ສົງຄາມການຄ້າ ຈີນ – ອາເມຣິກາ ຈະຍູ້ອາຊຽນເປັນຕະຫຼາດໃໝ່

100

ຈີນ – ສະຫະລັດອາເມຣິກາ ໄດ້ເລີ່ມເປີດສົງຄາມການຄ້ານໍາກັນຍືດເຍື້ອຍາວນານພໍສົມຄວນ ເລີ່ມຈາກສົງຄາມການຄ້າລະຫວ່າງສິນຄ້າຈົນລຸກລາມໄປເຖິງສົງຄາມທາງດ້ານເຕັກໂນໂລຊີ.

ມື້ນີ້ເຮົາຈະມານໍາສະເໜີທັດສະນະຂອງ ທ່ານ ລາວຮົວ ເຈີຈິງ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຕໍ່ບັນຫາສົງຄາມການຄ້າ ຈີນ – ສະຫະລັດອາເມຣິກາ ຈະມີຜົນຕໍ່ເສດຖະກິດລາວ ໂດຍສະເພາະແມ່ນການລົງທຶນຂອງຈີນໃນລາວ ແລະ ບັນດາປະເທດໃນອາຊຽນຄືແນວໃດ?.

ຖາມ: ສົງຄາມການຄ້າຈີນ – ສະຫະລັດອາເມຣິກາ ຈະມີຜົນກະທົບແນວໃດຕໍ່ເສດຖະກິດໂລກ ແລະ ເສດຖະກິດລາວ?.

ຕອບ: ສົງຄາມການຄ້າລະຫວ່າງ ຈີນ – ສະຫະລັດອາເມຣິກາ ເຊິ່ງເປັນຄໍາຖາມທີ່ທົ່ວໂລກຕັ້ງຄໍາຖາມຂຶ້ນມາ ບໍ່ສະເພາະແຕ່ປະເທດລາວເຮົາ ປັດຈຸບັນທົ່ວໂລກກໍາລັງຕິດຕາມເບິ່ງວ່າຖ້າສອງປະເທດມະຫາອໍານາດທາງດ້ານເສດຖະກິດ ຫາກບໍ່ສາມາດຕົກລົງກັນໄດ້. ພ້ອມດຽວກັນ, ຍັງສືບຕໍ່ເຮັດສົງຄາມການຄ້າຕ່າງຝ່າຍຕ່າງຕອບໂຕ້ໄປ – ມາ ກໍຈະກະທົບຕໍ່ລະບົບເສດຖະກິດໂລກ ກໍຄືກະທົບຕໍ່ເສດຖະກິດຂອງຫຼາຍປະເທດ ຕ່າງແຕ່ວ່າລະດັບການກະທົບນັ້ນຈະແຕກຕ່າງກັນອອກໄປ.

ຖາມ: ສໍາລັບ ສປປ ລາວ ຈະກະທົບຫຍັງຖ້າວ່າຈີນ – ສະຫະລັດອາເມຣິກາ ຍັງສືບຕໍ່ເຮັດສົງຄາມການຄ້າຕໍ່ໄປເລື້ອຍໆ?.

ຕອບ: ເຮົາມາເບິ່ງມູນຄ່າການຄ້າລະຫວ່າງ ລາວ – ຈີນ, ລາວ – ສະຫະລັດອາເມຣິກາ ກໍເປັນມູນຄ່າຫຼາຍສົມຄວນ ນັບເປັນຫຼັກຕື້ໂດລາສະຫະລັດຂຶ້ນໄປ, ການກະທົບສຳລັບລາວແມ່ນມູນຄ່າການສົ່ງອອກສິນຄ້າຮຸນແຮງ ຫຼື ບໍ່ນັ້ນ ໂດຍສ່ວນຕົວຂ້າພະເຈົ້າຄິດວ່າອາດຈະບໍ່ກະທົບຫຍັງຫຼາຍ ເຊິ່ງຍັງປົກກະຕິ ເພາະປັດຈຸບັນປະເທດເຮົາກໍຄ້າຂາຍສິນຄ້າຜ່ານຊາຍແດນເປັນສ່ວນໃຫຍ່ລະຫວ່າງ ລາວ ກັບ ຈີນ.

