ປກສ ອອກຄຳສັ່ງ!! ຫ້າມນາຍ ແລະ ພົນຕຳຫຼວດ ນຸ່ງເຄື່ອງແບບຖ່າຍຮູບລົງສື່ອອນລາຍປະເພດຕ່າງໆ

255

ເພື່ອເປັນການປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ, ຄວາມສະຫງົບທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ປົກປ້ອງສິດຜົນປະໂຫຍດຂອງພັກ-ລັດ, ຂອງກົມກອງລວມໝູ່ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ ແລະ ພົນຕຳຫຼວດ.  ທັງເປັນການກຳນົດລະບຽບການ ແລະ ມາດຕະການໃນການຄຸ້ມຄອງນຳໃຊ້ສື່ສັງຄົມອອນລາຍປະເພດຕ່າງໆ, ຮັບປະກັນຄວາມສະຫງົບສຸກຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແນໃສ່ປົກປ້ອງບົດບາດກຽດສັກສີຂອງກຳລັງປ້ອງກັນຄວາມສະຫງົບ, ສະມາຊິກພັກ, ພະນັກງານ-ນັກຮົບ ໃນສະເພາະໜ້າ ແລະ ຍາວນານ.

ສະນັ້ນ, ກະຊວງປ້ອງກັນຄວາມສະຫງົບ (ປກສ)  ຈຶ່ງໄດ້ອອກຄຳສັ່ງເລກທີ 583/ປກສ ລົງວັນທີ 3 ເມສາ 2019 ວ່າດ້ວຍການໃຊ້ສື່ສັງຄົມອອນລາຍ ໃນກໍາລັງປ້ອງກັນຄວາມສະຫງົບ ເຊິ່ງໄດ້ລະບຸໄວ້ດັ່ງນີ້:

 

 

ຫ້າມນາຍ ແລະ ພົນຕຳຫຼວດຕົວະຍົວະ, ຫຼອກລວງ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ສ້າງຄວາມປັ່ນປ່ວນ, ສ້າງຄວາມຂັດແຍ້ງ, ກໍ່ຄວາມເສຍຫາຍຕໍ່ບົດບາດ ແລະ ອິດທິພົນຂອງກຳລັງປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ.

ຫ້າມນາຍ ແລະ ພົນຕຳຫຼວດຖ່າຍຮູບນຸ່ງເຄື່ອງແບບຕິດຊັ້ນ, ປະກອບອາວຸດເຕັກນິກຕ່າງໆ ໂພສລົງ, ກົດໄລ້, ກົດແຊ, ຕັດຕໍ່, ເສີມແຕ່ງຮູບພາບ, ມີຄຳຄິດເຫັນລັກສະນະບໍ່ສ້າງສັນ, ປັ່ນປ່ວນ, ໜິ່ນປະໝາດ, ແຕະຕ້ອງເຖິງກຽດສັກສີຂອງພັກ-ລັດ, ການຈັດຕັ້ງ, ສິດທິສ່ວນບຸກຄົນ ແລະ ແຕະຕ້ອງເຖິງຮິດຄອງປະເພນີອັນດີງາມຂອງຊາດ, ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ ລົງອິນເຕີເນັດ, ເຟສບຸກ, ວັອດແອັບ, ລາຍ, ອິນສະຕຣາແກມ, ທະວິດເຕີ, ຢູທູບ ແລະ ສື່ສັງຄົມອອນລາຍອື່ນໆ ທີ່ເປັນການເປີດເຜີຍຄວາມລັບຂອງຊາດ, ຂອງກຳລັງປ້ອງກັນຄວາມສະຫງົບໃຫ້ແກ່ສັດຕູ ແລະ ກຸ່ມຄົນບໍ່ດີນຳເອົາໄປໂຄສະນາ, ພິກປີ້ນ, ທັບຖົມ, ໂຈມຕີຕໍ່ກຳລັງປ້ອງກັນຄວາມສະຫງົບ, ຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

 

ຫ້າມນາຍ ແລະ ພົນຕຳຫຼວດນຳສະເໜີ, ລາຍງານ ແລະ ໂຄສະນາຄວາມລັບວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ, ສົ່ງ, ຮັບ ແລະ ສົ່ງຕໍ່ໃຫ້ແກ່ບຸກຄົນໃດໜຶ່ງ ຫຼື ຫຼາຍຄົນ, ມີຄຳເຫັນ ຫຼື ແລກປ່ຽນເນື້ອໃນ, ຂໍ້ມູນຂ່າວສານ, ຮູບພາບເໜັງຕີງ ຫຼື ບໍ່ເໜັງຕີງ, ເປັນວິດີໂອ, ເປັນສຽງ, ລາຍເຊັນ ແລະ ຮູບແບບອື່ນໆທີ່ບໍ່ຖືກຕ້ອງຕາມມມລະບຽບກົດໝາຍກຳລັງປ້ອງກັນຄວາມສະຫງົບ ແລະ ກົດໝາຍແຫ່ງ ສປປ ລາວ ໄດ້ກຳນົດເອົາໄວ້ຢ່າງເດັດຂາດ.

ສ່ວນມາດຕະການຕໍ່ບຸກຄົນ, ນິຕິບຸກຄົນ, ນາຍ ແລະ ພົນຕຳຫຼວດທີ່ມີການລະມີດ ແລະ ບໍ່ປະຕິບັດຕາມຄຳສັ່ງສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ໄລ່ອອກກຳລັງ ຕາມຄວາມຜິດສະຖານໜັກ ຫຼື ເບົາ ຂອງກົດໝາຍກຳລັງປ້ອງກັນຄວາມສະຫງົບ ແລະ ກົດໝາຍແຫ່ງ ສປປ ລາວ ທີ່ໄດ້ກຳນົດເອົາໄວ້.