ພາສີມົງໂກລີໃນ ເຜີຍຄະດີລັກລອບນໍາເຂົ້າໜັງໝາປ່າ ກວ່າ 205 ລາຍການ

155

ສຳນັກຂ່າວຊິນຫົວຂອງຈີນ ລາຍງານເມື່ອວັນພຸດ ທີ 1 ພຶດສະພາ ວ່າ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ພາສີອາກອນຂອງເມືອງຮູເຫີເຮົ່າເທີ່ ເມືອງເອກຂອງເຂດປົກຄອງຕົນເອງມົງໂກລີໃນ ທາງພາກເໜືອຂອງຈີນ ໄດ້ເປີດເຜີຍການກວດຢຶດສິນຄ້າທີ່ເຮັດຈາກໜັງໝາປ່າ ຈໍານວນ 205 ລາຍການ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ທັງນີ້ ເຈົ້າໜ້າທີ່ໄດ້ຮັບການແຈ້ງໃຫ້ເຂົ້າໄປກວດຄົ້ນລົດບັນທຸກຖ່ານຫິນຄັນໜຶ່ງທີ່ເຂົ້າມາປະເທດມົງໂກລີໃນ ແລະ ພົບສິນຄ້າດັ່ງກ່າວໃນລົດຄັນນີ້ ຄົນຂັບລົດເປັນຊາວມົງໂກລີໃນ ຍອມຮັບສາລະພາບກັບເຈົ້າໜ້າທີ່ ວ່າ ຕົນໄດ້ຮັບເງິນ 2.000 ຢວນ (ປະມານ 2.500.000 ກີບ ) ຈາກເພື່ອນຂອງຕົນໃຫ້ລັກລອບນໍາໜັງໝາປ່າເຂົ້າປະເທດຈີນ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ໂດຍໝາປ່າເປັນສັດທີ່ໄດ້ຮັບການຄຸ້ມຄອງ ໂດຍອະນຸສັນຍາວ່າດ້ວຍການຄ້າ ລະຫວ່າງປະເທດຂອງສັດປ່າ ແລະ ພືດປ່າ ທີ່ໃກ້ສູນພັນ ການຊື້-ຂາຍຜະລິດພັນກ່ຽວກັບໝາປ່າຈຶ່ງຖືເປັນການກະທຳຜິດກົດໝາຍໃນປະເທດຈີນ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ຂະນະນີ້ ເຈົ້າໜ້າທີ່ໄດ້ຈັບກຸມຜູ້ຕ້ອງສົງໄສໄວ້ ແລະ ກໍາລັງດໍາເນີນການສອບສວນເພິ່ມຕື່ມ.

ຂ່າວຈາກ: China Xinhua News