13-18 ເມສາຢູ່ອຸດົມໄຊມີເຫດໄຟໄໝ້ເກີດຂຶ້ນໄລ່ເລ່ຍ 9 ຄັ້ງ

32

ພຽງໄລຍະເວລາບໍ່ເທົ່າໃດວັນ ຢູ່ອຸດົມໄຊໄດ້ເກີດເຫດໄຟໄໝ້ແລ້ວ 9 ຄັ້ງ ຂະນະທີ່ຫຼາຍຄົນກຳລັງສະເຫຼີມສະຫຼອງປີໃໝ່ລາວ ພສ 2567 ເລີ່ມແຕ່ວັນທີ 13-18 ເມສາ 2024  ລວມມູນຄ່າເສຍຫາຍ 200 ກວ່າລ້ານກີບ.

May be an image of fire
ຕາມການລາຍງານຂອງພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ເວລາ ປະມານ 22:30 ນາທີ ຂອງວັນທີ 14 ເມສາ 2024 ມີປະຊາຊົນແຈ້ງວ່າ ໄດ້ມີເຫດການໄຟໄໝ້ລາມປ່າຢູ່ເຂດພູຫຼັກ 9 ເຂດຄ້າຍທະຫານ, ຕໍ່ມາເວລາ ປະມານ 11: 30 ນາທີ ຂອງວັນທີ 15 ເມສາ 2024 ໄດ້ ມີໄຟໄໝ້ລາມປ່າຢູ່ເຂດບ້ານຫ້ວຍຂຸມ, ເມືອງໄຊ, ເຈົ້າໜ້າທີ່ພວກເຮົາໄດ້ ເອົາລົດມອດໄຟ ໄປເຝົ້າຄ່ອຍລະວັງ ຕະຫຼອດ 24 ຊົ່ວໂມງ ເພື່ອບໍ່ໃຫ້ແຜ່ລາມເປັນວົງກວ້າງ.

May be an image of 2 people
ນອກນັ້ນ ໄດ້ຮັບລາຍງານຈາກ ປກສ ເມືອງແບງ ເວລາ 13: 30 ນາທີ ຂອງວັນດຽວກັນ ໄດ້ມີປະຊາຊົນ ຢູ່ບ້ານ ໄລ່ ເມືອງ ແບງ, ແຂວງອຸດົມໄຊ ໄດ້ໄປຈູດໄຮ່ຂອງຕົນ ຫຼັງຈາກນັ້ນ ຈິ່ງເກີດໄຟໄໝ້ເຈົ້າຂອງເຮັດໃຫ້ເສຍຊີວິດຄາທີ່ຄື: ທ້າວອ້ວນ, ອາຍຸ 36 ປີ, ອາຊີບ ປະຊາຊົນ; ໃນເວລາຕໍ່ມາໄດ້ມີທ້າວ ໝັ້ນ ອາຍຸ 28 ປີ ອາຊີບ ປະຊາຊົນ ຢູ່ບ້ານ ຈັນໃໝ່, ເມືອງ ແບງ ໄດ້ໄປຈູດສວນຂອງຕົນເອງ ຫຼັງຈາກຈູດແລ້ວເຮັດໃຫ້ ໄຟໄໝ້ລາມ ເປັນວົງກວ້າງເຊິ່ງໄດ້ສ້າງຜົນເສຍຫາຍໃຫ້ປະຊາຊົນບ້ານໃກ້ຄຽງມີຄື: ໄຟໄດ້ໄໝ້ເລົ້າເຂົ້າ 1 ຫຼັງ, ປາງສະໜໍ່າ 1 ຫຼັງ, ໂຮງສີເຂົ້າ 1 ເຄື່ອງ, ຈັກຕັດຫຍ້າ 3 ເຄື່ອງ, ແນວພັນສາລີ 111 ກິໂລກຼາມ, ນໍ້າມັນແອັດຊັງ 24 ລິດ, ເຂົ້າສານ 20 ກິໂລກຼາມ, ເຂົ້າເປືອກ 36 ເປົາ, ລົດຈັກ 1 ຄັນ, ແປ້ນໄມ້ 5 ຄິວ, ເງິນກີບ 7.000.000 ກີບ ແລະ ເຄື່ອງໃຊ້ອຶ່ນໆອີກຈໍານວນໜຶ່ງ.

May be an image of fire and fireworks
ວັນທີ 16 ເມສາ 2024 ເວລາ ປະມານ 9: 00 ນາທີ ໄດ້ເກີດອັກຄີໄພ ໄຟໄໝ້ເຮືອນປະຊາຊົນ ຈໍານວນ 2 ຫຼັງ ຢູ່ບ້ານມົກຄະ, ເມືອງຮຸນ, ໄດ້ສົ່ງຜົນເສຍຫາຍຕໍ່ 2 ຄອບຄົວຄື: ເງິນສົດຈໍານວນ 25.000.000 ກີບ, ເງິນໝັນ 25 ໝັນ, ກະຊາ 5 ເຫຼັ້ມ ແລະ ເງິນບີີ້ 2 ບີ້, ສາຍຄໍຄໍາ 1 ບາດ, ລົດຈັກ 1 ຄັນ, ຕູ້ໃສ່ເຄື່ອງ 1 ໜ່ວຍ, ໂທລະສັບ 1 ໜ່ວຍ, ເວລາ ປະມານ 17 ໂມງ 32 ນາທີ ຂອງວັນດຽວກັນ ທ້າວ ຫາ ໄຊຍະລາດ ອາຍຸ 45 ປີ ແລະ ເມຍ ນາງ ເດືອນ ອາຍຸ 24 ປີ, ຢູ່ບ້ານ ກິວແຈບ, ເມືອງ ນາໝໍ້, ແຂວງ ອຸດົມໄຊ ໄດ້ໄປຈຸດສວນຂອງຕົນ ຫຼັງຈາກນັ້ນໄຟຈິ່ງໄດ້ໄໝ້ລາມໄປໃສ່ເຮືອນຂອງ ປະຊາຊົນເຂດໃກ້ຄຽງ ໄດ້ສົ່ງຜົນເສຍຫາຍມີເຮືອນ 1 ຫຼັງ, ເຄື່ອງໃຊ້ຢູ່ພາຍໃນເຮືອນໄໝ້ໝົດ.

May be an image of 1 person and grass
ຂ່າວ: ປກສ ແຂວງອຸດົມໄຊ.