ຊີວິດຂອງເຈົ້າຈະປ່ຽນໄປເມື່ອມີລູກມາຢູ່ຂ້າງໆ

42

ໃຜທີ່ກໍາລັງຄິດຢາກມີລູກນ້ອຍ, ກໍາລັງຈະມີພິຍານຮັກ ຫຼື ກໍາລັງເປັນແມ່ມານ ຫຼື ເປັນແມ່ລູກອ່ອນຢູ່ ລ້ວນແລ້ວແຕ່ມີຫຼາຍສິ່ງຫຼາຍຢ່າງທີ່ປ່ຽນໄປ ນອກຈາກຮ່າງກາຍແລ້ວຍັງມີສິ່ງຕ່າງໆເຫຼົ່ານີ້ ທີ່ທ່ານຈະຕ້ອງໄດ້ປ່ຽນໄປຕາມສະຖານະການ.

1 ເມື່ອທ່ານມີລູກ ທ່ານຈະກາຍເປັນນັກຮ້ອງໂດຍອັດຕະໂນມັດ ແລະ ຈະມີທ່າເຕັ້ນຕາມທ່າທາງຂອງລູກ ເພື່ອຢອກກັບລູກ ເປັນການເສີມສ້າງພັດທະນາການທີ່ດີສໍາລັບລູກ.

2 ສັດລ້ຽງຂອງເຈົ້າຈະກາຍເປັນຜູ້ຄຸ້ມກັນ ເປັນໝູ່ກັບລູກເຈົ້າທັນທີ: ເພາະໃນຈິດໃຕ້ສໍານຶກຂອງສັດລ້ຽງຂອງເຈົ້າມັນສໍາຜັດໄດ້ວ່າລູກນ້ອຍຂອງເຈົ້າເປັນສິ່ງທີ່ສໍາຄັນທີ່ສຸດຂອງເຈົ້າ.

3 ເຮົາຕ້ອງໄດ້ເຮັດຄວາມສະອາດໃຫ້ກັບຫ້ອງນັ່ງຫຼິ້ນຫຼາຍໆເທື່ອໃນມື້ໜຶ່ງ.
4 ເຈົ້າຈະຍິ້ມຕະຫຼອດເມື່ອເຫັນລູກຍິ້ມ ຫຼື ສະແດງທ່າທາງຕ່າງໆ ແລ້ວເຮັດໜ້າເສົ້າ ແລະ ຮູ້ສຶກເສົ້າ ເມື່ອລູກເຮັດໜ້າກັງວົນ ຫຼື ຕອນລູກບໍ່ສະບາຍ.

5 ການໃຫ້ນົມລູກສໍາລັບແມ່ບາງຄົນແມ່ນຍາກຫຼາຍ: ເພາະແມ່ບາງຄົນ ນໍ້ານົມມາໜ້ອຍ ໄຫຼບໍດີ ແຕ່ເຈົ້າຈະລອງທຸກວິທີ ທຸກຄໍາແນະນໍາເພື່ອຈະໄດ້້ນົມມາໃຫ້ລູກ.
6 ເຈົ້າຈະເຂົ້າໃຈ ແລະ ຮູ້ສຶກເຫັນໃຈພໍ່ແມ່ທີ່ລູກຮ້ອງໄຫ້ ໃນສະຖານທີ່ສາທາລະນະ.

7 ຄວາມສໍາພັນ ເຈົ້າກັບແມ່ດີຂຶ້ນ ຮູ້ສຶກເຫັນໃຈ ເຂົ້າໃຈແມ່ ຮັກແມ່ຫຼາຍກວ່າເກົ່າແນ່ນອນ.
8 ທ່ານຈະມີກິດຈະກໍາໃໝ່ໆໃຫ້ເຮັດຕະຫຼອດເວລາຢູ່ກັບລູກ ລືມເລື່ອງຄວາມງາມອື່ນໆທີ່ເຄີຍເຮັດໄປເລີຍເຊັ່ນ: ເຮັດຜົມ, ເຮັດເລັບ ແລະ ສະປາໜ້າ…

9 ທ່ານຈະໄດ້ຮຽນຮູ້ເມນູອາຫານໃໝ່ໆທີ່ດິີຕໍ່ສຸຂະພາບຂອງທ່ານ ແລະ ລູກ.
10 ທ່ານຈະຮູ້ສຶກວ່າເວລາລູກເຮັດຫຍັງກໍໜ້າຮັກໄປໝົດ.
11 ໄດ້ມີສະມາຄົມແມ່ລູກອ່ອນ ຫຼື ໄດ້ໝູ່ໃໝ່ທີ່ເປັນແມ່ຄືກັນ ລົມເລື່ອງລູກ.

ແລະ ຂໍ້ທີ 12 ເຈົ້າຢ່າປ່ອຍໃຫ້ໂຕເອງເປັນແມ່ທີ່ໜ້າເບື່ອເດັດຂາດ ເຈົ້າຈະປ່ຽນແປງຕົນເອງໃຫ້ໄປໃນທາງທີ່ດີຂຶ້ນ ເພື່ອໃຫ້ລູກມີຄວາມສຸກ.
ນີ້ອາດເປັນພຽງການປ່ຽນແປງຫຼັກໆ ທີ່ແອັດນຳມາຝາກທ່ານໄດ້ກຽມຮັບມື ແຕ່ເຊື່ອແນ່ວ່າຍັງມີອີກຫຼາຍໆທີ່ທ່ານຕ້ອງໄດ້ຮຽນຮູ້ ແລະ ຕ້ອງໄດ້ກຽມພ້ອມຮັບມືຢູ່ຕະຫຼອດ ແລ້ວແອັດມິນຈະນໍາບົດຄວາມດີໆແບບນີ້ມາເລົ່າໃຫ້ຟັງອີກເດີ້!!!