ຫວຽດນາມ ຂ້າໝູ ອີກ 5 ແສນໂຕ ຄວບຄຸມການລະບາດຂອງອະຫິວາໝູ

70

ທາງການຫວຽດນາມຂ້າໝູໃນປະເທດອີກຫຼາຍກວ່າ 5 ແສນໂຕ ເພິ່ມຈໍານວນການຂ້າໝູ ຫຼາຍກວ່າ 17 ລ້ານໂຕແລ້ວ ຕັ້ງແຕ່ຕົ້ນປີນີ້ ເພື່ອພະຍາຍາມຄວບຄຸມການແຜ່ລະບາດຂອງອະຫິວາໝູອາຟຣິກັນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນຈັນ ທີ 27 ພຶດສະພາ ວ່າ ກະຊວງກະສິກໍາຂອງຫວຽດນາມ ອອກຖະແຫຼງການ ເມື່ອວັນຈັນ ກ່ຽວກັບການຂ້າໝູໃນປະເທດອີກຫຼາຍກວ່າ 5 ແສນໂຕ ພາຍໃນໄລຍະປະມານ 2 ອາທິດ ທີ່ຜ່ານມາ ເພິ່ມຈໍານວນໝູທີ່ຈໍາເປັນຕ້ອງຂ້າ ນັບຕັ້ງແຕ່ກວດພົບການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກັນ (ASF:  African swine fever) ໃນປະເທດໄປແລ້ວ ຫຼາຍກວ່າ 17 ລ້ານໂຕ ຄິດເປັນ 5% ຂອງຈໍາໝູທົ່ວປະເທດ ລວມເຖິງໃນແຂວງດົ່ງນາຍ ທີ່ຢູ່ທາງພາກຕາເວັນອອກສຽງໃຕ້ ແລະ ເປັນແຫຼ່ງເພາະລ້ຽງສົ່ງອອກໝູລາຍໃຫຍ່ທີ່ສຸດຂອງຫວຽດນາມ ຄິດເປັນສັດສ່ວນສະເລ່ຍ 40% ຂອງຊີ້ນໝູທີ່ຫວຽດນາມສົ່ງອອກໄປຕ່າງປະເທດ ໃນແຕ່ລະປີ.

ເຖິງວ່າ ຍັງບໍ່ມີຫຼັກຖານຢືນຢັນຊັດເຈນວ່າ ພະຍາດອະຫິວາໝູອາຟຣິກັນ ສາມາດແຜ່ລະບາດຈາກໝູມາສູ່ຄົນ ຫຼື ລະຫວ່າງຄົນ ກັບ ຄົນ ແຕ່ພາກລັດມີຄວາມກັງວົນທີ່ຊາວວຽດນາມສ່ວນໃຫຍ່ທີ່ນິຍົມບໍລິໂພກຊີ້ນໝູທີ່ເພາະລ້ຽງ ແລະ ຜະລິດເອງໃນປະເທດຫຼາຍກວ່າຊີ້ນໝູທີ່ນໍາເຂົ້າຈາກເອີຣົບ, ອາເມຣິກາ ແລະ ອົສຕຣາລີ ຂະນະທີ່ ສະຖານະການແຜ່ລະບາດຂະຫຍາຍອອກເປັນວົງກວ້າງຢ່າງໜ້ອຍ ໃນ 42 ແຂວງ ຈາກ 58 ແຂວງ ດ້ານອົງການອາຫານ ແລະ ກະສິກໍາແຫ່ງສະຫະປະຊາຊາດ (FAO: Food and Agriculture Organization) ເຄີຍສົ່ງເອກະສານເຖິງລັດຖະບານຫວຽດນາມ ເມື່ອເດືອນມີນາ ທີ່ຜ່ານມາ “ແນະນໍາ” ໃຫ້ປະກາດສະຖານະການສຸກເສີນການແຜ່ລະບາດຂອງພະຍາດອະຫິວາໝູ ແຕ່ຍັງບໍ່ຊັດເຈນວ່າ ມີການຕອບສະໜອງຫຼາຍ ຫຼື ໜ້ອຍເທົ່າໃດ ສ່ວນປະເທດສິງກະໂປ ປະກາດລະງັບການນໍາເຂົ້າຊິ້ນໝູຈາກຫວຽດນາມໄວ້ກ່ອນແລ້ວ.