ບາດເຈັບຫຼາຍຄົນ! ຊາຍເສຍສະຕິໃຊ້ມີດໄລ່ແທງປະຊາຊົນ ໃນເມືອງຄາວາຊາກິ ຂອງຍີ່ປຸ່ນ

51

ເກີດເຫດຊາຍໄວກາງຄົນໃຊ້ມີດໄລ່ແທງປະຊາຊົນໃນເມືອງຄາວາຊາກິ ໃກ້ກັບນະຄອນຫຼວງໂຕກຽວ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບເກືອບ 20 ຄົນ ມີເດັກນັກຮຽນລວມຢູ່ນໍາຫຼາຍຄົນ ຂະນະທີ່ ຄົນຮ້າຍໄດ້ຮັບບາດເຈັບຈາກການແທງຕົວເອງ ແລະ ຖືກຈັບທັນທີ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງຄາວາຊາກິ ປະເທດຍີ່ປຸ່ນ ເມື່ອວັນອັງຄານ ທີ 28 ພຶດສະພາ  ຈາກລາຍງານຂອງສະຖານີໂທລະທັດ NHK ວ່າ ເກີດເຫດຊາຍອາຍຸປະມານ 40-50 ປີ ໃຊ້ມີດໄລ່ແທງປະຊາຊົນທີ່ກໍາລັງສັນຈອນໄປມາບໍລິເວນສວນສາທາລະນະແຫ່ງໜຶ່ງ ໃກ້ກັບສະຖານີລົດໄຟສາຍຫຼັກໃນເຂດໃຈກາງເມືອງຄາວາຊາກິ ເມືອງເອກຂອງແຂວງຄານາງາວະ ຫ່າງຈາກນະຄອນຫຼວງໂຕກຽວລົງມາທາງພາກຕາເວັນອອກສຽງໃຕ້ ໂດຍເຈົ້າໜ້າາທີ່ໄດ້ຮັບແຈ້ງເຫດ ເມື່ອເວລາປະມານ 07:44  ໂມງ ຕາມເວລາທ້ອງຖິ່ນຂອງວັນອັງຄານ (05:44 ໂມງ ເຊົ້າຕາມເວລາໃນລາວ) ຈຶ່ງນໍາກໍາລັງທັງຕໍາຫຼວດ ແລະ ໜ່ວຍກູ້ໄພໄປສະຖານທີ່ເກີດເຫດຢ່າງເລັ່ງດ່ວນ.

ในภาพอาจจะมี หนึ่งคนขึ้นไป, รถยนต์ และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, รถยนต์ และสถานที่กลางแจ้ง

ເບື້ອງຕົ້ນເຈົ້າໜ້າທີ່ເປີດເຜີຍພຽງວ່າ ຜູ້ເຄາະຮ້າຍສ່ວນໃຫຍ່ເປັນເດັກນ້ອຍນັກຮຽນຊັ້ນປະຖົມ ເຊິ່ງເປັນເລື່ອງປົກກະຕິໃນສັງຄົມຍີ່ປຸ່ນທີ່ເດັກນັກຮຽນມັກຈັບກຸ່ມຍ່າງໄປໂຮງຮຽນນໍາກັນ ແລະ ມີຜູ້ໃຫຍ່ໄດ້ຮັບບາດເຈັບດ້ວຍຫຼາຍຄົນ ໂດຍ NHK ລາຍງານມີຜູ້ບາດເຈັບ 16 ຄົນ ແຕ່ສື່ບາງແຫ່ງລາຍງານວ່າ 19 ຄົນ ຂະນະທີ່ຕໍາຫຼວດສາມາດຈັບກຸມຄົນຮ້າຍໄດ້ໃນທີ່ເກີດເຫດ ເຊິ່ງໃຊ້ມີດແທງຕົວເອງບໍລິເວນບ່າໄຫຼ່ ແລະ ຢຶດຂອງກາງໄດ້ເປັນມີດ 2 ດວງ ດ້ານສື່ທ້ອງຖິ່ນບາງແຫ່ງລາຍງານດ້ວຍວ່າ ເຈົ້າໜ້າທີ່ກໍາລັງພະຍາຍາມປໍ້າສັນຍານຊີບ ໃຫ້ຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 2 ເຖິງ 3 ຄົນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, เด็ก และสถานที่กลางแจ้ง

ເຖິງວ່າ ການກໍ່ອາຊາຍາກໍາຮຸນແຮງລັກສະນະນີ້ ບໍ່ຄ່ອຍເກີດຂຶ້ນໃນຍີ່ປຸ່ນ ແຕ່ເມື່ອໃດກໍ່ຕາມທີ່ເກີດເຫດມັກເປັນຄະດີທີ່ສ້າງຄວາມສະເທືອນຂວັນໄປທົ່ວປະເທດ ຫາກຢ້ອນກັບໄປເມື່ອເດືອນກໍລະກົດ 2016 ເກີດເຫດຊາຍໜຸ່ມອະດີດເຈົ້າໜ້າທີ່ປະຈໍາສູນຄົນພິການໃນເມືອງຊາກາມິຮາຣະ ທີ່ແຂວງຄານາງາວະເຊັ່ນກັນ ບຸກໃຊ້ມີດໄລ່ແທງຄົນພາຍໃນສະຖານທີ່ເຮັດວຽກເກົ່າຂອງຕົນເອງ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ຫຼາຍເຖິງ 19 ຄົນ ແລະ ໄດ້ຮັບບາດເຈັບ 23 ຄົນ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, งานแต่งงาน และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง