Monthly Archives: May, 2019

ຊີວິດຂອງເຈົ້າຈະປ່ຽນໄປເມື່ອມີລູກມາຢູ່ຂ້າງໆ

ໃຜທີ່ກໍາລັງຄິດຢາກມີລູກນ້ອຍ, ກໍາລັງຈະມີພິຍານຮັກ ຫຼື ກໍາລັງເປັນແມ່ມານ ຫຼື ເປັນແມ່ລູກອ່ອນຢູ່ ລ້ວນແລ້ວແຕ່ມີຫຼາຍສິ່ງຫຼາຍຢ່າງທີ່ປ່ຽນໄປ ນອກຈາກຮ່າງກາຍແລ້ວຍັງມີສິ່ງຕ່າງໆເຫຼົ່ານີ້ ທີ່ທ່ານຈະຕ້ອງໄດ້ປ່ຽນໄປຕາມສະຖານະການ. 1 ເມື່ອທ່ານມີລູກ ທ່ານຈະກາຍເປັນນັກຮ້ອງໂດຍອັດຕະໂນມັດ ແລະ ຈະມີທ່າເຕັ້ນຕາມທ່າທາງຂອງລູກ ເພື່ອຢອກກັບລູກ ເປັນການເສີມສ້າງພັດທະນາການທີ່ດີສໍາລັບລູກ. 2 ສັດລ້ຽງຂອງເຈົ້າຈະກາຍເປັນຜູ້ຄຸ້ມກັນ ເປັນໝູ່ກັບລູກເຈົ້າທັນທີ: ເພາະໃນຈິດໃຕ້ສໍານຶກຂອງສັດລ້ຽງຂອງເຈົ້າມັນສໍາຜັດໄດ້ວ່າລູກນ້ອຍຂອງເຈົ້າເປັນສິ່ງທີ່ສໍາຄັນທີ່ສຸດຂອງເຈົ້າ. 3 ເຮົາຕ້ອງໄດ້ເຮັດຄວາມສະອາດໃຫ້ກັບຫ້ອງນັ່ງຫຼິ້ນຫຼາຍໆເທື່ອໃນມື້ໜຶ່ງ. 4 ເຈົ້າຈະຍິ້ມຕະຫຼອດເມື່ອເຫັນລູກຍິ້ມ ຫຼື ສະແດງທ່າທາງຕ່າງໆ ແລ້ວເຮັດໜ້າເສົ້າ ແລະ...

ພຽງ 2 ເດືອນ! ອອກໃບທະບຽນມີຕົວເລກປະຈຳຕົວຜູ້ເສຍອາກອນແລ້ວ 4 ພັນກວ່າຫົວໜ່ວຍ

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການຂຶ້ນທະບຽນວິສາຫະກິດສອດຄ່ອງຕາມຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງລະບຽບການ ແລະ ການປະສານງານ ໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ເລກທີ 0023/ອຄ. ກທຄວ ລົງວັນທີ 9 ມັງກອນ 2019.   ດັ່ງນັ້ນ, ກົມທະບຽນ...

ສານຕັດສິນແລ້ວຄະດີຂອງບໍລິສັດເອຊຽນເຟສ

ຜູ້ເສຍຫາຍຂອງບໍລິສັດເອຊຽນເຟສຄອງຄອຍຄຳຕອບຈາກພາກລັດມາ 2 ປີກວ່າພາຍຫຼັງທີ່ຜູ້ກໍ່ຕັ້ງບໍລິສັດດັ່ງກ່າວຖືກຈັບໂຕໃນຂໍ້ຫາຍັກຍອກຊັບສິນຂອງປະຊາຊົນ, ຫຼ້າສຸດອາທິດແລ້ວນີ້ສານຂັ້ນຕົ້ນນະຄອນຫຼວງວຽງຈັນໄດ້ຕັດສິນແລ້ວ ໄດ້ຂໍ້ສະຫຼຸບແນວໃດໄປຕິດຕາມເລີຍ...... ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຕັດສິນອະດີດປະທານ ບໍລິສັດ ເອຊຽນເຟດສ໌ ໃນສະຖານການສໍ້ໂກງຊັບຂອງພົນລະເມືອງ, ການຟອກເງິນ, ລະເມີດກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ ແລະ ລະເມີດກົດໝາຍວ່າດ້ວຍວິສາຫະກິດ ໃຫ້ຈຳຄຸກ 15 ປີ ພ້ອມປັບໃໝ 423.000 ໂດລາ ກັບ...

