ເດັກນ້ອຍຊົນນະບົດ ສາມາດເຂົ້າເຖິງການສຶກສາໃນເກນອາຍຸມາດຕະຖານ

110

ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ – ລັດ ໃນການສົ່ງເສີມການສຶກສາໄປສູ່ເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ໃຫ້ລູກຫຼານສາມາດເຂົ້າເຖິງການສຶກສາໃນໄວອັນຄວນ ເພື່ອລຶບລ້າງຄວາມບໍ່ຮູ້ໜັງສື ເຊິ່ງປັດຈຸບັນຫຼາຍແຂວງໄດ້ມີການກໍ່ສ້າງໂຮງຮຽນ ແລະ ນຳໃຊ້ຄູສອນແບບເຄື່ອນທີ່ໃນການສິດສອນເດັກນ້ອຍຢູ່ເຂດຫ່າງໄກສອກຫຼີກ, ເຮັດໃຫ້ອັດຕາການເຂົ້າເຖິງການສຶກສາຂອງເດັກນ້ອຍເພີ່ມຂຶ້ນ ແລະ ຢູ່ໃນເກນອາຍຸມາດຕະຖານ.

ທ່ານ ສິດ ປີຕິສັກ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກີລາ ແຂວງຜົ້ງສາລີ ໃຫ້ສຳພາດວ່າ: ພວກເຮົາໄດ້ປະຕິບັດຕາມແຜນການສຶກສາຂອງແຂວງ ເພື່ອລຶບລ້າງໄພກືກໜັງສື ແລະ ເຮັດໃຫ້ລູກຫຼານຂອງພໍ່ແມ່ປະຊາຊົນໄດ້ເຂົ້າເຖິງການສຶກສາຫຼາຍຂຶ້ນ, ໃນໄລຍະຜ່ານມາອຳນາດການປົກຄອງທ້ອງຖິ່ນ ພ້ອມທັງຂະແໜງການສຶກສາໄດ້ເອົາໃຈໃສ່ກໍ່ສ້າງໂຮງຮຽນປະຖົມຢູ່ເຂດຫ່າງໄກສອກຫຼີກ ເພື່ອພັດທະນາຊັບພະຍາກອນມະນຸດ. ພ້ອມນີ້, ກໍໄດ້ອົບຮົມໃຫ້ພໍ່ແມ່ປະຊາຊົນ ແລະ ເດັກນ້ອຍທັງຫຼາຍຮັບຮູ້ເຖິງຄວາມຈຳເປັນ ແລະ ຄວາມສຳຄັນຂອງວຽກງານການສຶກສາ ໂດຍສະເພາະການໄດ້ຮັບການສຶກສາຂອງເດັກໃນເກນອັດຕາທີ່ເໝາະສົມ ເຮັດໃຫ້ມີນັກຮຽນເຂົ້າຮຽນຫຼາຍຂຶ້ນ ແລະ ເຂົ້າຮຽນໃນຊັ້ນປະຖົມແມ່ນ 6 ຫາ 10 ປີ, ຊັ້ນມັດທະຍົມຕອນຕົ້ນ 11 ຫາ 14 ປີ ແລະ ມັດທະຍົມຕອນປາຍແມ່ນ 15 ຫາ 17 ປີ.

ທ່ານ ຄຳນວນ ສຸວັນນະສຸກ ຮອງຫົວໜ້າຂະແໜງສະຖິຕິແຜນການ ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງນໍ້າທາ ໃຫ້ສຳພາດວ່າ: ປັດຈຸບັນເກນອາຍຸການເຂົ້າເຖິງການສຶກສາຂອງເດັກນ້ອຍ ແລະ ນັກຮຽນໃນທົ່ວແຂວງຫຼວງນ້ຳທາ ແມ່ນຢູ່ໃນເກນອາຍຸພໍດີຕາມແຜນການຂອງແຂວງ ກໍຄືຂອງກະຊວງສຶກສາທິການ ແລະ ກີລາກຳນົດ. ປັດຈຸບັນທົ່ວແຂວງມີນັກຮຽນປະຖົມທັງໝົດ  22.709 ຄົນ ຍິງ 10.827 ຄົນ ແລະ ຢູ່ໃນເກນອາຍຸສະເລ່ຍລະຫວ່າງ 6 ຫາ 10 ປີ, ມັດທະຍົມຕອນຕົ້ນ 13.942 ຄົນ ຍິງ 6.397 ຄົນ ອາຍຸສະເລ່ຍ 11 ຫາ 14 ປີ ແລະ ຊັ້ນມັດທະຍົມຕອນປາຍ 7.022 ຄົນ ຍິງ 3.237 ຄົນ ສະເລ່ຍຢູ່ໃນເກນອາຍຸລະ ຫວ່າງ 15 ຫາ 17 ປີ.