ແຕ່ບັນຫາໜ້າເປັນຫ່ວງແມ່ນການລົງທຶນລະຫວ່າງ ລາວ – ຈີນ ເຊິ່ງການເຮັດສົງຄາມການຄ້າ ຈີນ – ສະຫະລັດອາເມຣິກາ ແມ່ນມີຜົນກະທົບທັງສອງປະເທດຢູ່ແລ້ວ ໂດຍສະເພາະ ຈີນ ເປັນປະເທດທີ່ລົງທຶນອັນດັບໜຶ່ງຢູ່ລາວ ຖ້າຫາກວ່າ ຈີດີພີ ຂອງປະເທດຈີນຫຼຸດລົງເລື້ອຍໆກໍສະແດງວ່າລາຍຮັບຂອງປະເທດຈີນມີບັນຫາ. ສະນັ້ນ, ຫຼາຍໂຄງການທີ່ ສປ ຈີນ ມາລົງທຶນຢູ່ລາວກໍຈະຖືກກະທົບ ( ເປັນຈຸດສໍາຄັນທີ່ພວກເຮົາຕ້ອງຕິດຕາມສະຖານະການ ) ເພື່ອວາງຍຸດທະສາດ ແລະ ແຜນຮອງຮັບຕໍ່ຜົນກະທົບທີ່ຈະເກີດຂຶ້ນໄລຍະຍາວ.

ທ່ານ ລາວຮົວ ເຈີຈິງ ກ່າວຕໍ່ອີກວ່າ: ຢ່າງໃດກໍຕາມ, ສິນຄ້າກະເສດຂອງຈີນ ກໍມີທ່າແຮງສູງທີ່ສົ່ງໄປປະເທດສະຫະລັດອາເມຣິກາ ເຊິ່ງຖືກວາງອັດຕາພາສີສູງຂຶ້ນ ແນ່ນອນກໍສົ່ງອອກບໍ່ໄດ້. ສະນັ້ນ, ສປ ຈີນ ກໍຊອກຫາຊ່ອງທາງຊ່ວຍຊາວກະສິກອນຂອງເຂົາເຈົ້າເພື່ອສົ່ງອອກສິນຄ້າກະສິກໍາໄປບັນດາປະເທດອື່ນໃນພາກພື້ນ ລວມທັງອາຊຽນ ຖ້າຫາກເສັ້ນທາງລົດໄຟ ລາວ – ຈີນສໍາເລັດ ແລະ ເປີດນໍາໃຊ້ ເຊິ່ງສົງຄາມການຄ້າ ຈີນ – ສະຫະລັດອາເມຣິກາ ຍັງສືບຕໍ່ກໍຈະເປັນການອໍານວຍຄວາມສະດວກທີ່ສຸດໃຫ້ການສົ່ງສິນຄ້າຈາກ ຈີນ ໄປບັນດາປະເທດໃນອາຊຽນ. ສະນັ້ນ, ປະລິມານສິນຄ້າຈີນ ທີ່ຈະສົ່ງໄປອາຊຽນ ແລະ ບັນດາປະເທດອື່ນໆກໍເພີ່ມຂຶ້ນ.

ສ່ວນ ສປປ ລາວ ກໍມີຜົນກະທົບແນ່ນອນ ເພາະສິນຄ້າກະສິກໍາທີ່ມີທ່າແຮງຂອງ ຈີນ ຈະເຂົ້າມາລາວເຊັ່ນກັນ ເພາະ ຈີນ ມີເຕັກໂນໂລຊີໃໝ່, ຜະລິດສິນຄ້າໄດ້ຫຼາຍ, ຕົ້ນທຶນຖືກກວ່າ ຖ້າຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ – ຈີນ ຍິ່ງເຮັດໃຫ້ມີທ່າແຮງເພີ່ມຂຶ້ນ ບໍ່ວ່າຄວາມໄວ, ລາຄາຂົນສົ່ງ. ສະນັ້ນ, ປະລິມານສິນຄ້າຕ່າງໆຂອງຈີນຈະມີເພີ່ມຂຶ້ນຢູ່ໃນປະເທດເຮົາ.

ຖາມວ່າຈະກະທົບຕໍ່ຜູ້ປະກອບການຂອງລາວ, ຕໍ່ການຜະລິດກະສິກໍາຂອງລາວ ຫຼື ບໍ່?.

ຕອບ: ປັດຈຸບັນ ຈີນກໍາລັງສົ່ງອອກ 2 ຢ່າງ ຄື: ສົ່ງອອກສິນຄ້າທີ່ເຫຼືອເຟືອຂອງຈີນ ( ເກີນຄວາມຕ້ອງການພາຍໃນປະເທດ ) ສິ່ງໜຶ່ງທີ່ເປັນນະໂຍບາຍຫຼັກ ການສົ່ງອອກຂອງ ສປ ຈີນ ແມ່ນສົ່ງອອກເລື່ອງສິນຄ້າອຸດສາຫະກຳຈໍານວນໜຶ່ງ ເຊິ່ງຢູ່ປະເທດຈີນ ເກີນ ຄວາມຕ້ອງການແລ້ວ ເປັນຕົ້ນແມ່ນ: ເຫຼັກ, ອາລູມີນຽມ, ຊີມັງ ເຊິ່ງຈີນຜະລິດຫຼາຍແລ້ວ. ສະນັ້ນ, ຈີນ ກໍຫາທາງໃຫ້ສິນຄ້າຈໍານວນນີ້ຢູ່ແລ້ວ ທັງສິນຄ້າກະສິກໍາ ກໍຈະຫຼັ່ງໄຫຼເຂົ້າມາ. ສະນັ້ນ, ປະເທດເຮົາກໍຕ້ອງຕິດຕາມຢ່າງໃກ້ຊິດ ເພື່ອວາງແຜນຮອງຮັບໃຫ້ຜູ້ປະກອບການກະສິກໍາ.

