ເຊີນເຂົ້າຮ່ວມ! ປະກວດອອກແບບເຄື່ອງໝາຍ ອົງການປະກັນສັງຄົມແຫ່ງຊາດ

78

ຖືເປັນຂ່າວດີ ສຳລັບນັກອອກແບບທັງຫຼາຍ ທີ່ຢາກສະແດງຄວາມສາມາດ ທັງເປັນການສະແດງສັກກາຍະພາບຂອງຕົນໃຫ້ມວນຊົນໄດ້ຮູ້ ແລະ ປະຈັກຕາໃນການອອກແບບທີ່ມີລວດລາຍສື່ເຖິງ ອົງການປະກັນສັງຄົມແຫ່ງຊາດໄດ້ຢ່າງລະອຽດຖີ່ຖ້ວນ ຜູ້ຊະນະເລີດໄດ້ຈະໄດ້ຮັບລາງວັນສູງສຸດ 5 ລ້ານກີບ.

 

ພາບປະກອບຂ່າວ

ຫ້ອງກອງທຶນປະກັນສັງຄົມແຫ່ງຊາດ ຂໍເຊີນບັນດາທ່ານມີສ່ວນຮ່ວມໃນການປະກອບສ່ວນອອກແບບເຄື່ອງໝາຍ (LOGO) ຂອງອົງການປະກັນສັງຄົມແຫ່ງຊາດ ເນື່ອງຈາກວ່າທາງຫ້ອງການກອງທຶນປະກັນສັງຄົມ ໄດ້ມີການປ່ຽນຊື່ໃໝ່ມາເປັນ “ອົງການປະກັນສັງຄົມແຫ່ງຊາດ (ອປຊ) ຫຼື ພາສາອັງກິດ National Social Security Organization (NSSO) ຕາມກົດໝາຍວ່າດ້ວຍການປະກັນສັງຄົມ (ສະບັບປັບປຸງ) ເຊິ່ງການອອກແບບເຄື່ອງໝາຍດັ່ງກ່າວ ຕ້ອງສື່ໃຫ້ເຫັນຕາມລັກສະນະດັ່ງນີ້:

 

ພາບປະກອບຂ່າວ

  1. ສື່ໃຫ້ເຫັນເຖິງລັກສະນະຄວາມໝັ້ນຄົງຂອງກອງທຶນ ທີ່ເຮັດໜ້າທີ່ຄຸ້ມຄອງສະຫວັດດີການສັງຄົມໃຫ້ແກ່ ພະນັກງານ-ລັດຖະກອນ, ຜູ້ອອກແຮງງານ ແລະ ຜູ້ສະໝັກໃຈ.
  2. ສື່ໃຫ້ເຫັນລັກສະນະຂອງການມີສ່ວນຮ່ວມຂອງ 3 ຝ່າຍ: ລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ.
    ສ່ວນລາງວັນມີ 2 ປະເພດຄື: ລາງວັນຊະນະເລີດ ມີ 1 ລາງວັນ ໄດ້ຮັບເງິນ ຈຳນວນ 5 ລ້ານກີບ; ລາງວັນຊົມເຊີຍມີ 5 ລາງວັນ, ລາງວັນລະ 5 ແສນກີບ.

 

ພາບປະກອບຂ່າວ

 

ສຳລັບທ່ານໃດສົນໃຈ ສາມາດສົ່ງຜົນງານເຂົ້າມາໄດ້ນັບແຕ່ມື້ນີ້ຈົນເຖິງວັນທີ 21 ມິຖຸນາ 2019 ທີ່ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ, ຕັ້ງຢູ່ບ້ານທົ່ງສ້າງນາງ, ເມືອງ ຈັນທະບູລີ,ນະຄອນຫຼວງວຽງຈັນ ໂທ: 021 241 280-81