ການທີ່ເຮັດໃຫ້ລູກຫຼານຂອງພໍ່ແມ່ປະຊາຊົນພາຍໃນແຂວງໄດ້ມີໂອກາດເຂົ້າເຖິງການສຶກສາໃນເກນອາຍຸດັ່ງກ່າວ ແມ່ນຍ້ອນການສົ່ງເສີມຂອງລັດຖະບານຕໍ່ການພັດທະນາຊັບພະຍາກອນມະນຸດ, ສົ່ງເສີມການຮຽນໃນເຂດຫ່າງໄກສອກຫຼີກ ແລະ ທຸກຄົນຕ້ອງຮຽນຈົບມັດທະຍົມຕອນຕົ້ນ. ນອກນັ້ນ, ພະແນກສຶກສາແຂວງພ້ອມພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ສົ່ງເສີມການສຶກສາສາມັນແບບທົ່ວເຖິງ ໂດຍຂະຫຍາຍໂຮງຮຽນໄປສູ່ເຂດພູດອຍຫ່າງໄກສອກຫຼີກ ແລະ ປະຊາຊົນກໍໄດ້ມີຄວາມເຂົ້າໃຈຫຼາຍຂຶ້ນຕໍ່ວຽກງານສຶກສາ ເຊິ່ງໄດ້ສົ່ງລູກຫຼານເຂົ້າຮຽນເກືອບໝົດທຸກຄົນ.

ທ່ານ ພູວີນ ສຸວັນນີ ຫົວໜ້າຂະແໜງສະຖິຕິແຜນການ ພະແນກສຶກສາທິການ ແລະ ກີລາ ແຂວງເຊກອງ ໃຫ້ສຳພາດວ່າ: ປັດຈຸບັນການເຂົ້າເຖິງການສຶກສາຂອງເດັກນ້ອຍ ແລະ ນັກຮຽນໃນທົ່ວແຂວງເຊກອງ ນັບມື້ເພີ່ມຂຶ້ນ, ເນື່ອງຈາກວ່າພະແນກສຶກສາ ໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ສ້າງເງື່ອນໄຂຄວາມສະດວກໃນການເຂົ້າເຖິງການສຶກສາຂອງລູກຫຼານພໍ່ແມ່ປະຊາຊົນ ເຊິ່ງສົກປີຜ່ານມາທົ່ວແຂວງມີຈຳນວນນັກຮຽນທີ່ກຽມເຂົ້າປະຖົມ ທັງໝົດ 1.725 ຄົນ ຍິງ 870 ຄົນ ອາຍຸລະຫວ່າງ 3 ຫາ 5 ປີ, ມີນັກຮຽນປະຖົມທັງໝົດ 17.879 ຄົນ ຍິງ 8.779 ຄົນ ເຊິ່ງຢູ່ໃນອາຍຸລະຫວ່າງ 6 ຫາ 10 ປີ ປະມານ 97%, ມີນັກຮຽນມັດທະຍົມຕອນຕົ້ນ 9.946 ຄົນ ຍິງ 4.809 ຄົນ ອາຍຸລະຫວ່າງ 11 ຫາ 14 ປີ ແລະ ມັດທະຍົມຕອນປາຍ 4.477 ຄົນ ຍິງ 2.125 ຄົນ ອາຍຸລະຫວ່າງ 15 ຫາ 17 ປີ.

ໂດຍລວມເຫັນວ່າພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນທັງຫຼາຍໄດ້ມີຄວາມເຂົ້າໃຈຕໍ່ຄວາມສຳຄັນຂອງການສຶກສາ ແລະ ສົ່ງລູກຫຼານເຂົ້າຮຽນໃນເກນອາຍຸມາດຕະຖານ. ເຖິງຢ່າງໃດກໍຕາມ, ຍັງມີບາງສ່ວນບາງຂົງເຂດທີ່ຢູ່ເຂດຫ່າງໄກສອກຫຼີກບໍ່ມີເງື່ອນໄຂ ຍ້ອນເສດຖະກິດຂອງຄອບຄົວຕະຫຼອດຮອດພື້ນຖານໂຄງລ່າງເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມບໍ່ສະດວກຈຶ່ງເຮັດໃຫ້ມີລູກຫຼານຂອງປະຊາຊົນຈຳນວນໜຶ່ງຍັງບໍ່ສາມາດເຂົ້າເຖິງການສຶກສາໄດ້ຢ່າງທົ່ວເຖິງ.

[ ຂ່າວ: ກາວຊົ່ງ ]