ທ້າຍອາທິດນີ້ ຈະມີຝົນຕົກຫຼາຍຂຶ້ນໃນແຕ່ລະພາກ

ອາກາດຮ້ອນມາຫຼາຍມື້ ຫຼາຍຄົນພາວະນາໃຫ້ຝົນຕົກພໍຊິໄດ້ເຢັນແດ່ ອາທິດນີ້ຄົງສົມໃຈ, ກົມອຸຕຸນິຍົມຄາດການວ່າ ທ້າຍອາທິດນີ້ທົ່ວທຸກພາກຈະມີຝົນຕົກຫຼາຍຂຶ້ນ ເນື່ອງຈາກຄວາມກົດຕ່ຳຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 27 ພຶດສະພາ ຫາ 2 ມິຖຸນາ 2019 ວ່າ: ໃນໄລຍະວັນທີ 27 ຫາ 31 ພຶດສະພານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ,...

ເຊີນເຂົ້າຮ່ວມ! ປະກວດອອກແບບເຄື່ອງໝາຍ ອົງການປະກັນສັງຄົມແຫ່ງຊາດ

ຖືເປັນຂ່າວດີ ສຳລັບນັກອອກແບບທັງຫຼາຍ ທີ່ຢາກສະແດງຄວາມສາມາດ ທັງເປັນການສະແດງສັກກາຍະພາບຂອງຕົນໃຫ້ມວນຊົນໄດ້ຮູ້ ແລະ ປະຈັກຕາໃນການອອກແບບທີ່ມີລວດລາຍສື່ເຖິງ ອົງການປະກັນສັງຄົມແຫ່ງຊາດໄດ້ຢ່າງລະອຽດຖີ່ຖ້ວນ ຜູ້ຊະນະເລີດໄດ້ຈະໄດ້ຮັບລາງວັນສູງສຸດ 5 ລ້ານກີບ.   ພາບປະກອບຂ່າວ ຫ້ອງກອງທຶນປະກັນສັງຄົມແຫ່ງຊາດ ຂໍເຊີນບັນດາທ່ານມີສ່ວນຮ່ວມໃນການປະກອບສ່ວນອອກແບບເຄື່ອງໝາຍ (LOGO) ຂອງອົງການປະກັນສັງຄົມແຫ່ງຊາດ ເນື່ອງຈາກວ່າທາງຫ້ອງການກອງທຶນປະກັນສັງຄົມ ໄດ້ມີການປ່ຽນຊື່ໃໝ່ມາເປັນ “ອົງການປະກັນສັງຄົມແຫ່ງຊາດ (ອປຊ) ຫຼື ພາສາອັງກິດ National Social Security Organization (NSSO)...

ຮ່ວມເຊຍ ທີມຊາດລາວພົບສີລັງກາ ໃນນັດມິດຕະພາບ

ໄລຍະນີ້ຖືເປັນລະດູການຂອງການແຂ່ງຂັນບານເຕະ ຫຼາຍລຸ້ນ ແລະຫຼາຍຄູ່ຮ່ວມກັນໃນນັ້ນຈະມີທັງການແຂ່ງຂັນຊີງແຊັມ ແລະເຕະແບບມິດຕະພາບລະຫວ່າງຊາດ. ແລະ ແຟນບານບໍ່ຄວນພາດ ກັບ 1 ນັດການແຂ່ງຂັນບານເຕະ ມິດຕະພາບ (International Friendly A Match) ທີ່ທີມຊາດລາວ ພົບ ສີລັງກາ ຕາມການຖະແຫລງຂ່າວກ່ອນເກມ ຂອງ ສະຫະພັນບານເຕະແຫ່ງຊາດລາວ ແຈ້ງບອກ ການແຂ່ງຂັນນັດນີ້ມີຂຶ້ນ ໃນມື້ອື່ນວັນ 28 ພຶດສະພາ...

ຫວຽດນາມ ຂ້າໝູ ອີກ 5 ແສນໂຕ ຄວບຄຸມການລະບາດຂອງອະຫິວາໝູ

ທາງການຫວຽດນາມຂ້າໝູໃນປະເທດອີກຫຼາຍກວ່າ 5 ແສນໂຕ ເພິ່ມຈໍານວນການຂ້າໝູ ຫຼາຍກວ່າ 17 ລ້ານໂຕແລ້ວ ຕັ້ງແຕ່ຕົ້ນປີນີ້ ເພື່ອພະຍາຍາມຄວບຄຸມການແຜ່ລະບາດຂອງອະຫິວາໝູອາຟຣິກັນ. ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນຈັນ ທີ 27 ພຶດສະພາ ວ່າ ກະຊວງກະສິກໍາຂອງຫວຽດນາມ ອອກຖະແຫຼງການ ເມື່ອວັນຈັນ ກ່ຽວກັບການຂ້າໝູໃນປະເທດອີກຫຼາຍກວ່າ 5 ແສນໂຕ ພາຍໃນໄລຍະປະມານ 2 ອາທິດ...

ຮ່ວມສົ່ງຜົນງານຊີງລາງວັນ ຊີໄຣ 2019 ເນັ້ນບົດກະວີ

ໂອກາດດີໆມາອີກແລ້ວ ສໍາລັບນັກປະພັນ ນັກກະວີທັງຫຼາຍ ສາມາດສົ່ງບົດຂອງຕົນເຂົ້າຮ່ວມການປະກວດ ເພື່ອຊີງລາງວັນ ຊີໄຣ ປະຈໍາປີ 2019. ສະມາຄົມນັກປະພັນລາວ ແຈ້ງ ເຊີນຊວນບັນດານັກກະວີລາວ ສົ່ງຜົນງານການຂີດຂຽນຂອງຕົນ ໃນປະເພດ “ບົດກະວີ” ເຂົ້າຮ່ວມກວດສອບ ຊີງລາງວັນ ວັນນະກໍາສ້າງສັນສຸດຍອດແຫ່ງອາຊຽນ ຫຼື ຊີໄຣ (The S.E.A Write Awards) ປະຈໍາປີ 2019 ຕາມເງື່ອນໄຂນີ້:...

ຮັບຮອງ 3 ຫຼັກສູດຕໍ່ເນື່ອງປະລິນຍາຕີ ທີ່ສະຖາບັນຣັຕນະບໍລິຫານທຸລະກິດ

ຫຼາຍປີມານີ້ນັກສຶກສາລາວແມ່ນອົດໄດ້ຮຽນຊັ້ນປະລິນຍາຕີໃນວິທະຍາໄລແຫ່ງຕ່າງໆທົ່ວປະເທດ ພາຍຫຼັງມີການປະຕິຮູບໃໝ່ປັບໃຫ້ມີປະລິນຍາຕີສະເພາະແຕ່ ມະຫາວິທະຍາໄລຂອງລັດເທົ່ານັ້ນ ເຮັດໃຫ້ຜູ້ທີ່ເສັງບໍ່ຕິດຕ້ອງຮຽນຮອດແຕ່ຊັ້ນສູງ ຖ້າຢາກຕໍ່ຈິ່ງໄປເຊື່ອມເອົາອີກຮອບໃໝ່ໃນມະຫາວິທະຍາໄລທີ່ມີວິຊານັ້ນໆ ແຕ່ຫຼ້າສຸດລັດໄດ້ພິຈາລະນາໃຫ້ສະຖາບັນຣັຕຕະນະບໍລິຫານທຸລະກິດ ມີຫຼັກສູດຕໍ່ເນື່ອງປະລິນຍາຕີແລ້ວປີນີ້.   ໂດຍປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 67/ນຍ ລົງວັນທີ 03 ກຸມພາ 2017; ໜັງສືສະເໜີຂອງສະຖາບັນຣັຕນະ ບໍລິຫານທຸລະກິດ ສະບັບເລກທີ 0214/ຮລບພ.2019 ລົງວັນທີ 02 ພຶດສະພາ 2019 ແລະ ອິງຕາມການຄົ້ນຄວ້າ ແລະ...

ຫົວພັນ ກຳລັງເລັ່ງປາບຕັກແຕນຝູງໄມ້ປ່ອງລະບາດ

ແຂວງຫົວພັນ ກຳລັງປະເຊີນກັບຕັກແຕນຝູງໄມ້ປ່ອງລະບາດໜັກສຸດແມ່ນຢູ່ 4 ເມືອງ ກວມເອົາເນື້ອທີ່ 20 ກວ່າເຮັກຕາແລ້ວ; ຂະນະທີ່ພະແນກການທີ່ກ່ຽວຂ້ອງໄດ້ລົງປາບ ຮອດປັດຈຸບັນສີດຢາພົ່ນແລ້ວ 11 ບ້ານ. ວັນທີ 23 ພຶດສະພານີ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ ເຊິ່ງນໍາໂດຍ ທ່ານ ສໍສະຫວັນ ບານຄໍາມີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້...
- Advertisment -
Slide
Slide

Most Read

error: Content is protected !!