ຮັບຮອງ 3 ຫຼັກສູດຕໍ່ເນື່ອງປະລິນຍາຕີ ທີ່ສະຖາບັນຣັຕນະບໍລິຫານທຸລະກິດ

118

ຫຼາຍປີມານີ້ນັກສຶກສາລາວແມ່ນອົດໄດ້ຮຽນຊັ້ນປະລິນຍາຕີໃນວິທະຍາໄລແຫ່ງຕ່າງໆທົ່ວປະເທດ ພາຍຫຼັງມີການປະຕິຮູບໃໝ່ປັບໃຫ້ມີປະລິນຍາຕີສະເພາະແຕ່ ມະຫາວິທະຍາໄລຂອງລັດເທົ່ານັ້ນ ເຮັດໃຫ້ຜູ້ທີ່ເສັງບໍ່ຕິດຕ້ອງຮຽນຮອດແຕ່ຊັ້ນສູງ ຖ້າຢາກຕໍ່ຈິ່ງໄປເຊື່ອມເອົາອີກຮອບໃໝ່ໃນມະຫາວິທະຍາໄລທີ່ມີວິຊານັ້ນໆ ແຕ່ຫຼ້າສຸດລັດໄດ້ພິຈາລະນາໃຫ້ສະຖາບັນຣັຕຕະນະບໍລິຫານທຸລະກິດ ມີຫຼັກສູດຕໍ່ເນື່ອງປະລິນຍາຕີແລ້ວປີນີ້.

 

ໂດຍປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 67/ນຍ ລົງວັນທີ 03 ກຸມພາ 2017; ໜັງສືສະເໜີຂອງສະຖາບັນຣັຕນະ ບໍລິຫານທຸລະກິດ ສະບັບເລກທີ 0214/ຮລບພ.2019 ລົງວັນທີ 02 ພຶດສະພາ 2019 ແລະ ອິງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ອອກຂໍ້ຕົກລົງ ສະບັບເລກທີ 1821/ສສກ ລັງວັນທີ 15 ພຶດສະພາ 2019 ວ່າດ້ວຍການຮັບຮອງ ແລະ ອະນຸມັດນໍາໃຊ້ຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີ 03 ສາຂາຢູ່ສະຖາບັນຣັຕນະບໍລິຫານທຸລະກິດ

 

 

ເຊິ່ງໃນຂໍ້ຕົກລົງໄດ້ລະບຸໄວ້ວ່າ: ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຕົກລົງຮັບຮອງ ແລະ ອະນຸມັດນຳໃຊ້ຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີ 03 ສາຂາຄື: ສາຂາວິຊາບໍລິຫານທຸລະກິດທົ່ວໄປ, ສາຂາວິຊາ ການເງິນ-ການທະນາຄານ ແລະ ສາຂາວິຊາ ພາສາອັງກິດທຸລະກິດ ຢູ່ສະຖາບັນຣັຕນະບໍລິຫານທຸລະກິດ.

 

 

ມອບໃຫ້ຜູ້ອຳນວຍການສະຖາບັນຣັຕນະບໍລິຫານທຸລະກິດ ເປັນຜູ້ຊີ້ນຳການຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ທຸກເງື່ອນໄຂທີ່ກຳນົດໄວ້ໃນຫຼັກສູດ; ອະນຸມັດໃຫ້ນັກສຶກສາຊຸດໜຶ່ງ ຈຳນວນ 100 ຄົນ/ຫຼັກສູດ/ຊຸດຮຽນ.

ມອບໃຫ້ຫ້ອງການກະຊວງສຶກສາທິການ ແລະ ກິລາ, ກົມການສຶກສາຊັ້ນສູງ, ສະຖາບັນຣັຕນະ ບໍລິຫານທຸລະກິດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ ພາຍຫຼັງສຳເລັດ 01 ຊຸດຮຽນ (01 ຮຸ່ນ) ໃຫ້ປະເມີນຜົນການຮຽນ-ການສອນແລ້ວ ລາຍງານໃຫ້ກະຊວງສຶກສາທິການ ແລະ ກິລາ ຮັບຊາບ ເພື່ອພິຈາລະນາອະນຸມັດເປີດການຮຽນ-ການສອນຊຸດຕໍ່ໄປ.