຈີນ 2019 ແລະ ສ້າງຂະບວນການຄໍານັບຮັບຕ້ອນວັນກໍາມະກອນສາກົນ 1 ພຶດສະພາ ໃຫ້ເປັນຂະບວນຟົດຟື້ນ ເຊິ່ງມີຫຼາຍກິດຈະກໍາທີ່ດຶງດູດຜູ້ບໍລິໂພກພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຊົມ. ພ້ອມນັ້ນ, ເພື່ອເປັນການຊຸກຍູ້ລະດັບຜະລິດຕະພັນໃຫ້ກ້າວໄປສູ່ການພັດທະນາແບບຍືນຍົງ, ສາມາດສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດທີ່ເຮັດການຜະລິດເຂົ້າຫາຕະຫຼາດເປົ້າໝາຍເພື່ອຈໍາໜ່າຍ ແລະ ຈັບຄູ່ທຸລະກິດຮ່ວມກັນ ທັງຊ່ວຍຊຸກຍູ້ໃຫ້ທຸລະກິດຄອບຄົວຕົວແບບມີການພັດທະນາຕົນເອງ ໃນການຄຸ້ມຄອງບໍລິຫານການຜະລິດສິນຄ້າຂອງຕົນ ກ້າວຂຶ້ນເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໊ອບ ). ນອກນັ້ນ, ເປັນການສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າດັ່ງກ່າວໃຫ້ເປັນທີ່ຍອມຮັບຂອງສັງຄົມ ແລະ ຜູ້ຊົມໃຊ້ມີຄວາມເຊື່ອໝັ້ນຫຼາຍຂຶ້ນ, ສາມາດໃຊ້ເປັນແຫຼ່ງລາຍຮັບ, ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍທຸລະກິດໂອດ໊ອບ ແລະ ຊຸກຍູ້ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດທີ່ຜະລິດເປັນສິນຄ້າຂອງ 9 ຕົວເມືອງ ພາຍໃນນະຄອນຫຼວງວຽງຈັນ ໃຫ້ເຂົ້າຮ່ວມງານວາງສະແດງ ແລະ ຂາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ຄອບຄົວຕົວແບບ ຕາມແຜນການຂອງພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ.

ມາຮອດປີ 2019 ນະຄອນຫຼວງວຽງຈັນ ມີຫົວໜ່ວຍທຸລະກິດທີ່ໄດ້ຮັບກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ມີທັງໝົດ 48 ຫົວໜ່ວຍ ທຽບໃສ່ປີ 2018 ເພີ່ມຂຶ້ນ 4 ຫົວໜ່ວຍ ເທົ່າກັບ 9,1% ແລະ ຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມງານວາງສະແດງຄັ້ງນີ້ມີທັງໝົດ 123 ຫົວໜ່ວຍ 116 ຫ້ອງ ແລະ 23 ຈຸດ ທຽບໃສ່ປີ 2018 ເທົ່າກັບ 8,84%. ໃນນີ້, ນະຄອນຫຼວງວຽງຈັນ ມີສິນຄ້າໂອດ໊ອບ 42 ຫົວໜ່ວຍ ຈໍານວນ 49 ຫ້ອງ ທຽບໃສ່ປີ 2018 ເພີ່ມຂຶ້ນ 5%, ສິນຄ້າຕົວແບບ 57 ຫົວໜ່ວຍ 42 ຫ້ອງ ແລະ 23 ຈຸດ ທຽບໃສ່ປີ 2018 ເພີ່ມຂຶ້ນ 50% ແລະ ສິນຄ້າຕ່າງແຂວງສິນຄ້າໂອດ໊ອບ 20 ຫົວໜ່ວຍ ຈໍານວນ 21 ຫ້ອງ ທຽບໃສ່ປີ 2018 ເພີ່ມຂຶ້ນ 5,26%, ສິນຄ້າຕົວແບບຈໍານວນ 4 ຫົວໜ່ວຍ ຈໍານວນ 4 ຫ້ອງ ທຽບໃສ່ປີ 2018 ເພີ່ມຂຶ້ນ 55,5% ຄາດຄະເນມູນຄ່າສິນຄ້າເຂົ້າຮ່ວມທັງໝົດ 3,6 ຕື້ກີບ ເພີ່ມຂຶ້ນ 5% ແລະ ຄາດຄະເນຈະສາມາດຈໍາໜ່າຍທັງໝົດ 654 ລ້ານກີບ.

ຢ່າງໃດກໍຕາມ, ຈາກການໃຫ້ສໍາພາດຜູ້ປະກອບການ ແລະ ເຈົ້າຂອງທຸລະກິດ ໃຫ້ຮູ້ວ່າ: ການຮ່ວມງານວາງສະແດງສິນຄ້າ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າຄອບຄົົວຕົວແບບຂອງນະຄອນຫຼວງວຽງຈັນ ໃນຄັ້ງນີ້ ເປັນສິ່ງດີທີ່ຈະເຮັດໃຫ້ສັງຄົມໄດ້ຮັບຮູ້ສິນຄ້າເຮົາຫຼາຍຂຶ້ນ ແລະ ໃນປີນີ້ກໍໄດ້ນຳຜະລິດຕະພັນເຂົ້າໃໝ່ມາວາງສະແດງນຳ. ພ້ອມດຽວກັນນັ້ນ, ກໍມີສິນຄ້າຈໍານວນໜຶ່ງທີ່ປັບປຸງຄຸນນະພາບ ພ້ອມທັງສະໜອງຂໍ້ມູນລົງເວັບໄຊ, ເພຈ໌ຕ່າງໆ ເພື່ອໃຫ້ລູກຄ້າໄດ້ເຂົ້າເຖິງ ແລະ ສັ່ງຊື້ຜ່ານສື່ສັງຄົມອອນລາຍໄດ້.

ງານວາງສະແດງຄັ້ງນີ້ຍັງມີກິດຈະກໍາສໍາມະນາໃຫ້ຫົວໜ່ວຍສິນຄ້າທີ່ໄດ້ຮັບກາໝາຍໂອດ໊ອບ ແລະ ຫົວໜ່ວຍຄອບຄົວຕົວແບບ ປະກອບມີຫົວຂໍ້: ການພັດທະນາຜະລິດຕະພັນເຂົ້າຫາຕະຫຼາດ ແລະ ການສ້າງຍີ່ຫໍ້ເຄື່ອງໝາຍການຄ້າ ແລະ ການເຂົ້າຫາແຫຼ່ງທຶນ. ພ້ອມນັ້ນ, ຍັງມີກິດຈະກໍາແຂ່ງຂັນບົດຟ້ອນຕື່ມອີກ ເຊິ່ງງານດັ່ງກ່າວຈະດໍາເນີນໄປຮອດວັນທີ 5 ພຶດສະພາ 2019 ໂດຍຕະຫຼອດການຈັດງານຈະມີຫົວຂໍ້ການຈັດສໍາມະນາໃຫ້ຄວາມຮູ້ການຜະລິດ, ອອກແບບ ແລະ ການຕະຫຼາດ.

ພິທີເປີດງານໄດ້ມີຂຶ້ນໃນວັນທີ 29 ເມສາ 2019 ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຂະແໜງການກ່ຽວຂ້ອງຫົວໜ່ວຍທຸລະກິດໂອດ໊ອບ, ເຈົ້າຂອງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບ ແລະ ສື່ມວນຊົນເຂົ້າຮ່ວມ.

( ຂ່າວ: ສັັນຕິ, ຮູບ: ສອນໄຊ )