ພຽງ 2 ເດືອນ! ອອກໃບທະບຽນມີຕົວເລກປະຈຳຕົວຜູ້ເສຍອາກອນແລ້ວ 4 ພັນກວ່າຫົວໜ່ວຍ

139

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການຂຶ້ນທະບຽນວິສາຫະກິດສອດຄ່ອງຕາມຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງລະບຽບການ ແລະ ການປະສານງານ ໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ເລກທີ 0023/ອຄ. ກທຄວ ລົງວັນທີ 9 ມັງກອນ 2019.

 

ດັ່ງນັ້ນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ກົມ ທຄວ), ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ສະຫຼຸບການຂຶ້ນທະບຽນວິສາຫະກິດທີ່ມີຕົວເລກປະຈຳຕົວຜູເສຍອາກອນພ້ອມກັບການອອກໃບທະບຽນວິສາຫະກິດ ພຽງ 2 ເດືອນ ສາມາດຂຶ້ນໄດ້ 4 ພັນກວ່າຫົວໜ່ວຍ.

 

 

ອີງຕາມບົດສະຫຼຸບຂອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ການຂຶ້ນທະບຽນວິສາຫະກິດທີ່ມີຕົວເລກປະຈຳຕົວຜູ້ເສຍອາກອນ ພ້ອມກັບການອອກໃບທະບຽນວິສາຫະກິດຕັ້ງແຕ່ວັນທີ 01 ກຸມພາ ຫາ 25 ເມສາ 2019, ມີບັນດາຫົວໜ່ວຍທຸລະກິດໄດ້ຂຶ້ນທະບຽນວິສາຫະກິດ ມີຕົວເລກປະຈຳຕົວຜູ້ເສຍອາກອນພ້ອມກັບການອອກໃບທະບຽນວິສາຫະກິດ ຢູ່ບັນດາຈຸດທີ່ໄດ້ຕິດຕັ້ງໂປຣແກຣມທະບຽນວິສາຫະກິດລວມສູນເຊື່ອມຕໍ່ກັບສ່ວຍສາອາກອນ ໃນຈຳນວນທັງໝົດ 110 ຈຸດ ມີ 4.284 ຫົວໜ່ວຍ.

 

 

ໃນນີ້, ຂຶ້ນທະບຽນວິສາຫະກິດຢູ່ກົມ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ຈຳນວນ 768 ຫົວໜ່ວຍ, ຢູ່ 18 ພະແນກອຸດສາຫະກຳ ແລະ ການຄ້າແຂວງ/ນະຄອນຫຼວງວຽງຈັນ ຈຳນວນ 1.418 ຫົວໜ່ວຍ ແລະ ຢູ່ 91 ຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງຈຳນວນ 2.098 ຫົວໜ່ວຍ, ຄາດການວ່າໃນອະນາຄົດ ຈະມີການຕິດຕັ້ງລະບົບດັ່ງກ່າວຢູ່ທຸກເມືອງທົ່ວປະເທດ.