ການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ສຳເລັດແລ້ວ

81

ໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຊັນ ເມືອງໄຊພູທອງ ໄດ້ຮັບການກໍ່ສ້າງມາແຕ່ເດືອນເມສາປີ 2018 ເພື່ອສະໜອງນ້ຳເຂົ້າໃນການຜະລິດ ໃນເນື້ອທີ່ 22 ເຮັກຕາ ໂດຍມີມູນຄ່າການລົງທຶນ 3 ຕື້ກວ່າກີບ ມາຮອດປັດຈຸບັນສຳເລັດແລ້ວ 100%.

ຫວ່າງບໍ່ດົນມານີ້ ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຊັນ ເມືອງໄຊພູທອງ ແຂວງສະຫວັນເຂດ ນຳໂດຍ ທ່ານ ແສງສະຫວັນ ອະນຸສິນ ຮອງເຈົ້າເມືອງໄຊພູທອງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ທັງເປັນຄະນະກໍາມະການຄຸ້ມຄອງສົ່ງເສີມການລົງທຶນຂັ້ນເມືອງມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ອຳນາດການປົກຄອງບ້ານເຂົ້າຮ່ວມນຳ.

ໂຄງການກໍ່ສ້າງອ່າງເກັບນໍ້າຫ້ວຍຫີນຫ້ອມ ບ້ານຄໍາຊັນ ເຊິ່ງເປັນໂຄງການຊົນລະປະທານຂະໜາດ   ໃຫຍ່ທີ່ມີມູນຄ່າການລົງທຶນ 3,25 ຕື້ກີບ ໂດຍແມ່ນທຶນງົບປະມານຂອງລັດຜ່ານສະພາ ປະຈໍາປີ 2018 ໂດຍແມ່ນ ບໍລິສັດ ເອັສດີເອັນ ( SDN ) ເປັນຜູ້ຮັບເໝົາກໍ່ສ້າງໂຄງການຊົນລະປະທານຫ້ວຍຫີນຫ້ອມ ເຊິ່ງມາຮອດປັດຈຸບັນນີ້ສໍາເລັດ 100% ພາຍຫຼັງໄດ້ລົງມືມາແຕ່ວັນທີ 26 ເມສາ 2018 ເປັນຕົ້ນມາເຖິງປັດຈຸບັນ, ອ່າງເກັບນໍ້າຫ້ວຍຫີນຫ້ອມ ມີເນື້ອທີ່ທັງໝົດ 32 ເຮັກຕາ, ມີ ຄວາມຍາວ 450 ແມັດ, ກວ້າງ 35 ແມັດ, ສູງ 5 ແມັດ, ສັນຝາຍກວ້າງ 5 ແມັດ, ສູງຈາກໜ້າດິນ 5 ແມັດ ອ່າງເກັບນໍ້າຫ້ວຍຫີນຫ້ອມ ເຊິ່ງສາມາດຫົດເນື້ອທີ່ການຜະລິດໄດ້ 22 ເຮັກຕາ, ສ່ວນບັນດາໜ້າວຽກຫຼັກ ຄື: ຕົວຄັນຝາຍ, ວຽກທາງລະບາຍ, ທໍ່ເອົານໍ້າອອກຈາກອ່າງ 2 ຈຸດ. ພ້ອມນັ້ນ, ກໍໄດ້ກວດຄືນບັນດາໜ້າວຽກທີ່ໄດ້ສືບຕໍ່ ເຊັ່ນ: ເສີມຄັນຝາຍພ້ອມທັງຮັບປະກັນທາງເຕັກນິກ, ເສີມທາງລະບາຍນໍ້າ 50 ຊັງຕີແມັດ, ສ້າງຂົວຂ້າມທາງລະບາຍນໍ້າລົດສາມາດທຽວໄດ້, ເຮັດທາງເລາະຕີນຄັນຝາຍ, ສ້ອມແປງຄືນສັນຝາຍ.

ຜ່ານການກວດກາທາງຄະນະກໍາມະການຂັ້ນເມືອງ ແມ່ນເຫັນດີຕາມການກໍ່ສ້າງຂອງບໍລິສັດແມ່ນຖືກຕ້ອງຕາມການອອກແບບລວມທັງເຕັກນິກການກໍ່ສ້າງພາຍຫຼັງກວດກາການກໍ່ສ້າງສຳເລັດແລ້ວ ທ່ານຮອງເຈົ້າເມືອງໃຫ້ຄຳຄິດເຫັນ ວ່າ: ການຈັດຕັ້ງປະຕິບັດໂຄງການຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນຄວາມຄືບໜ້າຂອງໂຄງການ ແລະ ໃຫ້ແຕ່ລະພາກສ່ວນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດ, ອຳນາດການປົກຄອງບ້ານແມ່ນໝາກຫົວໃຈຫຼັກທີ່ນຳພາປະຊາຊົນຊົມໃຊ້ນ້ຳໃຫ້ເກີດປະໂຫຍດສູງສຸດ ແລະ ຮັກສາໃຫ້ນຳໃຊ້ນ້ຳໄດ້ຢ່າງຍາວນານ, ປະກອບສ່ວນເພີ່ມຜົນຜະລິດກະສິກຳໃຫ້ເພີ່ມຂຶ້ນ, ແກ້ໄຂການຂາດໂພຊະນາການ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ຫຼຸດລົງເທື່ອລະກ້າວ.

[ ຮູບ – ຂ່າວ: ພັນທະມິດ ວົງສຸທິ ]