ລາວ-ຈີນ ບັນລຸການລົງນາມໃນ ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

579

ຕາມຂ່າວຈາກຊີອາໄອໃຫ້ຮູ້ວ່າ: ວັນ​ທີ 30 ເມ​ສາ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະກັບ​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ລາວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ​ໂດຍ​ສອງ​ຝ່າຍເປັນ​ເອ​ກະສັນ​ກັນ​ກ່າວ​ວ່າ​ຍິນ​ດີ​ຊຸກ​ຍູ້​ຄູ່​ຮ່ວມ​ຊາ​ຕາ​ກຳຈີນ-​ລາວ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ເປີດ​ຍຸກ​ໃໝ່​ຂອງ​ສາຍ​ພົວ​ພັນ​ຈີນ​-ລາວ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາ​ມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່​ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ທີ່​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ ແລະ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຄັ້ງ​ທີ 2. ທ່ານ​ກ່າວ​ວ່າ, ປີ​ນີ້​ແມ່ນ​​ປີ​ທີ່ຈີນ ແລະ ລາວ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຄົບ​ຮອບ 10 ປີ. ພາຍ​ໃຕ້​ການ​ນຳ​ພາ​ທີ່​ເຂັ້ມ​ແຂງ​ຂອງ​ສູນ​ກາງ​ພັກ​ສອງ​ປະ​ເທດ, ສາຍ​ພົ​ວ​ພັນ​ຈີນ​ລາວ​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ໃຫຍ່ຫຼວງ, ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ໂດຍໃນ​ຈຸດ​ເລີ່ມ​ຕົ້ນ​ໃໝ່, ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ລາວ, ຖື​​ເອົ​າການ​ລົງ​ນາມ​ໃນ “ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​ລາວລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ” ເປັນ​ກາ​ລະ​ໂອ​ກາດ, ​ໃຫ້​ທິດ​ຊີ້​ນຳ​ອັນ​ສຳ​ຄັນ​​ແກ່​ການ​ຂະ​ຫຍາຍ​ຕົວ​ຖາ​ວອນ​ຂອງ​ສາຍ​ພົວ​ພັນ​ຈີນ​ລາວ, ແລະຮ່ວມ​ກັນ​ສ້າງ​ສາຍ​ພົວ​ພັນ​ຈີນ​ລາວ​ໃນ​ຍຸກ​ໃໝ່.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ສອງ​ຝ່າຍ​ຈີນ​ລາວ​ຄວນ​ຖື​ເອົາ​ການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ເປັນ​ການ​ຊີ້​ນຳ, ກຳ​ແໜ້ນ​ທິດ​ທາງ​ທີ່​ຖືກ​ຕ້ອງຂອງ​ສາຍ​ພົວ​ພັນ​ຈີນ​ລາວ​ໃນ​ຍຸກ​ໃໝ່. ໂລກ​ໃນປະ​ຈຸ​ບັນ​ພວມ​ຜະ​ເຊີນ​ໜ້າ​ກັບ​ການ​ປ່ຽນ​ແປ​ງ​ອັນ​ໃຫຍ່ຫຼວງ​​ທີ່​ບໍ່​ເຄີຍ​ມີໃນ​ຮອບ​ຮ້ອຍ​ປີ​ຜ່ານ​ມາ, ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ໂລກ​ພວມ​ຜະ​ເຊີນ​ໜ້າ​ກັບ​ໂອ​ກາດ​ໃໝ່​ໃນ​ການ​ພັດ​ທະ​ນາ. ໃນ​ຖາ​ນະ​ເປັນ​ແກ່ນ​ສານ​ນຳ​ພາ​ຂອງ​ສອງ​ປະ​ເທດ​ຈີນ​ລາວ, ສອງ​ພັກ​ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ໃຈ​ດ້ານ​ຍຸດ​ທະ​ສາດ ແລະ ມີສະ​ຕິ​ລະ​ວັງ​ຕົວ​ຍິ່ງ​ຂຶ້ນ, ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ ແລະ ຄ​ວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຖາ​ວອນ​ຂອງ​ປະ​ເທດ, ປະ​ກອບ​ສ່ວນ​ອັນ​ໃໝ່​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ.ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫ​າ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູ​ງ, ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ ວໍ​ລະ​ຈິດ​ຮັກ​ສາ​ມູນ​ເຊື້ອ​ອັນ​ດີ​ງາມ​ທີ່​​ພົບ​ປະ​ກັນ​ແບບປະ​ຈຳ​ປີ; ຕ້ອງ​ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ທິດ​ສະ​ດີ, ສະ​ໜອງ​ສິ່ງ​ຄ້ຳ​ປະ​ກັນ​ດ້ານ​ທິດ​ສະ​ດີ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ປະ​ຕິ​ຮູບ ການ​ພັດ​ທະ​ນາ ແລະ ການ​ສ້າງ​ສາ​​ຂອງ​ສ​ອງ​ປະ​ເທດ; ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ບຸກ​ຄະ​ລາ​ກອນ, ຮັບ​ປະ​ກັນ​ໃຫ້​ມີ​ຜູ້​ສືບ​ທອດ​ມິດ​ຕະ​ພາບລະ​ຫວ່າງ​ສອງ​ປະ​ເທດ, ​ເຮັດ​ໃຫ້​ພາ​ລະ​ກິດສັງ​ຄົມ​ນິ​ຍົມ​ນັບ​ມື້​ນັບ​ຈະ​ເລີນ​​ຍິ່ງໆຂຶ້ນ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ສອງ​ຝ່າຍຄວນ​ຖື​ເອົາການ​ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ເປັນ​ສິ່ງ​ອ້າງ​ອີງ, ​ສະ​ໜອງ​​ພະ​ລັງຊຸກ​ດັນ​ໃຫ້​ແກ່​ການຮັ​ກ​ສາ​ສັນ​ຕິ​ພາບ ແລະ​ສ​ະ​ຖຽນ​ລະ​ພາບ​ຂອ​ງ​ພ​າກ​ພື້ນ ແລະ ບັນ​ລຸ​ການ​ພັດ​ທະ​ນາ​ພ້ອມ​ກັນ. ​ປະ​ຈຸ​ບັນ, ການ​ຮ່ວມ​ມື​ຈີນ​ລາວ​ໄດ້​ກາຍ​ເປັນ​ກຳ​ລັງ​ແຮງ​ທີ່​ສຳ​ຄັນ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ. ສອງ​ຝ່າຍ​ຄວນ​ເລັ່ງ​ລັດ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ຊຸກ​ຍູ້​ການ​ສ້າງ​ສາ​ແລວ​ເສດ​ຖະ​ກິດ, ເສີມ​ຂະ​ຫຍາຍບົດ​ບາດ​ທີ່​ເປັນ​ແບບ​ຢ່າງ​ຂອງ​ໂຄງ​ການ​ຂະ​ໜາດ​ໃຫຍ່ ລວມ​ທັງ​ໂຄງ​ການ​ທາງ​ລົດ​ໄຟ​ຈີນ​ລາວ, ​ເພື່ອບັນ​ລຸ​ການ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ ແລະ ການ​ພັດ​ທະ​ນາ​ພ້ອມ​ກັນ. ສອ​ງ​ຝ່າຍ​ຄວນພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ​ໃນ​ກົນ​ໄກຫຼາຍ​ຝ່າຍ, ເຊັ່ນ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ການ​ຮ່ວມ​ມື​ໃນ​ອາ​ຊີ​ຕາ​ເວັນ​ອອກ, ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ແລະ​ອື່ນໆ, ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີີ່​ດີ​ໃຫ້​ແກ່​ການ​ພັດ​ທະ​ນາ​ພ້ອມ​ກັນ.

ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ທີ່​ສະ​ຖາ​ປະ​ນາ​ ສ​ປ ​ຈີນ​ຄົບ​ຮອບ 70 ປີ, ຝ່າຍ​ລາວ​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ຂອງ​ຈີນ​ໃນ​ການ​ກໍ່​ສ້າງ​ພັກ ແລະ ສ້າງ​ສາ​ປະ​ເທດ, ໂດຍ​ສະ​ເພາະ​ໃນ​ການ​ຢ້ຽມ​ຢາມ​ຈີ​ນ​ຄັ້ງ​ນີ້, ໄດ້​ມີ​ຄວາມ​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງວ່າ ບົດ​ຮຽນ​ດ້ານ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ຈະ​ເປັນ​ປະ​ໂຫຍດ​ສຳ​ຄັນ​ຕໍ່​ປະ​ເທດ​ລາວ. ທ່ານ​ກ່າ​ວ​ຕື່ມ​ວ່າ, ການ​ສົ່ງ​ເສີມມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ລາວ​ຈີນ​ເປັນ​ທິດ​ທາງ​ທີ່​ເດັດ​ດ່ຽວ​ໜ້ຽວ​ແໜ້ນ​ຂອງ​ຝ່າຍ​ລາວ. ລາວ​​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ໃນ​ໄລ​ຍະ​ຜ່ານ​ມາ, ຍິນ​ດີ​ຮ່ວມ​ກັບ​ຈີນ, ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ນຳ​ພາ​ດ້ານ​ການ​ເມືອງ​ຂອງ​ສາຍ​ພົວ​ພັນ​ສອງ​ພັກ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ປະ​ເທດ, ຮັກ​ສາ​ການ​ພົບ​ປະ​ເປັນ​ປະ​ຈຳ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ເລັ່ງ​ລັດ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂົ​ງ​ເຂດ​ຕ່າງໆ, ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ລາວ-ຈີນ​ໃຫ້​ກ້າວ​ສູ່​ລວງ​ເລິກ. ທ່ານ​ກ່າວ​ຕື່ມ​ອີກວ່າ, ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ກາຍ​ເປັນ​ເວ​ທີ​ສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ຂອງ​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ ​ແລະ​ພາກ​ພື້ນ, ຝ່າຍ​ລາວ​ຈະ​ສືບ​ຕໍ່​ເລັ່ງ​ລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໂຄງ​ການ​ສຳ​ຄັນ​ຕ່າງໆ, ຊຸກ​ຍູ້​ການ​ພັດ​ທະ​ນາ ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ ​ແລະພາກ​ພື້ນ​ນີ້.

ຫຼັງ​ການ​ພົບ​ປະ, ທ່ານ​ສີ​ຈິ້ນ​ຜິງ ແລະ ທ່ານ​ບຸນ​ຍັງ ວໍ​ລະ​ຈິດ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ “ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​ລາວລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ”, ແລະເປັນ​ສັກ​ຂີ​ພິ​ຍານ​ຮ່ວມ​ໃນ​ພິ​ທີ​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ລະ​ຫວ່າງ​ສອງ​ຝ່າຍ.
ໃນ​ແຜນ​ແມ່​ບົດ​ດັ່ງ​ກ່າວ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ລວມ ຄື ​ໃນ 5 ປີ​ຂ້າງ​ໜ້າ​ນີ້, ຈ​ະ​ຊຸກ​ຍູ້​ແຜນ​ການ​ດຳ​ເນີນ​ງານ 5 ດ້ານ, ຄື ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ, ການຮ່ວມ​ມື​ຕົວ​ຈິງ ແລະ ​ການ​ເຊື່ອມ​ຈອດ​ກັນ, ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ແລະ ສະ​ຖຽນ​ລະ​ພາບ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ​ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ແບບ​ສີ​ຂຽວ ແລະ ຍືນ​ຍົງ ເຊິ່ງ​ເປັນ​ການ​ກຳ​ນົດ​ວາ​ລະ​ດຳ​ເນີນ​ງານ ແລະ ທິດ​ທາງ​ໃຫ້​ແກ່​ການ​ຂະ​ຫຍາຍ​ຕົວ​​ໃນ​ໄລ​ຍະຍາວ​​ຂອງ​ສາຍ​ພົວ​ພັນ​ຈີນ​-ລາ​ວ.