ທົ່ວປະເທດມີຜູ້ໃຊ້ສື່ສັງຄົມອອນລາຍ 2,4 ລ້ານຄົນ

153

ສື່ສັງຄົມອອນລາຍຖ້າໃຊ້ໃນທາງທີ່ຖືກຕ້ອງຈະເປັນຜົນດີໃນການດໍາລົງຊີວິດ, ໃນທາງກົງກັນຂ້າມຖ້ານໍາໃຊ້ບໍ່ຖືກຈະເປັນຜົນລົບ ເຊິ່ງພົນລະເມືອງລາວ 2,4 ລ້ານຄົນ ແມ່ນນໍາໃຊ້ສື່ດັ່ງກ່າວ, ໃນນັ້ນເກືອບ 60% ແມ່ນເພດຊາຍ.

ທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ( ປທສ ) ໄດ້ລາຍງານຕໍ່ກອງປະຊຸມສຳມະນາ ກ່ຽວກັບການນຳໃຊ້ພາສາລາວ, ການຄຸ້ມຄອງ ແລະ ນຳໃຊ້ສື່ສັງຄົມອອນລາຍ ຄັ້ງທີ II ທີ່ຈັດຂຶ້ນລະຫວ່າງວັນທີ 29 – 30 ເມສາ 2019 ວ່າ: ປັດຈຸບັນການນຳໃຊ້ສື່ສັງຄົມອອນລາຍໃນ ສປປ ລາວ ແມ່ນນັບມື້ເພີ່ມຂຶ້ນເນື່ອງຈາກການພັດທະນາຢ່າງໄວວາຂອງລະບົບໂທລະຄົມ ເປັນຕົ້ນແມ່ນ: ມືຖື ( ສະມາດໂຟນ ) ທີ່ສາມາດໃຊ້ສື່ສັງຄົມອອນລາຍຢ່າງສະດວກ.

ສະຖິຕິໃນປີ 2018 ຜ່ານມາເຫັນວ່າການນຳໃຊ້ສື່ອອນລາຍໃນ ສປປ ລາວ ມີທ່າອ່ຽງເພີ່ມຂຶ້ນ ເປັນຕົ້ນແມ່ນ: ເຟສບຸ໊ກ ເຊິ່ງມີຈຳນວນຜູ້ໃຊ້ທັງໝົດ 2,4 ລ້ານຄົນ. ໃນນັ້ນ, ເພດຊາຍແມ່ນ 57% ເພດຍິງ 43% ແລະ ໃຊ້ຜ່ານມືຖື 92% ເຊິ່ງການນຳໃຊ້ນັ້ນຫາກຮູ້ໃຊ້ຈະເກີດປະໂຫຍດຢ່າງມະຫາສານ ເຊັ່ນ: ແລກປ່ຽນ ແລະ ສຶກສາຂໍ້ມູນຕ່າງໆ, ປະຢັດຄ່າໃຊ້ຈ່າຍ ແລະ ສະດວກວ່ອງໄວໃນການສື່ສານ, ສ້າງລາຍຮັບໃນການດຳເນີນທຸລະກິດ, ສ້າງ ຄວາມສຳພັນກັບຜູ້ອື່ນ ແລະ ອື່ນໆ. ແຕ່ຫາກໃຊ້ໄປໃນທາງທີ່ບໍ່ເໝາະສົມຈະກໍ່ໂທດຢ່າງມະຫັນ ເປັນຕົ້ນ: ເສຍເວລາ, ເສຍສຸຂະພາບ, ເສຍເງິນ, ເສຍການຮຽນ, ຖືກຫຼອກລວງ ແລະ ປອມແປງຂໍ້ມູນ, ຖືກລະເມີດລິຂະສິດ, ເປັນຊ່ອງທາງຍຸຍົງ, ຊວນເຊື່ອ ແລະ ແຕກແຍກ ຄວາມສາມັກຄີ ແລະ ອື່ນໆ.

ທ່ານກ່າວຕື່ມອີກວ່າ: ຜ່ານມາບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ມີບັນດານິຕິກຳຕ່າງໆ, ດຳລັດກ່ຽວກັບເຕັກນິກວິຊາການ ແລະ ໄດ້ໂຄສະນາປູກຈິດສຳນຶກໃຫ້ຄວາມຮູ້ຕ່າງໆແກ່ສັງຄົມ ກ່ຽວກັບປະໂຫຍດ ແລະ ໂທດຂອງສື່ສັງຄົມອອນລາຍ ເປັນຕົ້ນແມ່ນເຜີຍແຜ່ຂໍ້ມູນ – ຂ່າວສານດ້ານຄວາມປອດໄພທາງລະບົບຄອມພິວເຕີຕ່າງໆ, ຈັດສຳມະນາ, ຈັດຝຶກອົບຮົມທັງສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການນຳໃຊ້ສື່ສັງຄົມອອນລາຍໃຫ້ເກີດປະໂຫຍດສູງສຸດ, ໃຊ້ຢ່າງມີຈັນຍາບັນ, ສ້າງສັນ ແລະ ສັງຄົມມີ ຄວາມສະຫງົບ ພາກສ່ວນທີ່ກ່ຽວຂ້ອງຈະຕ້ອງເອົາໃຈໃສ່ຕື່ມໃນການສ້າງຄັງຂໍ້ມູນເອເລັກໂຕຣນິກ ເພື່ອເກັບກຳຂໍ້ມູນປະຊາກອນ ແລະ ພົນລະເມືອງ, ປະກອບໃຫ້ມີຮູບ, ທີ່ຢູ່ເພື່ອໃຫ້ສາມາດຄົ້ນຫາໄດ້ງ່າຍຂຶ້ນ, ລົງທະບຽນໂທລະສັບ ແລະ ເລກໝາຍອິນເຕີເນັດ, ປະສານງານກັບຜູ້ໃຫ້ບໍລິການສື່ອອນລາຍຢູ່ຕ່າງປະເທດ ແລະ ນຳເອົາຜູ້ກະທຳຜິດມາລົງໂທດຕາມລະບຽບກົດໝາຍ.