ປະໂຫຍດ ຈາກການກິນເນຍຖົ່ວ

144

ເນີຍຖົ່ວ ເປັນອາຫານທີ່ມີຄຸນຄ່າ ທາງໂພຊະນາການຈຳນວນຫຼາຍ ເຊິ່ງຈັດໃຫ້ເປັນອາຫານທີ່ສາມາດຊ່ວຍເສີມສ້າງກ້າມຊີ້ນ ເນື່ອງຈາກວ່າໃນເນີຍຖົ່ວເປັນແຫຼ່ງໂປຣຕີນຊັ້ນດີ ແລະ ມີໄຂມັນອີ່ມຕົວທີ່ຊ່ວຍໃຫ້ສຸຂະພາບຂອງຫົວໃຈແຂງແຮງພ້ອມທັງຊ່ວຍເພີ່ມພະລັງງານ.

 

 

 

ນອກຈາກນີ້, ກໍ່ຍັງມີໂພແທສຊ້ຽມທີ່ສາມາດຕໍ່ຕ້ານອັນຕະລາຍຈາກໂຊດ້ຽມ, ມີໄຟເບີ້ທີ່ຊ່ວຍເສີມສ້າງການເຮັດວຽກຂອງລະບົບໃນຮ່າງກາຍໄດ້ເປັນຢ່າງດີ, ມີແມັກນີຊ້ຽມ ແລະ ມີສານຕ້ານອະນຸມູນອິດສະຫຼະຈາກວິຕາມິນ E ດ້ວຍ.

 

 

ຂໍ້ແນະນຳ: ເນີຍຖົ່ວສາມາດໃຫ້ຄຸນປະໂຫຍດຕໍ່ສຸຂະພາບຫຼາຍຢ່າງກໍ່ຕາມ ແຕ່ບໍ່ໄດ້ໝາຍຄວາມວ່າຈະກິນເນີຍຖົ່ວໃນປະລິມານຫຼາຍໆໄດ້ທຸກມື້ ເຊິ່ງຄວນກິນໃນປະລິມານທີ່ເໝາະສົມ ແລະ ສະຫຼັບສັບປ່ຽນກັບອາຫານປະເພດອື່ນດ້ວຍ. ໂດຍແນະນຳໃຫ້ກິນບໍ່ກາຍ 2 ບ່ວງແກງຕໍ່ມື້ ຖ້າຫຼາຍກວ່ານັ້ນອາດຈະເຮັດໃຫ້ນ້ຳໜັກຂຶ້ນງ່າຍ ແລະ ອາດຈະສົ່ງຜົນຕໍ່ສຸຂະພາບຕາມມາ.

 

 


ຈາກ: Health and Trend