ຫົວພັນ ກຳລັງເລັ່ງປາບຕັກແຕນຝູງໄມ້ປ່ອງລະບາດ

85

ແຂວງຫົວພັນ ກຳລັງປະເຊີນກັບຕັກແຕນຝູງໄມ້ປ່ອງລະບາດໜັກສຸດແມ່ນຢູ່ 4 ເມືອງ ກວມເອົາເນື້ອທີ່ 20 ກວ່າເຮັກຕາແລ້ວ; ຂະນະທີ່ພະແນກການທີ່ກ່ຽວຂ້ອງໄດ້ລົງປາບ ຮອດປັດຈຸບັນສີດຢາພົ່ນແລ້ວ 11 ບ້ານ.

ວັນທີ 23 ພຶດສະພານີ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ ເຊິ່ງນໍາໂດຍ ທ່ານ ສໍສະຫວັນ ບານຄໍາມີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງແຂວງ ໄດ້ລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ບ້ານທີ່ໄດ້ຮັບຜົນກະທົບຈາກການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ທີ່ບ້ານສົບວັ້ນ ເມືອງຊຽງຄໍ້ ແຂວງຫົວພັນ.

ການລະບາດຂອງຕັກແຕນຝູງໄມ້ປ່ອງຢູ່ແຂວງຫົວພັນ, ທໍາອິດແມ່ນເລີ່ມລະບາດຢູ່ເຂດພູປອນ ເມືອງຊ່ອນ ໃນປີ 2014 ເປັນຕົ້ນມາ, ມາເຖິງປັດຈຸບັນແມ່ນໄດ້ແຜ່ລະບາດໃນ10 ເມືອງທົ່ວແຂວງ. ສໍາລັບປີ 2019 ນີ້ ຕັກແຕນໄດ້ເລີ່ມລະບາດນັບແຕ່ກາງເດືອນເມສາເປັນຕົ້ນມາ, ເມືອງທີ່ລະບາດໜັກກວ່າໝູ່ແມ່ນມີ 4 ເມືອງ ຄື: ເມືອງວຽງໄຊ ມີຈໍານວນ 19 ບ້ານ 20 ຈຸດ ມີເນື້ອທີ່ການລະບາດ 2 ເຮັກຕາ, ເມືອງຊໍາເໜືອ ມີ 7 ບ້ານ ມີ 20 ຈຸດ ເນື້ອທີ່ລະບາດ 3 ເຮັກຕາ, ເມືອງສົບເບົາ ມີ 9 ບ້ານ 19 ຈຸດ ເນື້ອທີ່ລະບາດ 8 ເຮັກຕາ ແລະ ເມືອງຊຽງຄໍ້ ມີການລະບາດຢູ່ 7 ບ້ານ ມີ 22 ຈຸດ ເນື້ອທີ່ການລະບາດ 8 ເຮັກຕາ. ໃນນັ້ນ, ລະບາດໜັກກວ່າໝູ່ແມ່ນບ້ານສົບວັ້ນ ເຊິ່ງມີເນື້ອທີ່ການລະບາດ 4 ເຮັກຕາ, ໃນເບື້ອງຕົ້ນນີ້ທາງພາກສ່ວນທີ່ກ່ຽວຂ້ອງກໍຄືພະແນກກະສິກໍາ ແລະ ປ່າໄມ້ແຂວງໄດ້ປະສານສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລົງຊຸກຍູ້, ຕິດຕາມ ແລະ ແນະນໍາວິທີການກໍາຈັດ, ວິທີການປະສົມຢາ, ການປ້ອງກັນຕົວເອງໃນເວລາສີດຢາຂ້າຕັກແຕນ, ວິທີການໃຊ້ເຄື່ອງຈັກ ພ້ອມທັງສະໜອງຢາສີດຂ້າຕັກແຕນໃຫ້ບ້ານດັ່ງກ່າວແລ້ວ.

ພ້ອມທັງສີດຢາຂ້າຕັກແຕນໄດ້ຈໍານວນໜຶ່ງ, ສ່ວນແຕ່ລະເມືອງທາງພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ສະໜອງຢາ ແລະ ເຄື່ອງຈັກໃຫ້ແຕ່ລະເມືອງ ທີ່ມີການລະບາດຂອງຕັກແຕນຝູງໄມ້ປ່ອງ ເພື່ອຄວບຄຸມ ແລະ ກໍາຈັດການລະບາດຂອງຕັກແຕນຝູງໄມ້ປ່ອງ ເພື່ອບໍ່ໃຫ້ລະບາດໄປໃນເນື້ອທີ່ກວ້າງ ແລະ ບໍ່ໃຫ້ເຂົ້າທໍາລາຍຜົນລະປູກຂອງປະຊາຊົນ.

ພື້ນທີ່ທີ່ມີການລະບາດ ສ່ວນຫຼາຍຈະເປັນເຂດທີ່ເປັນຫ້ວຍເລິກ, ພູສູງຊັນ, ບໍ່ມີທາງລົດເຂົ້າເຖິງ. ສະນັ້ນ, ຈຶ່ງເຮັດໃຫ້ການກໍາຈັດ ແລະ ສະກັດກັ້ນການລະບາດຂອງຕັກແຕນຝູງໄມ້ປ່ອງພົບຄວາມຫຍຸ້ງຍາກ ມາຮອດປັດຈຸບັນນີ້ສາມາດສີດພົ່ນຢາແລ້ວ 11 ບ້ານ.

[ ຂ່າວ: ວັນແສງ ]