ໄໝ 28 ຕື້ກີບ! ສານຈີນ ຕັດສິນພວກວາງຢາ – ຄ້ານົກປ່າ ໂທດຖານເຮັດລະບົບນິເວດເສຍຫາຍ

151

ສຳນັກຂ່າວຊິນຫົວຂອງຈີນ ໄດ້ລາຍງານເມື່ອວັນອັງຄານ ທີ 30 ເມສາ ວ່າ ສຳນັກງານໄອຍະການປະຊາຊົນສູງສຸດ ໃນເມືອງໄທ່ໂຈວ ມົນທົນຈຽງຊູ ທາງພາກຕາເວັນອອກຂອງຈີນ ສັ່ງລົງໂທດພວກລັກລອບວາງຢາພິດ ແລະ ຄ້ານົກປ່າ ຊາວຈີນຈໍານວນ 17 ຄົນ ໃຫ້ຊົດເຊີຍຄ່າເສີຍຫາຍເປັນຈໍານວນເງິນ ກວ່າ 22 ລ້ານຢວນ (ປະມານ 28 ຕື້ກີບ) ໂດຍຖືເປັນຄະດີທີ່ກ່ຽວຂ້ອງກັບຜົນປະໂຫຍດຂອງສາທາລະນະ.

ສໍານັກງານໄອຍະການປະຊາຊົນສູງສຸດ ເມືອງໄທ່ໂຈວ ໄດ້ລາຍງານ ວ່າ ມີຜູ້ກະທຳຄວາມຜິດວາງຢາພິດນົກປ່າ ໃນເມືອງຫຼຽນຫຍຸນກ່າງ ຈຸດແວະພັກທີ່ສໍາຄັນ ໃນເສັ້ນທາງການອົບພະຍົບຂອງຝູງນົກ ຈໍານວນ 24.065 ໂຕ ໃນເດືອນຕຸລາ ແລະ ພະຈິກ ຂອງປີ 2016 ລວມ 13 ຄົນ ໂດຍພວກເຂົາຕ້ອງຈ່າຍເງິນຊົດເຊີຍຄວາມເສຍຫາຍທີ່ເກີດຂຶ້ນກັບຊັບພະຍາກອນໃນລະບົບນິເວດ ເປັນຈໍານວນ 21,7 ລ້ານຢວນ (ປະມານ 27,9 ຕື້ກີບ).

ในภาพอาจจะมี มหาสมุทร, ท้องฟ้า, สถานที่กลางแจ้ง, น้ำ และธรรมชาติ

ນອກຈາກນີ້ ຜູ້ກະທຳຄວາມຜິດ ທັງ 13 ຄົນ ຖືກຕັດສິນຈໍາຄຸກ ຕັ້ງແຕ່ 6 ເດືອນ ເຖິງ 2 ປີ ແລະ ປັບເງິນຕັ້ງແຕ່ 1.000 ຢວນ ເຖິງ 20.000 ຢວນ (ປະມານ 1,2 ລ້ານກີບ ເຖິງ 24 ລ້ານກີບ) ເມື່ອເດືອນສິງຫາ 2018 ສ່ວນ ຜູ້ກະທໍາຄວາມຜິດອີກ 4 ຄົນ ທີ່ທັງວາງຢາ ແລະ ຂາຍນົກປ່າ ນັບສິບພັນກວ່າໂຕ ໃຫ້ກັບພັດຕະຄານ ຖືກສັ່ງໃຫ້ຊົດໃຊ້ຄ່າເສຍຫາຍເປັນມູນຄ່າ 10 ເທົ່າ ຂອງເງິນທີ່ພວກເຂົາໄດ້ຈາກການຄ້ານົກທີ່ຜິດກົດໝາຍ ລວມ 22.500 ຢວນ (ປະມານ 29,9 ລ້ານກີບ) ເຊິ່ງຈໍາເລີຍທຸກຄົນໄດ້ຮັບຄໍາສັ່ງໃຫ້ສະແດງຄວາມຂໍໂທດຕໍ່ການກະທຳຜ່ານສື່ສາທາລະນະ.

ในภาพอาจจะมี นก และสถานที่กลางแจ้ง

ໄອຍະການປະຊາຊົນສູງສຸດ ເມືອງໄທ່ໂຈວ ລະບຸວ່າ ໃນບັນດານົກເຫຼົ່ານີ້ ມີນົກຫາຍາກທີ່ມີຄ່າ ແລະ ເປັນສັດອະນຸລັກລະດັບຊາດ ເຊິ່ງມີມູນຄ່າຫຼາຍກວ່າ 7 ລ້ານຢວນ.

ໂດຍຜູ້ກະທຳຜິດ ໄດ້ປະສົມຄາຣ໌ໂບຟູແຣນ (Carbofuran) ສານກໍາຈັດສັດຕູພືດທີ່ເປັນພິດສູງ ລົງໃນອາຫານນົກ ກ່ອນທີ່ຈະໂຮຍລົງໃນທົ່ງຫຍ້າ ແລະ ຈັບນົກເຫຼົ່ານັ້ນມາແຊ່ແຂງ ເພື່ອສົ່ງຂາຍຕໍ່ ເຊິ່ງກ່ອນທີ່ຄະດີນີ້ ຈະຖືກຕັດສິນ ມີລາຍງານວ່າ ມີນົກຖືກບໍລິໂພກໄປແລ້ວ ປະມານ 1.500 ໂຕ.

ທາງໄອຍະການ ໄດ້ກ່າວວ່າ ການກະທຳຂອງບຸກຄົນເຫຼົ່ານີ້ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຊັບພະຍາກອນສັດປ່າໃນລະບົບນິເວດ ແລະ ສຸຂະພາບຂອງຜູ້ບໍລິໂພກນົກ. ດັ່ງນັ້ນ, ນອກເໜືອຈາກການຊົດໃຊ້ໃນຄະດີອາຍາແລ້ວ ຈຶ່ງຄວນຖືກລົງໂທດໃນຄະດີແພ່ງດ້ວຍ.