ທ້າຍອາທິດນີ້ ຈະມີຝົນຕົກຫຼາຍຂຶ້ນໃນແຕ່ລະພາກ

54

ອາກາດຮ້ອນມາຫຼາຍມື້ ຫຼາຍຄົນພາວະນາໃຫ້ຝົນຕົກພໍຊິໄດ້ເຢັນແດ່ ອາທິດນີ້ຄົງສົມໃຈ, ກົມອຸຕຸນິຍົມຄາດການວ່າ ທ້າຍອາທິດນີ້ທົ່ວທຸກພາກຈະມີຝົນຕົກຫຼາຍຂຶ້ນ ເນື່ອງຈາກຄວາມກົດຕ່ຳຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນ.

ในภาพอาจจะมี รถยนต์ และสถานที่กลางแจ้ง

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 27 ພຶດສະພາ ຫາ 2 ມິຖຸນາ 2019 ວ່າ: ໃນໄລຍະວັນທີ 27 ຫາ 31 ພຶດສະພານີ້ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຍັງຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.

ในภาพอาจจะมี สถานที่กลางแจ้ง

ຈາກນັ້ນ, ໃນວັນທີ 1 ຫາ 2 ມິຖຸນາ 2019 ຄວາມກົດຕ່ຳຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງໃນຕອນບ່າຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ.