ບໍລິສັດຫົວເຫວີ່ຍຂອງຈີນ ປະກາດທົບທວນຄວາມຮ່ວມມືກັບບໍລິສັດເຟດເອັກຊ໌ຂອງສະຫະລັດ ຫຼັງໄດ້ຮັບລາຍງານ ການປ່ຽນເສັ້ນທາງຂົນສົ່ງຫໍ່ຈົດໝາຍຂອງຫົວເຫວີ່ຍ.
ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງເຊິນເຈີ້ນ ປະເທດຈີນ ເມື່ອວັນອັງຄານ ທີ 28 ພຶດສະພາ ວ່າ ທ່ານໂຈ ເຄລລີ່ ໂຄສົກຂອງບໍລິສັດຫົວເຫວີ່ຍປະຈໍາພາກພື້ນອາເມຣິກາ ກ່າວເມື່ອວັນຈັນ ທີ່ຄະນະຜູ້ບໍລິຫານຂອງຫົວເຫວີ່ຍມີມະຕິ “ທົບທວນ” ຄວາມຮ່ວມມືທາງທຸລະກິດ ແລະ ຄວາມສໍາພັນກັບບໍລິສັດເຟດເອັກຊ໌ ຜູ້ໃຫ້ບໍລິການຂົນສົ່ງ ແລະ ຈັດສົ່ງສິນຄ້າດ່ວນລະຫວ່າງປະເທດລາຍໃຫຍ່ຂອງສະຫະລັດ ເນື່ອງຈາກໄດ້ຮັບລາຍງານວ່າເຟດເອັກຊ໌ ໄດ້ “ປ່ຽນເສັ້ນທາງການຈັດສົ່ງ” ຫໍ່ຈົດໝາຍ 2 ຫໍ່ ເຊິ່ງລະບຸໜ້າຫໍ່ແມ່ນສົ່ງເຖິງສໍານັກງານຂອງຫົວເຫວີ່ຍໃນອາຊີ ໜຶ່ງໃນນັ້ນ ຄືສໍານັກງານໃນຫວຽດນາມທີ່ຈະສົ່ງຫໍ່ຈົດໝາຍໄປສະຖານທີ່ແຫ່ງໜຶ່ງໃນອາເມຣິກາ ແລະ ຍັງພະຍາຍາມປ່ຽນເສັ້ນທາງສົ່ງຫໍ່ຈົດໝາຍທີ່ລະບຸໜ້າຫໍ່ໃຫ້ສົ່ງໄປອາຊີ ອີກ 2 ຫໍ່.
ທັງນີ້ ໂຄສົກຂອງຫົວເຫວີ່ຍປະຈໍາສະຫະລັດ ຢືນຢັນວ່າ ສິ່ງທີ່ຢູ່ພາຍໃນ ຫໍ່ຈົດໝາຍ ທັງ 4 ຫໍ່ ບໍ່ແມ່ນ “ຄວາມລັບທາງເທັກໂນໂລຢີ” ແຕ່ເປັນພຽງ “ເອກະສານທົ່ວໄປ” ຂະນະທີ່ສໍານັກງານໃຫຍ່ຂອງເຟດເອັກຊ໌ ທີ່ເມືອງເມມຟິສ ໃນລັດເທນເນສຊີ ສະແດງທ່າທີພຽງວ່າ ບໍລິສັດມີນະໂຍບາຍທີ່ເຄັ່ງຄັດໃນການບໍ່ເປີດເຜີຍຂໍ້ມູນຂອງລູກຄ້າ ແລະ ຢືນຢັນວ່າ ບໍລິສັດບໍ່ມີອໍານາດໃນການທ່ວງເວລາການສົ່ງສິນຄ້າ ຫຼື ປ່ຽນເສັ້ນທາງການສົ່ງສິນຄ້າໄປເຖິງປາຍທາງ ພ້ອມທັງກ່າວດ້ວຍວ່າ ເຫດການທີ່ເກີດຂຶ້ນເປັນພຽງ “ເລື່ອງເລັກນ້ອຍ” ໝາຍເຖິງຈໍານວນວັດສະດຸ “ທີ່ມີພຽງ 4 ຫໍ່”.
ສະຖານະການດັ່ງກ່າວ ເກີດຂຶ້ນເກືອບ 2 ອາທິດ ຫຼັງກະຊວງການຄ້າໃນນະຄອນຫຼວງວໍຊິງຕັນ ຂຶ້ນບັນຊີດໍາຫົວເຫວີ່ຍ ເມື່ອວັນທີ 17 ພຶດສະພາ ທີ່ຜ່ານມາ ຕາມຄໍາສັ່ງ “ສະຖານະການສຸກເສີນດ້ານເທັກໂນໂລຢີ” ຂອງປະທານາທິບໍດີໂດນັລ ທຣໍາ ແຕ່ຍັງໃຫ້ໄລຍະເວລາຜ່ອນຜັນ 90 ວັນ ໃຫ້ແກ່ທັງຫົວເຫວີ່ຍ ແລະ ບໍລິສັດຄູ່ຄ້າໃນສະຫະລັດ ໃນການຈັດການທຸລະກໍາ ແລະ ຂໍ້ຕົກລົງທີ່ຍັງຄ້າງຄາໃຫ້ສໍາເລັດ ຢ່າງໃດກໍ່ຕາມ ມີການວິເຄາະວ່າ ລັດຖະບານວໍຊິງຕັນອາດຂະຫຍາຍໄລຍະເວລາຜ່ອນຜັນໃນອະນາຄົດ.