ຖາມ: ຖ້າເສັ້ນທາງລົດໄຟ ລາວ – ຈີນ ສໍາເລັດຈະເປັນທ່າແຮງໃນການສົ່ງອອກສິນຄ້າລາວແນວໃດ?.

ຕອບ: ຢ່າລືມວ່າເຮົາຍັງມີສິ່ງໄດ້ປຽບ, ກາລະໂອກາດ ແລະ ທ່າແຮງຫຼາຍ ເຊິ່ງເຮົາຕ້ອງສຸມໃສ່ຈຸດນັ້ນ ເປັນຕົ້ນແມ່ນການຜະລິດກະສິກໍາທີ່ລາວເຮົາສາມາດແຂ່ງຂັນໄດ້ ເຊິ່ງຕ່າງປະເທດແຂ່ງຂັນກັບລາວຍາກ ເຮົາຕ້ອງຫັນໄປສູ່ການຜະລິດສິນຄ້າກະສິກໍາ ຫຼື ອາຫານແບບສະອາດ ໂຕນີ້ແມ່ນລາວມີທ່າແຮງເພາະສະພາບອາກາດ, ດິນ, ນໍ້າຍັງສະອາດ. ສະນັ້ນ, ລັດຖະບານຕ້ອງວາງແຜນໃຫ້ລະອຽດ ສຸມໃສ່ການຜະລິດພືດຜັກ, ໝາກໄມ້, ອາຫານຕ່າງໆທີ່ມີຄວາມສະອາດ ແລະ ອໍການິກ ເຊິ່ງມີໂອກາດແຂ່ງຂັນໄດ້. ໄທກໍມີບັນຫາເລື່ອງການໃຊ້ເຄມີມາດົນນານ, ສ່ວນ ຈີນ ສະພາບຕ່າງໆກໍທຽບເຮົາບໍ່ໄດ້. ໃນທາງກົງກັນຂ້າມ, ຖ້າເຮົາໄປເຮັດໃນສິ່ງທີ່ເຂົາເຮັດແລ້ວກໍແຂ່ງຂັນບໍ່ໄດ້ສິ່ງທ້າທາຍແມ່ນການຮັກສາ ດິນ, ນໍ້າ, ສະພາບອາກາດຍັງສົດນີ້ໄວ້.

ອີກຈຸດໜຶ່ງເພື່ອຮອງຮັບໂອກາດໃນການເຊື່ອມຈອດເສັ້ນທາງລົດໄຟ  ລາວ – ຈີນ ແລະ ບັນດາປະເທດໃນອາຊຽນ – ພາກພື້ນທີ່ເຮັດໃຫ້ໄລຍະເວລາໃນການຂົນສົ່ງສັ້ນລົງ ແລະ ລາຄາຖືກລົງ ເຮົາຕ້ອງມາຄົ້ນຄິດ ແລະ ວາງແຜນຮ່ວມກັນໃຫ້ດີ ເພື່ອປັບປຸງການຜະລິດຂອງປະເທດໃຫ້ເຂັ້ມແຂງ ແລະ ສຸມໃສ່ຂະແໜງທີ່ເຮົາມີທ່າແຮງ ຈຶ່ງຈະພາໃຫ້ກະສິກໍາລາວຢູ່ລອດໄດ້ ເຊິ່ງປັດຈຸບັນເຮົາມີໜໍ່ແໜງແລ້ວແຕ່ປະລິມານຍັງມີໜ້ອຍ.

ຖາມ: ຈະສຸມໃສ່ອຸດສາຫະກຳໃດ ເພື່ອແຂ່ງຂັນ?.

ຕອບ: ຕ້ອງສຸມໃສ່ອຸດສາຫະກຳທີ່ກະຕຸ້ນຕໍ່ທ່າແຮງ ຫຼື ສົ່ງເສີມການຜະລິດກະສິກໍາ ເປັນຕົ້ນແມ່ນປະເພດທີ່ເປັນອາຫານ, ອຸດສາຫະກຳປຸງແຕ່ງ, ອຸດສາຫະກຳທີ່ຮັບໃຊ້ແກ່ການທ່ອງທ່ຽວຕ່າງໆ ເຊິ່ງຈະມີໂອກາດຂະຫຍາຍຕົວ.